ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ໄບເດັນ ຮຽກຮ້ອງໃຫ້ປະເທດ ສາມັກຄີກັນ ດ້ວຍການສັກຢາວັກຊີນກັນ COVID-19


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ຫ້ອງ ຣູເຊີແວັລທ໌ ຂອງທຳນຽບຂາວ. 13 ພຶດສະພາ, 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ຫ້ອງ ຣູເຊີແວັລທ໌ ຂອງທຳນຽບຂາວ. 13 ພຶດສະພາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ມີຄວາມເປັນຫ່ວງ ກ່ຽວກັບ ປະເທດທີ່ແບ່ງອອກເປັນສອງກຸ່ມຄື ກຸ່ມທີ່ສັກຢາວັກຊີນແລ້ວ ແລະ ກຸ່ມທີ່ບໍ່ໄດ້ ສັກ.

ທ່ານ ໄບເດັນ ໄດ້ກ່າວໃນວັນພຸດວານນີ້ໃນຂະນະທີ່ທ່ານປະກາດໂຄງການສັກຢາກັນໄວຣັສໂຄ ໂຣນາໃໝ່ພ້ອມດ້ວຍຄຳເຊີນຊວນວ່າ “ຂ້າພະເຈົ້າບໍ່ຢາກເຫັນປະເທດທີ່ໄດ້ແຕກແຍກກັນຢູ່ແລ້ວ ແຕກແຍກກັນອີກໃນທາງໃໝ່, ລະຫວ່າງສະຖານທີ່ໆປະຊາຊົນອາໄສຢູ່ໂດຍປາສະຈາກຄວາມຢ້ານກົວ ກ່ຽວກັບ COVID ແລະ ບ່ອນທີ່ລະດູໃບໄມ້ຫຼົ່ນມາຮອດ ແລະ ການຕາຍກັບການລົ້ມປ່ວຍຢ່າງຮຸນແຮງກັບຄືນມາອີກ.”

ທ່ານໄດ້ກ່າວເພີ່ມເຕີມ ໂດຍຢໍ້າ ກ່ຽວກັບ ການຜະລິດຢາວັກຊີນທີ່ຖືກເຮັດພາຍໃຕ້ປະທານາທິບໍດີຈາກສອງທັງພັກການເມືອງວ່າ “ການສັກຢາວັກຊີນບໍ່ແມ່ນການກະທຳໂດຍພັກການເມືອງດຽວ. ພວກເຮົາຕ້ອງເປັນ ອາເມຣິກາ ທີ່ສາມັກຄີເປັນນຶ່ງດຽວກັນ, ປາສະຈາກຄວາມຢ້ານກົວ.”

ທ່ານ ໄບເດັນ ໄດ້ວາງເປົ້າໝາຍ ກ່ຽວກັບ ການສັກຢາວັກຊີນໃຫ້ຜູ້ໃຫຍ່ 70 ເປີເຊັນໃນ ສະຫະລັດ ດ້ວຍຢ່າງໜ້ອຍການສັກຄັ້ງນຶ່ງພາຍໃນວັນທີ 4 ກໍລະກົດ, ເວລາທີ່ປະເທດສະເຫຼີມສະຫຼອງວັນເອກະລາດຂອງເຂົາເຈົ້າ. ອັດຕາການສັກຢາໃນປັດຈຸບັນນີ້ແມ່ນ 63 ເປີເຊັນ.

ດ້ວຍອັດຕາການສັກຢາວັກຊີນກັນ COVID-19 ຫຼ້າຊ້ານັ້ນ, ໂດຍສະເພາະໃນຊຸມຊົນກຸ່ມນ້ອຍບາງກຸ່ມ, ທ່ານ ໄບເດັນ ໄດ້ແນະນຳການໂຄງການສັກຢາຢູ່ຕາມຮ້ານຕ່າງໆ, ເຊິ່ງລວມມີຮ້ານຕັດ ຜົມ ແລະ ຊ່າງເຮັດຜົມໃນໝູ່ບ້ານ ຕ່າງໆຫຼາຍກວ່າ 1,000 ແຫ່ງ. ບັນດາຜູ້ຊ່ຽວຊານຜົມຈະເຂົ້າ ຮ່ວມການຝຶກ ອົບຮົມໃນເດືອນນີ້ ກ່ຽວກັບ ການສັກຢາວັກຊີນກັນໄວຣັສໂຄໂຣນາ ແລະ ແລ້ວຈັດ ຄລີນິກສັກຢາວັກຊີນຢູ່ຮ້ານຂອງເຂົາເຈົ້າ.

ທ່ານ ໄບເດັນ ໄດ້ກ່າວຢູ່ທຳນຽບຂ່າວວ່າ “ຮ້ານຕັດຜົມ, ຮ້ານເສີມສວຍຕ່າງໆແມ່ນຈຸດສູນກາງຂອງກິດຈະກຳ ແລະ ຂໍ້ມູນໃນຊຸມຊົນຄົນຜິວດຳ ແລະ ນໍ້າຕານໂດຍສະເພາະ.”

ໂຄງການເດືອນແຫ່ງການດຳເນີນງານແຫ່ງຊາດຂອງລັດຖະບານຍັງຈະລວມມີ “ຫຼາຍອົງການແຫ່ງ ຊາດ, ບັນດາຜູ້ນຳລັດຖະບານໃນທ້ອງຖິ່ນ, ຄູ່ຮ່ວມທີ່ອີງໃສ່ຊຸມຊົນ ແລະ ຄວາມເຊື່ອຖື, ທຸລະກິດ, ຜູ້ຈ້າງງານ, ນັກຈູງໃຈໃນສື່ສັງຄົມ, ຜູ້ມີຊື່ສຽງ, ນັກກິລາ, ວິທະຍາໄລຕ່າງໆ, ຄົນໄວໜຸ່ມ ແລະ ອາ ສາສະໝັກຫຼາຍພັນຄົນ,” ອີງຕາມທຳນຽບຂາວ.

ທ່ານ ໄບເດັນ ໄດ້ກ່າວວ່າ “ອາເມຣິກາ ແມ່ນກຳລັງມຸ່ງໜ້າໄປສູ່ລະດູຮ້ອນ ທີ່ ແຕກຕ່າງຢ່າງຫຼວງ ຫຼາຍ ຈາກລະດູຮ້ອນຂອງປີກາຍນີ້, ເຊິ່ງແມ່ນລະດູຮ້ອນແຫ່ງຄວາມເປັນອິດສະຫຼະ, ລະດູຮ້ອນແຫ່ງຄວາມມ່ວນຊື່ນ, ລະດູຮ້ອນແຫ່ງ ການເຕົ້າໂຮມກັນ ແລະ ການສະເຫຼີມສະຫຼອງຕ່າງໆ. ເປັນລະດູຮ້ອນທີ່ມີຄຸນຄ່າສຳລັບຊາວອາເມຣິກັນທຸກຄົນທີ່ປະເທດນີ້ສົມຄວນໄດ້ຮັບຫຼັງຈາກລະດູໜາວທີ່ມືດ ໝົ່ນທີ່ພວກເຮົາທຸກຄົນໄດ້ສູ້ທົນ.”

XS
SM
MD
LG