ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Biden ຢ້ຽມຢາມ ນະຄອນ ມຸມໄບ ຂອງອິນເດຍ (ວີດີໂອ)


ຮອງ​ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Joe Biden ກໍາລັງກ່າວ ຄໍາປາໄສ ​ທີ່ຕະຫລາດຄ້າ​ຮຸ້ນບອມ​ເບ
ຮອງ​ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Joe Biden ກໍາລັງກ່າວ ຄໍາປາໄສ ​ທີ່ຕະຫລາດຄ້າ​ຮຸ້ນບອມ​ເບ
ຮອງ​ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Joe Biden ກໍາລັງ​ຢູ່ທີ່ນະ
ຄອນມຸມ​ໄບ ເມືອ​ງຫລວງດ້ານ​ການ​ເງິນ​ຂອງອິນ​ເດ​ຍ ຊຶ່ງ​ເປັນ​
ບ່ອນ​ຢຸດ​ແວ່​ແຫ່ງ​ທີສອງ​ ​ໃນ​ການ​ຢ້ຽມຢາມປະ​ເທດເອ​ເຊຍ​ໃຕ້
​ເປັນ​ເວລາ​ສີ່​ມື້ຂອງ​ທ່ານທີ່​ແນ​ໃສ່ເພື່ອເສີມ​ຂະ ຫຍາ​ຍຄວາມ​ສຳ
ພັນທາງ​ດ້ານການ​ທູດ ​ແລະດ້ານ​ການ​ຄ້າ.

ທ່ານ Biden ມີ​ກໍານົດ​ທີ່​ຈະ​ກ່າວຄຳປາ​ໄສ ຢູ່​ທີ່ຕະຫລາດຄ້າ​
ຮຸ້ນ​ນະຄອນບອມ​ເບໃນ​ວັນ​ພຸດ​ມື້​ນີ້. ນອກ​ນັ້ນທ່ານ​ຍັງ​ມີ​ກຳນົດ​
ທີ່ຈະ​ສົນທະນາໃນກອງ​ປະຊຸ​ມໂຕະ ມົນກັບ​ບັນດາ​ຜູ້​ນໍາ​ທຸລະ
​ກິດການ​ຄ້າ.

​ໃນ​ວັນ​ອັງ​ຄານວານ​ນີ້ ຮອງ​ປະທານາທິບໍດີສະຫະລັດ ​ໄດ້ພົບ​
ກັບນາຍົກລັດຖະ ມົນຕີອິນ​ເດຍ ທ່ານ Manmohan Singh ​
ແລະ​ບັນດາ​ຜູ້​ນໍາ​ທາງ​ການ​ເມືອງທີ່ ​ກຸງ New Delhi.

ທ່ານ Biden ຍັງ​ຈະ​ເຂົ້າ​ຮ່ວມໃນ​ພິທີ ສົ່ງ​ເສີມ​ໃຫ້​ຜູ້ຍິງ​ມີອໍານາດ​ເປັນ​ຕົວ​ຂອງ ​ໂຕ​ເອງ​ຫລາຍ​ຂຶ້ນ ​ໃນ​ວັນພະຫັດມື້ອື່ນ ທີ່ນະຄອນ Mumbai.

ທໍານຽບຂາວ​ກ່າວ​ວ່າ ການເດີນທາງ​ໄປ​ຢ້ຽມຢາມ​ອິນ​ເດຍຂອງ​ຮອງ​ປະທານາທິບໍ ດີ​ສະຫະລັດ ​ແມ່ນ​ເປັນ​ພາກ​ສ່ວນນຶ່ງ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ສ້າງ ຄວາມ​ກໍ້າ​ເກິ່ງ​ຄືນ​ໃໝ່ ​ໂດຍ​ຫັນ​ໄປ​ສູ່​ເຂດ​ເອ​ເຊຍ-ປາຊີ​ຟິກ ​ແລະ​ເອີ້ນ​ອິນ​ເດ​ຍວ່າ ​ເປັນ​ປະ​ເທດ​ທີ່​ມີ​ບົດ​ບາດຫຼາຍຂຶ້ນນັບ​ມື້ຢູ່​ໃນ​ຂົງ​ເຂດ.

​ໃນ​ມື້ວັນ​ພະຫັດ ຮອງ​ປະທານາທິບໍດີສະຫະລັດຈະ​ເດີນທາງ​ຕໍ່​ ໄປຢ້ຽມຢາມສິງ ກະ​ໂປ ​ເປັນ​ເວລາ​ສອງ​ມື້.

Biden
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG