ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ໂຈ ໄບເດັນ ພູມໃຈກັບຜົນສຳເລັດ ໃນການສັ່ງໃຫ້ສັກຢາວັກຊີນ ກັນໂຄວິດ-19


ປະທານາທິບໍດີ ໂຈ ໄບເດັນ ກ່າວກ່ຽວກັບການສັກຢາວັກຊີນປ້ອງກັນໂຄວິດ-19 ຫຼັງຈາກຢ້ຽຢາມ ບໍລິສັດ Clayco ທີ່ເມືອງ Elk Grove Village ລັດອິລລິນອຍ ວັນທີ 7 ຕຸລາ 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວກ່ຽວກັບການສັກຢາວັກຊີນປ້ອງກັນໂຄວິດ-19 ຫຼັງຈາກຢ້ຽຢາມ ບໍລິສັດ Clayco ທີ່ເມືອງ Elk Grove Village ລັດອິລລິນອຍ ວັນທີ 7 ຕຸລາ 2021.

ເກືອບນຶ່ງເດືອນຜ່ານມາແລ້ວຫຼັງຈາກໄດ້ມີການປະກາດແຜນການເພື່ອບັງຄັບໃຫ້ ຊາວ
ອາເມຣິກັນຫຼາຍລ້ານຄົນ ໄປສັກຢາວັກຊີນກັນໂຄວິດ-19 ປະທານາທິບໍດີ ສະຫະລັດ
ທ່ານໂຈ ໄບເດັນ ໄດ້ເດີນທາງໄປນະຄອນຊິຄາໂກ ລັດອີລີນອຍ ໃນວັນພະຫັດວານນີ້
ເພື່ອສົນທະນາກ່ຽວກັບຄວາມຄືບໜ້າ ໃນການສັ່ງໃຫ້ຊັກ ຢາວັກຊີນດັ່ງກ່າວ.

ໃນການໃຫ້ຄວາມເຫັນຢູ່ທີ່ບໍລິສັດເຄລໂກ (Clayko) ຊຶ່ງບໍລິສັດກໍ່ສ້າງລະດັບຊາດ
ທ່ານໄບເດັນ ໄດ້ກ່າວວ່າ ຄຳສັ່ງຂອງທ່ານແມ່ນໄດ້ຜົນ ແລະມີຊາວອາເມຣິກັນຫຼາຍ
ລ້ານຄົນ ໄດ້ພາກັນໄປສັກຢາວັກຊີນ ນັບແຕ່ໄດ້ມີການປະກາດ.

ທ່ານກ່າວວ່າ “ພວກເຮົາຮູ້ວ່າບໍ່ມີທາງອື່ນ ທີ່ຈະເອົາຊະນະໂຣກລະບາດນີໄດ້ນອກ
ຈາກໃຫ້ຊາວຊາວອາເມຣິກັນສ່ວນໃຫຍ່ ພາກັນໄປສັກຢາວັກຊີນ ພວກເຮົາຍັງບໍ່ໄປ
ເຖິງຈຸດນັ້ນເທື່ອ ພວກເຮົາຈະຕ້ອງເອົາຊະນະສິ່ງນີ້.”

ປະທານາທິບໍດີຍັງກ່າວອີກວ່າ ຄຳສັ່ງດັ່ງກ່າວຍັງເປັນການດີຕໍ່ເສດຖະກິດ ແລະໄດ້ຮັບ
ການສະໜັບສະໜູນຈາກປະຊາຊົນຢ່າງກວ້າງຂວາງ.

ໃນຂະນະທີ່ທ່ານສະຫລຸບ ການໃຫ້ຄວາມເຫັນຂອງທ່ານ ທ່ານໄບເດັນ ໄດ້ຮຽກຮ້ອງໃຫ້
ບັນດາບໍລິສັດທັງຫຼາຍຈັດຕັ້ງປະຕິບັດຄຳສັ່ງດັງກ່າວ.

ການຢັ່ງສຽງຂອງມະຫາວິທະຍາໄລກິນນິພຽກ (Quinnipiac) ທີ່ພິມເຜີຍແຜ່ໃນຕົ້ນອາທິດ
ນີ້ ສະແດງໃຫ້ເຫັນວ່າ ການເຫັນພ້ອມໃນການຮັບມືກັບໂຣກລະບາດ ໂຄວິດ-19 ຂອງ
ທ່ານໄບເດັນ ແມ່ນ48 ເປີເຊັນແລະ 50 ເປີເຊັນບໍ່ເຫັນພ້ອມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG