ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໄບເດັນ ຕ້ອງຕິການຕັດສິນ ຂອງສານສູງສຸດ ຕໍ່ກົດໝາຍເຮັດແທ້ງລູກ ໃນລັດເທັກຊັສ


ປະທານາທິບໍດີໂຈ ໄບເດັນ ຮັບຟັງລາຍງານ ກ່ຽວກັບເຮີລິເຄນໄອດາ ຜ່ານທາງຄອມພິວເຕີ ທີີ່ທຳນຽບຂາວ ກັບບັນດາຜູ້ປົກຄອງລັດ ແລະເຈົ້າຄອງກຳແພງ ທີ່ໄດ້ຮັບຜົນກະທົບ ວັນທີ 30 ສິງຫາ 2021.
ປະທານາທິບໍດີໂຈ ໄບເດັນ ຮັບຟັງລາຍງານ ກ່ຽວກັບເຮີລິເຄນໄອດາ ຜ່ານທາງຄອມພິວເຕີ ທີີ່ທຳນຽບຂາວ ກັບບັນດາຜູ້ປົກຄອງລັດ ແລະເຈົ້າຄອງກຳແພງ ທີ່ໄດ້ຮັບຜົນກະທົບ ວັນທີ 30 ສິງຫາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໂຈມຕີສານສູງສຸດ ໃນວັນພະຫັດ ວານນີ້
ໃນການຕັດສິນ 5 ຕໍ່ 4 ທີ່ອະນຸຍາດໃຫ້ກົດໝາຍລັດເທັກຊັສ ມີຜົນບັງ ຄັບໃຊ້ ຊຶ່ງຈະຫ້າມ
ການເຮັດແທ້ງລູກເກືອບທັງໝົດຢູ່ໃນລັດດັ່ງກ່າວ ໂດຍຮ້ອງ ວ່າ “ເປັນການໂຈມຕີແບບທີ່
ບໍ່ເຄີຍມີມາກ່ອນ” ຕໍ່ສິດທິຕາມກົດໝາຍລັດຖະທຳ ມະນູນ ຂອງພວກແມ່ຍິງໃນການເຮັດ
ແທ້ງລູກທີ່ມີຢູ່ໃນສະຫະລັດ ມາເກືອບ 50 ປີແລ້ວ.

ປະທານາທິບໍດີໄບເດັນ ກ່າວວ່າ ການຕັດສິນ ໃນຕອນແລງວັນພຸດທີ່ຜ່ານມານີ້ “ປ່ອຍ
ໃຫ້ເກີດຄວາມວຸ້ນວາຍທີ່ຂັດຕໍ່ລັດຖະທໍາມະນູນ ແລະໃຫ້ອຳນາດແກ່ຕົນ ເອງ ໃນການ
ເປັນຜູ້ບັງຄັບໃຊ້ ຊຶ່ງຈະພາໃຫ້ມີຜົນກະທົບ ຢ່າງຮ້າຍແຮງ” ເພື່ອ ສະກັດກັ້ນການເຮັດ
ແທ້ງລູກຢູ່ລັດພາກໃຕ້ ທີ່ໃຫຍ່ສຸດເປັນອັນດັບສອງຂອງປະ ເທດນັ້ນ.

ລັດເທັກຊັສ ແມ່ນຮວມຢູ່ໃນຫຼາຍສິບກວ່າລັດ ຊຶ່ງສ່ວນໃຫຍ່ເປັນລັດທີ່ນຳພາໂດຍພັກ
ຣີພັບບິກັນ ທີ່ໄດ້ປະກາດໃຊ້ກົດໝາຍ “ຫົວໃຈເຕັ້ນ” ຫ້າມການເຮັດແທ້ງລູກ ຊຶ່ງເຮັດໃຫ້ເປັນ
ການຜິດກົດໝາຍຕໍ່ການດຳເນີນໃດໆທີ່ຄັ້ງນຶ່ງ ມີຫົວໃຈເໜັງຕີງຢູ່ໃນໝົດລູກ ທີ່ມີຄວາມສາມາດຮູ້ສຶກໄດ້ມັກເກີດຂຶ້ນ ໃນໄລຍະຫົກອາທິດ ແລະບາງຄັ້ງກ່ອນແມ່ຍິງຄົນນຶ່ງຮູ້ສຶກວ່າ ລາວມີລູກ.

ໃນໄລຍະຜ່ານມາ ບັນດາສານໄດ້ຂັດຂວາງຕໍ່ການຫ້າມດັ່ງກ່າວ ໂດຍຕັດສິນວ່າ ເຂົາເຈົ້າ
ບໍ່ໄດ້ປະຕິບັດຕາມກົດໝາຍປີ 1973 ໂຣສູ້ກັບເວດ (Roe v. Wade) ທີ່ຕັດສິນໃຫ້ພວກ
ແມ່ຍິງຢູ່ໃນສະຫະລັັດ ມີສິດທິຕາມກົດໝາຍລັດຖະທຳມະນູນໃນການເຮັດແທ້ງລູກ ໂດຍ
ປາດສະຈາກການແຊກແຊງເກີນຂອບເຂດຂອງລັດຖະບານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG