ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໄບ​ເດັນ ​​ເປີດ​ເຜີຍ​ແຜນ​ງົບ​ປະ​ມານ ​​ ​ປີ 2024 ​ ມູນ​ຄ່າ 6.8 ພັນ​ຕື້ ​ໂດ​ລາ ​​


ປະທານາທິບໍດີໂຈ ໄບເດັນກ່າວ​ກ່ຽວ​ກັບ​ການ​ສະ​ເໜີງົບ​ປະ​ມານ ​ປີ 2024 ທີ່​ສະ​ຖາ​ບັນ Finishing Tradesໃນ​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ, 9 ມີ​ນາ, 2023
ປະທານາທິບໍດີໂຈ ໄບເດັນກ່າວ​ກ່ຽວ​ກັບ​ການ​ສະ​ເໜີງົບ​ປະ​ມານ ​ປີ 2024 ທີ່​ສະ​ຖາ​ບັນ Finishing Tradesໃນ​ນະ​ຄອນ​ຟີ​ລາ​ແດ​ລ​ເຟຍ, 9 ມີ​ນາ, 2023

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນ ​ໄດ້​ເປີດ​ເຜີຍ​ແຜນ​ການ​ໃຊ້​ຈ່າຍ​ຂອງ​ລັດ ຖະບານມູນ​ຄ່າ 6.8 ພັນ​ຕື້​ໂດ​ລາສຳ​ລັບ​ປີ 2024 ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ຂໍ້​ລິ​ເລີ່​ມດ້ານ​ນະ​ໂຍບາຍ​ໃໝ່​ຫລາຍ​ສິບ​ຂໍ້ ​ແລະ​ການ​ເກັບ​ພາສີ​ທີ່​ສູງ​ຂຶ້ນ ​ຕໍ່​ບັນດາ​ບໍລິສັດ ​ແລະ​ບຸກຄົນ​ຮັ່ງມີ. ​ແຕ່​ພັກຣີພັບ​ບລິ​ກັນ​ຝ່າຍ​ຄ້ານ​ກ່າວ​ໃນ​ທັນທີວ່າ ມັນ​ບໍ່​ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະສະພາ.

ທ່ານໄບ​ເດັນທີ່​ມາ​ຈາກພັກເດໂມແຄຣັດ​ ຢູ່ໃນສະໄໝທຳອິດຂອງການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານໃນທຳນຽບຂາວ ແລະກຳ​ລັງຫາ​ທາງ​ລົງ​ສະ​ໝັກໃຫ້​ຖືກເລືອກຕັ້ງຄືນ ໃນປີ ໜ້ານັ້ນ ໄດ້ຮຽກຮ້ອງໃຫ້ມີທຶນ ເພື່ອສະໜັບສະໜຸນການ​ຕ້ານຢັນອິດ​ທິ​ພົນ​ທາງເສດ ຖະກິດ ແລະດ້ານທະຫານຂອງຈີນ, ໃຫ້ມີການໃຊ້ຈ່າຍຫຼາຍຂຶ້ນ ໃນການດູແລສຸຂະ ພາບຂອງຊາວອາເມຣິກັນທັງຜູ້​ໜຸ່ມ ແລະຜູ້ສູງອາຍຸ, ພາລະກິດດ້ານການສຶກສາໃຫມ່, ແລະບັນ​ຈຸພະນັກງານຢ່າງ​ແຂງ​ຂັນ​ຫລາຍ​ຂຶ້ນ ​ໃຫ້ແກ່​ອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ປະ​ເທດ.

"ຈີນ​ເປັນ​ຄູ່​ແຂ່ງ​ພຽງປະ​ເທດ​ດຽວ​ຂອງ​ສະຫະລັດ​ທີ່​ມີ​ທັງ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ປ່ຽນ​ລະບຽບ ​ການ​ສາກົນໃໝ່ ​ແລະ​ນັບ​ມື້ ເພີ່ມ​ທະວີ​ອິດ​ທິ​ພົນ​ທາງເສດຖະກິດ, ການ​ທູດ, ການ​ທະ ຫານ, ​ແລະ​ເທັກ​ໂນ​ໂລ​ຈີເພື່ອ​ຈະ​ເຮັດເຊັ່ນ​ນັ້ນໃຫ້​ໄດ້," ນັ້ນ​ຄື​ຄຳ​ເວົ້າຂອງທຳນຽບຂາວທີ່​ກ່າວ​ໃນ​ບົດ​ສະຫຼຸບຫຍໍ້​ຂອງ​ງົບປະມານ.

ການເປີດເຜີຍແຜນການງົບປະມານດັ່ງກ່າວ ມີຂຶ້ນໃນຂະນະທີ່ສະຫະລັດປະເຊີນກັບ ການອະ​ພິ​ປາຍທີ່​ກຳ​ລັງ​ປາກົດ​ຂຶ້ນ​ມາໃຫ້​ເຫັນ​ ​ການ​ແບ່ງ​ພັກ​ກັນ​ຢ່າງ​ສູງ ກ່ຽວກັບວ່າ ຈະຍົກເພ​ດານຫນີ້ສິນ 31.4 ພັນຕື້ໂດລາຂອງປະເທດຂຶ້ນແນວ​ໃດ- ຊຶ່ງ​ເປັນຂີດຈໍາກັດຕໍ່ຈໍານວນເງິນທີ່ລັດຖະບານສາມາດກູ້ຢືມເພື່ອ​ຊຳ​ລະ​ຄ່າ​ໃຊ້ຈ່າຍຂອງຕົນໄດ້.

ຖ້າທ່ານໄບ​ເດັນ ແລະລັດຖະສະພາບໍ່ສາມາດຕົກລົງກ່ຽວກັບການເພີ່ມຂຶ້ນຂອງຫນີ້ສິນ ​ໄດ້​ພາຍໃນບໍ່​ເທົ່າ​ໃດເດືອນຂ້າງຫນ້ານີ້, ສະຫະລັດອາດຈະບໍ່​ສາ​ມາດ​ປະ​ຕິ​ບັດ​ພັນ​ທະ ທາງດ້ານການເງິນຂອງຕົນເປັນຄັ້ງທໍາອິດ ຊຶ່ງຈະ​ເປັນ ໄພພິບັດທາງດ້ານການເງິນທີ່ ສາມາດສົ່ງຜົນກະທົບຕໍ່ຕະຫຼາດໂລກ ແລະເພີ້ມອັດ​ຕາການຫວ່າງງານໃນສະຫະລັດ ຂຶ້ນ​ຢ່າງຫລວງ​ຫລາຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG