ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮອງປະທານາທິບໍດີ ສະຫະລັດ ທ່ານ Biden ຮັບປະກັນວ່າ ຈະສະໜັບສະໜູນ ເທີກີ ຕໍ່ໄປ


Biden Assures Turkey of Staunch US Support
please wait

No media source currently available

0:00 0:02:42 0:00

ຮອງ​ປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວ​ຕໍ່​ລັດຖະບານ Ankara ວ່າ ສະຫະລັດ ​ຂໍປະນາມ​ຢ່າງ​ແຮງຕໍ່ການ​ເຮັດ​ລັດຖະປະຫານ​ ​ໂດຍ​ພວກທະຫານ​ໃນ​ເທີ​ກີທີ່ ໄດ້ປະສົບ​ກັບຄວາມລົ້​ມ​ແຫລວ​ ໃນ​ເດືອນ​ແລ້ວ​ນີ້. ທ່ານ Biden ​ໄດ້​ໄປຢ້ຽມຢາມປະ​ເທດ
ພັນທະ​ມິດທີ່​ຍາວ​ນານ​ຂອງ​ສະຫະລັດ ເພື່​ອເສີມ​ຂະຫຍາຍ​ຄວາມສຳພັນ ທີ່ໄດ້ເລີ້ມສັ່ນ​
ຄອນທ່າ​ມກາງ​ທີ່​ມີ​ການ​ບໍ່ລົງ​ລອຍກັນ ກ່ຽວ​ກັບ​ເລື້ອງຊາວ​ເຄີ​ດໃນ​ເທີ​ກີ ​ແລະ​ເລື້ອງ​ຊີ​ເຣຍ ​ແຕ່​ວ່າ​ໄດ້ຕົກ​ຕ່ຳລົງ​ຫຼັງ​ຈາກວໍ​ຊິິງຕັນ​ໄດ້​ປະຕິ​ເສດ ທີ່​ຈະ​ສົ່ງ​ໂຕ​ນັກ​ສອນສາສະໜາອິສ
ລາມທີ່​ອາ​ໄສ​ຢູ່​ໃນສະຫະລັດ ​ໃຫ້​ແກ່​ເທີ​ກີໂດຍທັນທີ ທີ່ Ankara ​ກ່າວ​ຫາ​ວ່າ ​ຢູ່​ເບື້ອງ​ຫຼັງ
ການ​ເຮັດ​ລັດຖະປະຫານນັ້ນ. Zlatica Hoke ມີ​ລາຍ​ງານ​ຊຶ່ງ ກິ່ງ​ສະຫວັນ ​ຈະ​ນຳເອົາ
ລາຍ​ລະອຽດ ມາສະເໜີ​ທ່ານ.

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້ພາ​ໄປ​ເບິ່ງຕຶກສະພາທີ່​ໄດ້ຮັບ
ຄວາມເສຍຫາຍ ໂດຍລູກຈະຫລວດທີ່ຍິງມາໃສ່ ລະຫວ່າງການເຮັດລັດຖະປະຫານໃນ
ວັນທີ 15 ເດືອນກໍລະກົດ ທີ່ໄດ້ເອົາຊີວິດ 240 ຄົນ. ຢູ່ໃນພົບ​ປະ​ເມື່ອວັນພຸດອາທິດແລ້ວນີ້ ກັບປະທານາທິບໍດີ​ເທີ ກີ ທ່ານ Recep Tayyip Erdogan ທ່ານ Biden ກ່າວວ່າ ສະຫະລັດຢືນຢູ່ຢ່າງໝັ້ນຄົງກັບເທີກີ.

ທ່ານ Biden ກ່າວວ່າ "ການພະຍາຍາມເຮັດລັດຖະປະຫານດັ່ງກ່າວ ແມ່່ນການໂຈມ
ຕີຕໍ່ປະຊາ ຊົນເທີກີ ບໍ່ພຽງແຕ່ລັດຖະບານເທົ່ານັ້ນ ແຕ່ແມ່ນປະຊາຊົນເທີກີນຳ ແລະ

ຄຸນຄ່າທີ່ເຂົາເຈົ້າຍຶດໝັ້ນທີ່ສຸດ. ມັນເປັນການ​ທໍລະ​ຍົດ​ໃນ​ການ​ກໍ່ຄວາມຮຸນແຮງໂດຍ
ກຸ່ມນ້ອຍໆຂອງພວກທີ່ໃຫ້ຄຳໜັ້ນສັນ ຍາທີ່ຈະປົກປ້ອງຜູ້ຄົນທີ່ເຂົາເຈົ້າກ່າວວ່າເຂົາ
ເຈົ້າມີຄວາມເປັນຫ່ວງ ແລະຮັກຫອມ​ນັ້ນ.”

ແຕ່ວ່າຊາວ​ເທີ​ກີຫລາຍຄົນ ພ້ອມດ້ວຍລັດຖະບານ ຕ່າງ​ກໍມີຄວາມຮູ້ສຶກວ່າ ເຂົາເຈົ້າຖືກ
ຫັກຫລັງໂດຍບັນດາພັນທະມິດ.

ນັກລັດຖະສາດ​ເທີ​ກີ ທ່ານ Sadig Unay ກ່າວວ່າ "ມັນເບິ່ງຄືວ່າ ມີຄວາມສັບສົນ​ໃນ​ການສົ່ງຂ່າວຈາກທັງສອງວົງການຂອງທາງການໃນສະຫະລັດ ແລະຈຳນວນນຶ່ງ​ໂຕ​
ຢ່າງ​ແມ່ນຈາກພວກນັກຊ່ຽວຊານ ແລະພວກສະມາຊິກສະພາ ອີີກໂຕຢ່າງນຶ່ງ. ເຂົາ
ເຈົ້າໄດ້ ສົ່ງຂ່າວຕ່າງໆ ທີ່ໄດ້ສະ ແດງອອກມາວ່າເຂົາເຈົ້າມີຄວາມຮູ້ສຶກເສຍໃຈທີ່
ການເຮັດລັດຖະປະ ຫານໄດ້ລົ້ມແຫລວ."

ຂະບວນລົດຮອງປະທານາທິບໍດີ ໄດ້ພົບກັບພວກປະທ້ວງຮຽກຮ້ອງໃຫ້ສົ່ງໂຕນັກ​ສອນ​ສາສະໜາອິສລາມ ທີ່ຢູ່ໃນສະະລັດ ຊຶ່ງຖືກກ່າວຫາວ່າ ​ເປັນ​ຜູ້ຢູ່​ເບື້ອງ​ຫລັງ​ ໃນການເຮັດ
ລັດຖະປະຫານ. ນັກ​ສອນ​ສາສະໜາ​ອິສລາມ ອາຍຸ 75 ປີ ທ່ານ Fethullah Gulen ໄດ້ປະຕິເສດວ່າ ທ່ານ​ບໍ່​ມີ​ການພົວພັນໃດໆກັບການເຮັດລັດຖະປະຫານ. ສະຫະລັດໄດ້
ປະຕິເສດ ທີ່​ຈະສົ່ງໂຕນັກ​ສອນ​ສາສະໜາ​ທ່ານ​ນີ້​ໃຫ້​ແກ່​ເທີ​ກີໂດຍປາດສະຈາກການດຳ
ເນີນການ​ຕາມ​ຂັ້ນຕອນ​ທາງກົດໝາຍ.

ທ່ານ Biden ກ່າວ​ວ່າ “ເວລາທ່ານໄປສານອາເມຣິກັນ ທ່ານບໍ່ສາມາດເຂົ້າໄປໃນສານ ແລະກ່າວວ່າ "ຜູ້ນີ້ເປັນຄົນບໍ່ດີ" ໂດຍທົ່ວໄປ​ແລ້ວ. ທ່ານຕ້ອງກ່າວວ່າ ນີ້ແມ່ນຜູ້​ຊາຍ ຫລື​ແມ່ຍິງ ຜູ້ທີ່​ໄດ້ກະທຳຄວາມຜິດທີ່ຮ້າຍແຮງ.”

ທ່ານ Biden ກ່າວວ່າ ຜູ້ຊ່ຽວຊານດ້ານກົດໝາຍຂອງສະຫະລັດ ແລະເທີກີ ກຳລັງທົບ
ທວນເບິ່ງ ຂໍ້​ມູນ​ຕ່າງໆ​ທີ່​ມີ​ຢູ່ ​ເພື່ອ​ສຶກສາ​ເບິ່ງວ່າ ມີຫລັກຖານໃດໆຫຼືບໍ່ກ່ຽວ​ກັບ​ບົດບາດ
ຂອງນັກ​ສອນ​ສາສະນາ ​ໃນການເຮັດລັດຖະປະຫານ ທີ່ປະສົບ​ກັບ​ຄວາມລົ້ມແຫລວ.

ກ່ອນໜ້າທ່ານ Biden ເດີນທາງ​ໄປເຖິງ ເທີກີໄດ້ເລີ້ມທໍາການປະຕິບັດງານທາງທະຫານ ເພື່ອຊ່ວຍພວກຕໍ່ຕ້ານລັດຖະບານຊີເຣຍ ຂັບໄລ່ກຸ່ມລັດອິສລາມອອກຈາກ​ເມືອງ​ແຫ່​ງ
ນຶ່ງຂອງຊີເຣຍ ທີ່ຢູ່ໃກ້ກັບຊາຍແດນເທີກີ. ປະທານາທິບໍດີ ທ່ານ Erdogan ກ່າວຕໍ່ທ່ານ Biden ວ່າ ການປະ ຕິບັດງານທາງອາກາດ ທີ່ໜູນຫລັງໂດຍສະຫະລັດໄດ້ເປັນຜົນ
ສຳເລັດ.

ທ່ານ Erdogan ກ່າວວ່າ "​ໃນປັດຈຸບັນນີ້ ສະມາຊິກຂອງ​ກອງທັບຊີເຣຍເສຣີ ແລະ
ບັນດາກຳລັງທ້ອງຖິ່ນ ໄດ້ຍຶດ​ເອົາເມືອງ Jarablus ຄືນ​ມາຈາກກຸ່ມລັດອິສລາມ​. ພວກ

ເຮົາໄດ້ຮັບລາຍງານວ່າ ກຸ່ມລັດອິສລາມໄດ້ຫລົບໜີຈາກເມືອງ Jarablus ແລ້ວ.”

ແຕ່ວ່າສະຫະລັດ ແລະເທີກີບໍ່​ໄດ້​ມີ​ຄວາມເຫັນ​ກົງກັນ ກ່ຽວກັບບົດບາດຂອງຊາວເຄີດ ໃນ
ການຕໍ່ສູ້ກັບພວກກໍ່ການຮ້າຍໃນຊີເຣຍ. Ankara ຢ້ານວ່າ ພວກ​ກະບົດຊາວເຄີດຢູ່ໃນ
ເທີກີ ອາດຈະເຂົ້າຮ່ວມກັບຊາວເຄີດ​ໃນຊີ​ເຣຍ ເພື່ອແບ່ງ​ແຍກ​ເອົາເນື້ອທີ່ ກໍ່ຕັ້ງ​ເປັນລັດ
ຊາວເຄີດຂຶ້ນ.

ທ່ານ Biden ​ໃຫ້ການຄໍ້າປະກັນແກ່ບັນດາເຈົ້າໜ້າທີ່ເທີກີວ່າ ສະຫະລັດຈະບໍ່ໃຫ້ການ
ສະໜັບສະໜູນຕໍ່ກຸ່ມໃດໆໃນຊີເຣຍ ທີ່ຂົ່ມຂູ່ຕໍ່ຊາຍແດນເທີກີ.

XS
SM
MD
LG