ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປ. ໄບ​ເດັນ ກ່າວ​ວ່າ ພວກ​ນັກ​ລົບ​ເກົ່າ ທີ່​ຖືກ​ອາ​ກາດ​​ພິດ ໃນ​​ເຂດ​ແນວ​ໜ້າ ຈຳ​ເປັນ​ຕ້ອງ​ໄດ້​ຮັບການ​ປິ່ນ​ປົວ ​ທີ່ດ​ີກວ່າ​ເກົ່າ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ໃນ​ວັນ​ນັບ​ລົບ​ເກົ່າ ທີ່​ສຸ​ສານ​ແຫ່ງ​ຊາດ​ອາ​ລິງ​ຕັນ ໃນ​ລັດ​ເວ​ີຈີ​ເນຍ ເມື່ອ​ວັນ​ທີ 11 ພະ​ຈິກ 2021.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ໃນ​ວັນ​ນັບ​ລົບ​ເກົ່າ ທີ່​ສຸ​ສານ​ແຫ່ງ​ຊາດ​ອາ​ລິງ​ຕັນ ໃນ​ລັດ​ເວ​ີຈີ​ເນຍ ເມື່ອ​ວັນ​ທີ 11 ພະ​ຈິກ 2021.

ໃນ​ການ​ສະ​ຫຼອງວັນ​ນັກ​ລົບ​ເກົ່າ​ຢູ່​ໃນ​ຕຳ​ແໜ່ງ​ເທື່ອ​ທຳ​ອິດ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ສັ່ງ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານສະໜອງ​ການ​ປິ່ນ​ປົວ​ທີ່​ດີກວ່າ​ເກົ່າ ສຳ​ລັບ​ພວກ​ນັກ​ລົບ​ເກົ່າ​ທີ່​ໄດ້​ຖືກ​ອາກາດ​ພິດ​ຢູ່​ໃນສະ​ໜາມ​ລົບແລະ​ທຳ​ການ​ສຶກ​ສາ​ເບິ່ງ​ພະ​ຍາດ​ດັ່ງ​ກ່າວ​ທີ່​ພວກ​ເຂົາ​ເຈົ້າ​ອາດ​ຈະ​ໄດ້ຮັບ ໃນລະ​ຫວ່າງ​ຮັບ​ໃຊ້​ຊາດ​ຢູ່​ໃນ​ຕ່າງ​ປະ​ເທດ.

ນັບ​ເປັນ​ເວ​ລາ​ຫຼາຍໆ​ປີ​ມາ​ແລ້ວ ທີ່​ພວກ​ທະ​ຫານ​ອາ​ເມ​ຣິ​ກັນ​ໄດ້​ຖືກ​ເຜີຍ​ແບໃສ່​ໄຟ​ທີ່​ລຸກ​ໄໝ້​ກາງ​ແຈ້ງ ຢູ່​ໃນ​ສະ​ໜາມ​ລົບ ລະ​ຫວ່າງ​ການ​ປະ​ຕິ​ບັດ​ໜ້າ​ທີ່ ​ຢູ່​ໃນ​ອີ​ຣັກ ແລະ​ອັ​ຟ​ກາ​ນິ​ສ​ຖານ. ອຸບ​ປະ​ກອນ​ທີ່​ເປັນ​ອັນ​ຕະ​ລາຍ ​ເຊັ່ນ​ອີ​ເລັກ​ໂຕ​ຣ​ນິກ ລົດ​ແລະສິ່ງ​ເສດ​ເຫຼືອ​ຂອງ​ມະ​ນຸດ ​ຕາມ​ປົກ​ກະ​ຕິ​ແລ້ວໄດ້​ຖືກ​ນຳ​ໄປສີດ​ປົນ​ໃສ່​ກັບ​ນ້ຳ​ມັນ​ເຮືອ​ບິນ​ແລ້ວ​ກໍ​ຈູດໄຟ​ໃສ່​ໃຫ້​ມັນ​ລຸກ​ໄໝ້ເພື່ອ​ສົ່ງ​ຄວັນ​ພິດແລະ​ສານ​ທີ່​ສາ​ມາດພາ​ໃຫ້​ເປັນ​ມະ​ເຮັງ​ໃນ​ແຊ​ລ​ ຢູ່​ໃນ​ອາ​ກາດ.

ສຳ​ລັບ​ທ່ານ​ໄບ​ເດັນ​ ຄຳ​ສັ່ງ​ນີ້​ແມ່ນ​ຖື​ເປັນ​ເລື້ອງ​ສ່ວນ​ໂຕ. ທ່ານ​ໄດ້​ສະ​ເໜີ​ແນະ​ໂດຍ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພິ​ສູດ​ວ່າ ມະ​ເຮັງ​ທີ່ເຮັດ​ໃຫ້​ລູກ​ຊາຍ​ຂອງ​ທ່ານ ທ່ານໂບ ເສຍ​ຊີ​ວິດ​ໃນ​ປີ 2015 ນັ້ນ ແມ່ນ​ພົວ​ພັນ​ກັບ​ການ​ເຜີຍ​ແບ​ໃສ່​ໄຟ​ທີ່​ກໍ່​ໃຫ້​ເກີດ​ສານ​ພິດ ໃນ​ລະ​ຫວ່າງ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ​ລາ​ວ​ຢູ່​ໃນ​ປະ​ເທດ​ອີ​ຣັກ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຢືນ​ຢ່າງສະ​ຫ​ງົບ ໃນ​ລະ​ຫວ່າງພິ​ທີ​ວາງ​ພວງ​ມາ​ລາ ເພື່ອ​ເປັນ​ກຽດ​ໃນ​ວັນນັກ​ລົບ​ເກົ່າ ແລະ​ວັນ​ຄົບ​ຮອບ​ນຶ່ງ​ຮ້ອຍ​ປີ ຂອງ​ຂຸມ​ຝັງ​ສົບ​ທະ​ຫານ​ນິ​ລະ​ນາມ ທີ່​ສຸ​ສານ​ແຫ່ງ​ຊາດ​ອາ​ລິງ​ຕັນ ໃນ​ວັນ​ທີ 1ພະ​ຈິກ, 2021.
ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຢືນ​ຢ່າງສະ​ຫ​ງົບ ໃນ​ລະ​ຫວ່າງພິ​ທີ​ວາງ​ພວງ​ມາ​ລາ ເພື່ອ​ເປັນ​ກຽດ​ໃນ​ວັນນັກ​ລົບ​ເກົ່າ ແລະ​ວັນ​ຄົບ​ຮອບ​ນຶ່ງ​ຮ້ອຍ​ປີ ຂອງ​ຂຸມ​ຝັງ​ສົບ​ທະ​ຫານ​ນິ​ລະ​ນາມ ທີ່​ສຸ​ສານ​ແຫ່ງ​ຊາດ​ອາ​ລິງ​ຕັນ ໃນ​ວັນ​ທີ 1ພະ​ຈິກ, 2021.

ທ່ານ​ໄບ​ເດັນໄດ້​ກ່າວ​ທີ່ກອງ​ປະ​ຊຸມສະ​ຫະ​ພັນພະ​ນັກ​ງານ​ບໍ​ລິ​ການ​ລະ​ຫວ່າງ​ປະເທດ​ໃນ​ປີ 2019 ວ່າ “ລາວ​ໄດ້​ອາ​ສາ​ສະ​ໝັກ ​ເຂົ້າ​ຮ່ວມກຳ​ລັງ​ຮັກ​ສາ​ດິນ​ແດນໃນ​ຕອນ​ທີ່​ລາວ​ມີ​ອາ​ຍຸ 32 ປີ ຍ້ອນ​ລາວ​ຄິດ​ວ່າ ລາ​ວມີ​ພັນ​ທະ​ທີ່​ຕ້ອງ​ໄດ້​ເຮັດ​ຈັ່ງຊັ້ນ ແລະ​ຍ້ອນ​ໄດ້​ຖືກ​ເຜີຍ​ແຜ​ໃສ່​ໄຟ​ທີ່​ລຸກ​ໄໝ້​ກາງ​ແຈ້ງ ໃນ​ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ຂ້າ​ພະ​ເຈົ້າ​ຍັງ​ພິ​ສູດ​ບໍ່​ໄດ້​ເທື່ອລາວ​ໄດ້​ກັບ​ຄືນ​ມາ​ດ້ວຍ​ການ​ເປັນ​ມະ​ເຮັງ​ໃນ​ລະ​ບົບ​ເສັ້ນ​ປະ​ສາດ​ຂັ້ນ​ທີສີ່.

ທ່ານ​ໄບ​ເດັນ​ໄດ້​ໄປ​ວາງ​ພວງ​ມາ​ລາ ທີ່​ສຸ​ສານ​ແຫ່ງ​ຊາດ​ອາ​ລິງ​ຕັນ ໃກ້ໆ​ນະ​ຄອນ​ຫຼວງວໍ​ຊິງ​ຕັນໃນ​ວັນ​ພະ​ຫັດ​ວານນີ້ ເພື່ອ​ເປັນ​ກຽດ​ໃຫ້​ພວກ​ນັກ​ລົບ​ເກົ່າ​ສະ​ຫະ​ລັດ. ໃນ​ຄຳ​ປາ​ໄສ​ທີ່​ສັ້ນໆ​ນັ້ນ ທ່ານ​ໄບ​ເດັນ​ກ່າວ​ວ່າ ພວກ​ນັກ​ລົບ​ເກົ່າ​ທີ່​ອອກ​ບຳ​ນານແລ້ວ ແລະ​ພວກ​ທີ່​ກຳ​ລັງ​ຮັບ​ໃຊ້​ປະ​ເທດ​ຊາດ​ຢູ່​ໃນ​ເວ​ລານີ້ ແມ່ນກະ​ດູກ​ສັນ​ຫລັງ​ຂອງ​ປະ​ເທດນີ້.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮ້ອງ​ຂໍ​ຕໍ່​ພວກ​ທ່ານ​ມາ​ຢ່າງ​ຫຼວງ​ຫຼາຍ​ແລະ​ດົນ​ນານ​ມາ​ແລ້ວ ປະ​ເທດ​ຊາດ​ຂອງ​ພວກ​ເຮົາຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ.”

ທ່ານ​ຮຽກ​ຮ້ອງ​ໃຫ້​ພວກ​ນັກ​ລົບ​ເກົ່າ ທີ່​ກຳ​ລັງ​ດີ້ນ​ຮົນ​ຕໍ່​ສູ້​ກັບ​ບັນ​ຫາ​ທາງ​ດ້ານ​ການ​ແພດ​ຫຼື​ເຄີຍ​ຄິດ​ກ່ຽວ​ກັບ​ຂ້າ​ໂຕ​ຕາຍນັ້ນ ຈົ່ງ​ພາ​ກັນ​ຍື່ນ​ມື​ໄປ​ຂໍ​ການ​ຊ່ວຍ​ເຫຼຼືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG