ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະທານາທິບໍດີ ໄບເດັນ ອະນຸມັດຕໍ່ການກຳນົດ ໃຫ້ວັນຈູນທີນ ເປັນວັນພັກແຫ່ງຊາດ


ພວກເດີນຂະບວນປະທ້ວງເຂົ້າຮ່ວມຮຽກຮ້ອງໃຫ້ວັນຈູນທິນ (Juneteenth) ເປັນວັນພັກແຫ່ງຊຍາດ ໃນນະຄອນຫຼວງວໍຊິງຕັນ ວັນທີ 19 ມິຖຸນາ 2020.
ພວກເດີນຂະບວນປະທ້ວງເຂົ້າຮ່ວມຮຽກຮ້ອງໃຫ້ວັນຈູນທິນ (Juneteenth) ເປັນວັນພັກແຫ່ງຊຍາດ ໃນນະຄອນຫຼວງວໍຊິງຕັນ ວັນທີ 19 ມິຖຸນາ 2020.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ລົງນາມໃຫ້ເປັນກົດໝາຍການອະນຸມັດ
ວັນພັກແຫ່ງຊາດໃໝ່ ເພື່ອລະລຶກເຖິງການສິ້ນສຸດລົງ ຂອງລະບົບຂ້າ ທາດຢູ່ໃນ
ສະຫະລັດ.

ວັນພັກຈູນທີນເອກກະລາດແຫ່ງຊາດ (Juneteenth National Independence Day)
ຈະມີການສະຫຼອງໃນແຕ່ລະປີໃນວັນທີ 19 ມິຖຸນາ.

ປະທານາທິບໍດີໄບເດັນ ກ່າວວ່າ “ໂດຍການເຮັດໃຫ້ຈູນທີນ ເປັນວັນພັກລັດຖະ ບານກາງ
ຊາວອາເມຣິກັນທັງໝົດສາມາດຮູ້ສຶກເຖິງອຳນາດຂອງມື້ນີ້ ແລະຮຽນ ຮູ້່ຈາກປະຫວັດສາດ
ຂອງພວກເຮົາ ແລະສະຫຼອງຄວາມຄືບໜ້າ ແລະໄລຍະທີ່ ພວກເຮົາໄດ້ຜ່ານຜ່າມາ ແລະ
ໄລຍະທີ່ພວກເຮົາຕ້ອງເດີນທາງຕໍ່.

ວັນພັກນີ້ ເປັນຂີດໝາຍຂອງວັນໃນປີ 1865 ທີ່ພວກທະຫານສະຫະພັນ ໄດ້ບອກພວກຂ້າ
ທາດທີ່ຖືກປ່ອຍໂຕກຸ່ມນຶ່ງທີ່ເປັນຄົນຜິວດຳຢູ່ໃນເມືອງກາລແວສ ຕັນ (Galveston) ໃນ
ລັດເທັກຊັສເຖິງການເປັນອິດສະຫຼະຂອງພວກເຂົາເຈົ້າ 2 ປີເຄິ່ງ ຫຼັງຈາກປະທານາມິບໍດີ
ເອັບຣາແຮມ ລິງຄອນ ໄດ້ລົງນາມໃນການປະກາດປົດປ່ອຍທາດ.

ໃນຂະນະທີ່ທ່ານໃຫ້ຄວາມເຫັນໃນວັນພະຫັດວານນີ້ ທ່ານໄບເດັນ ໄດ້ໃຫ້ກຽດ ແກ່ທ່ານ
ນາງໂອພາລ ລີ(Olpal Lee) ອາຍຸ 94 ປີ ນັກເຄື່ອນໄຫວທີ່ມັກເວົ້າ ກັນວ່າ “ເປັນແມ່ຕູ້
ຂອງຈູນທີນ” ຜູ້ທີ່ໄດ້ຮັບການຢືນຂຶ້ນຕົບມືສະໜັບສະໜູນ.

ທ່ານນາງລີ ໄດ້ຊຸກຍູ້ໃຫ້ຮັບຮູ້ວັນແຫ່ງຊາດສຳລັບຈູນທີນ ມາເປັນເວລາກວ່າ 40 ປີ ຊຶ່ງ
ຫວ່າງມໍ່ໆມານີ້ແມ່ນໃນປີ 2016 ໂດຍເລີິ້ມຍ່າງ ຫາ ດີຊີ (Opal Walkd 2 DC) ໃນຄວາມ
ຫວັງຈະໄດ້ຮັບການສະໜັບສະໜູນຈາກລັດຖະສະພາ ເພື່ອໃຫ້ວັນດັ່ງກ່າວ ເປັນວັນພັກ
ລັດຖະບານກາງ.

ຫຼາຍໆລັດຂອງສະຫະລັດ ໃຫ້ການອະນຸມັດໄປແລ້ວ ໃຫ້ວັນຈູນທີນ ໃຫ້ເປັນວັນພັກ.
ໂດຍຈະເຂົ້າຮ່ວມຢູ່ໃນ 10 ວັນພັກອື່ນໆຂອງລັດຖະບານກາງ ແລະເປັນເທື່ອ ທຳອິດທີ່
ໄດ້ເພີ້ມເຂົ້າໃສ່ ນັບແຕ່ວັນພັກທ່ານມາຕິນ ລູເທີຄິ ຈູເຍຍ (Martin Luther King Jr.)
ທີ່ໄດ້ກາຍມາເປັນວັນພັກ ໃນປີ 1983. ໄດ້ສະຫຼອງເປັນ ເທື່ອທຳອິດໃນປີ 1986.

ຮ່າງກົດໝາຍເພື່ອຕັ້ງວັນພັກຈູນທີນ ໄດ້ມາເຖິງໂຕະ ຂອງປະທານາທີບໍດີ ໄບເດັນ ຫຼັງ
ຈາກໄດ້ຮັບອະນຸມັດຜ່ານການເຫັນພ້ອມຢ່າງຖ້ວມລົ້ນ ຢູ່ໃນສະ ພາສູງໃນວັນອັງຄານທີ່
ຜ່ານມາ ແລະຜ່ານສະພາຕໍ່າ ກໍໄດ້ລົງຄະແນນສຽງ 415 ຕໍ່ 14 ເຫັນພ້ອມ ໃນວັນພຸດທີ່
ຜ່ານມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG