ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍກ່າວວ່າ ຕົນໄດ້ຍິງໂດຣນຢູເຄຣນ 31 ລໍາ​ຕົກ ຢູ່​ໃນ 3 ເຂດ​ຂອງຣັດເຊຍ


ບັນດາຜູ້ສືບສວນ ແລະພະນັກງານສຸກເສີນ ເຮັດວຽກຢູ່່ບ່ອນໂດຣນ ຂອງຢູເຄຣນຕົກ ໃນເມືອງ Rostov-on-Don, ປະເທດຣັດເຊຍ ວັນທີ 7 ກັນຍາ 2023
ບັນດາຜູ້ສືບສວນ ແລະພະນັກງານສຸກເສີນ ເຮັດວຽກຢູ່່ບ່ອນໂດຣນ ຂອງຢູເຄຣນຕົກ ໃນເມືອງ Rostov-on-Don, ປະເທດຣັດເຊຍ ວັນທີ 7 ກັນຍາ 2023

ຣັດເຊຍກ່າວໃນວັນພຸດມື້ນີ້ວ່າ ລະ​ບົບປ້ອງກັນ​ໄພທາງອາກາດຂອງຕົນ ໄດ້ທຳລາຍໂດຣນຢູເຄຣນ 31 ລໍາ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ໂຈມຕີ​ດິນ​ແດນ​ຣັດ​ເຊຍ ໃນ​ໄລ​ຍະ​ຂ້າມ​ຄືນ​ຜ່ານ​ມາ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ກ່າວ​ຜ່ານ​ເທ​ເລກ​ຣາມ​ວ່າ ຕົນ​ໄດ​ຍິງ​ໂດ​ຣນຢູ່ເທິງເຂດນ່ານຟ້າແບລໂກຣອດ ບຣີຢັນ ແລະເຄິ​ສ. ທັງສາມຂົງເຂດນີ້ຕັ້ງຢູ່​ເລາະຕາມຊາຍແດນຣັດເຊຍ ​ຕິດ​ກັບຢູເຄຣນ.

ທ່ານອາເລັກຊານເດີ ໂບໂກມັສ ຜູ້ປົກຄອງຂົງເຂດຂອງບຣີຢັນ ກ່າວວ່າກຳ ລັງຢູເຄຣນໄດ້ຍິງປືນ​ໃຫຍ່ລູກຫວ່ານໃສ່ຫລາຍໝູ່ບ້ານ ທຳລາຍເຮືອນຫລາຍຫລັງ. ທ່ານໂບໂກມັສ ກ່າວວ່າ ບໍ່ໄດ້ມີລາຍງານການເສຍຊີວິດ.

ກອງທັບຣັດເຊຍກ່າວວ່າ ຕົນຍັງໄດ້ຢັບຢັ້ງກຸ່ມທະຫານຢູເຄຣນ ທີ່ໄດ້ໃຊ້ເຮືອໄວ ແລະ jet skis ເພື່ອພະຍາຍາມ “ບຸກເຂົ້າສູ່ດິນແດນໄຄຣເມຍ.”

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຮຽກຮ້ອງ ບັນດາພັນທະມິດຕາເວັນຕົກທີ່ສຳຄັນໃນວັນອັງຄານວານນີ້ ໃຫ້​ການຄໍ້າປະກັນເຂົາເຈົ້າ​ກ່ຽວ​ກັບ
ການສືບຕໍ່ສະນັບສະໜູນທາງທະຫານຂອງສະຫະລັດ ຂອງຢູເຄຣນ​ເພື່ອຕໍ່ສູ້ຕ້ານຣັດເຊຍ ຫລັງຈາກສະມາຊິກສະພາຂວາຈັດ ພັກຣີພັບບລິກັນ ໃນທ້າຍອາທິດຜ່ານມານີ້ ໄດ້ບັງຄັບບໍ່ໃຫ້ທຶນໃໝ່ໃນທັນທິີແກ່ກິຢິບ.

ທຳນຽບຂາວກ່າວວ່າ ປະທານາທິບໍດີໄບເດັນ ໄດ້ກ່າວຕໍ່ບັນດາຜູ້ນຳຂອງການາ ດາ ເຢຍຣະມັນ ອີຕາລີ ຍີ່ປຸ່ນ ໂປແລນ ໂຣມາເນຍ ອັງກິດ ແລະສະຫະພາບ ຢູໂຣບ ແລະອົງການເນໂຕ ພ້ອມດ້ວຍລັດຖະມົນຕີຕ່າງປະເທດຝຣັ່ງ.

“ປະທານາທິບໍດີໄບເດັນ ໄດ້ໂທລະສັບໃນມື້ເຊົ້ານີ້ ກັບບັນດາພັນທະມິດ ແລະ​ພາ​ຄີ ເພື່ອປະສານງານສືບຕໍ່ການສະໜັບສະໜູນຂອງພວກເຮົາແກ່ຢູເຄຣນ” ທຳນຽບຂາວໄດ້ກ່າວຢູ່ໃນຖະແຫລງການ.

ຕໍ່ມາ ໂຄສົກສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານຈອນ ເຄີບີ ໄດ້ກ່າວວ່າ ທ່ານໄບເດັນ ໄດ້ໃຫ້ການຢືນຢັນຄືນໃໝ່ ເຖິງຄວາມໝັ້ນໝາຍອັນໜັກແໜ້ນຂອງສະ ຫະລັດ ຕໍ່ຢູເຄຣນ ໃນຂະນະທີ່ປ້ອງກັນຕົນເອງ “ນານເທົ່າທີ່​ຈະນານທີ່ຈະນານ​ໄດ້ ດັ່ງທີ່ທຸກຜູ້ນໍາຄົນອື່ນໆໄດ້ເຮັດ ຢູ່ໃນໂອ້​ລົມ​ທາງໂທລະສັບ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG