ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ. ໄບເດັນ ມອບໝາຍໃຫ້ ທ.ນ.ແຮຣີສ ຮັບຜິດຊອບ ບັນຫາການຫລັ່ງໄຫລເຂົ້າມາ ຂອງພວກຍົກຍ້າຍຖິ່ນຖານ


ປະທານາທິບໍດີໂຈ ໄບເດັນ ລົມກັບຮອງປະທານາທິບໍດີ ຄາມາລາ ແຮຣີສ ໃນກອງປະຊຸມກ່ຽວກັບຊາຍແດນທາງພາກໃຕ້ ຢູ່ທໍານຽບຂາວ, ວັນທີ 24, 2021 (ພາບຈາກອົງການຂ່າວ AP/Evan Vucci)
ປະທານາທິບໍດີໂຈ ໄບເດັນ ລົມກັບຮອງປະທານາທິບໍດີ ຄາມາລາ ແຮຣີສ ໃນກອງປະຊຸມກ່ຽວກັບຊາຍແດນທາງພາກໃຕ້ ຢູ່ທໍານຽບຂາວ, ວັນທີ 24, 2021 (ພາບຈາກອົງການຂ່າວ AP/Evan Vucci)

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ເລືອກເອົາຮອງປະທານາທິບໍດີ ຄາມາລາ ແຮຣີສ ໃຫ້ຮັບຜິດຊອບບັນຫານຶ່ງໃນຈໍານວນບັນຫາທີ່ໃຫຍ່ທີ່ສຸດທີ່ຄະ ນະລັດຖະບານຂອງທ່ານ ກໍາລັງປະເຊີນຢູ່ ໃນຊຸມເດືອນຕົ້ນໆ ຂອງການປະຕິງານຂອງພວກເພິ່ນນີ້ - ນັ້ນກໍຄືການຫລັ່ງໄຫຼເຂົ້າມາຂອງພວກຍົກຍ້າຍຖິ່ນຖານທີ່ມາຮອດຊາຍແດນທາງພາກໃຕ້ຂອງປະເທດ.

ທ່ານໄບເດັນກ່າວໃນວັນພຸດວານນີ້ວ່າ "ດຽວນີ້ພວກເຮົາກຳລັງຈະຮັບມືດ້ວຍທີມຢ່າງເຕັມຮູບແບບ." ໂດຍກ່າວເຖິງປະສົບການຜ່ານມາຂອງທ່ານນາງແຮຣີສໃນຖານະທີ່ເປັນຫົວໜ້າພະແນກຍຸຕິທໍາຂອງລັດຄາລີຟໍເນຍ ຊຶ່ງເປັນລັດຢູ່ຊາຍແດນນັ້ນ ທ່ານກ່າວຕໍ່ໄປວ່າ "ຂ້າພະເຈົ້າບໍ່ຄິດເຫັນຜູ້ໃດແລ້ວທີ່ຈະມີຄຸນສົມບັດເໝາະສົມດີໄປກວ່ານີ້."

ທ່ານໄບເດັນກ່າວຕື່ມອີກວ່າ "ເມື່ອລາວເວົ້າ, ລາວເວົ້າແທນຂ້ອຍ, ບໍ່ຈຳເປັນຕ້ອງມາຖາມຂ້ອຍກ່ອນ." "ລາວຮູ້ກ່ຽວກັບສິ່ງທີ່ຕົນເອງ ກຳລັງເຮັດຫຍັງຢູ່."

ທ່ານປະທານາທິບໍດີໄດ້ບອກກັບທ່ານນາງແຮຣີສ, ອະດີດສະມາຊິກສະພາສູງຂອງສະຫະລັດ ແລະລູກສາວຂອງຄົນເຂົ້າເມືອງວ່າ, "ຂ້ອຍໄດ້ໃຫ້ເອົາວຽກງານທີ່ຫຍຸ້ງຍາກໃຫ້ເຈົ້າ, ແລະເຈົ້າກໍຍິ້ມຮັບ."

ທ່ານນາງແຮຣີສ ໂດຍຢູ່ຄຽງຂ້າງກັບປະທານາທິບໍດີ ໄດ້ກ່າວວ່າ "ວຽກງານນີ້ຈະບໍ່ແມ່ນວຽກງ່າຍ", ໂດຍໄດ້ເອີ້ນກະແສຫລັ່ງໄຫຼຂອງຄົນເຂົ້າມາຢູ່ຕາມຊາຍແດນສະຫະລັດກັບແມັກຊິໂກວ່າ ເປັນ "ສະຖານະການທີ່ມີຄວາມທ້າທາຍ."

ທ່ານນາງຮອງປະທານາທິບໍດີກ່າວອີກວ່າ ເພິ່ນຫວັງວ່າຈະມີການພົວພັນທາງການທູດກັບບັນດາຜູ້ນຳລັດຖະບານປະເທດຕ່າງໆ ແລະພາກສ່ວນເອກະຊົນຂອງແອລ ຊາລວາດໍ, ກົວເຕມາລາ, ແລະຮອນດູຣັສ, ພ້ອມທັງຮ່ວມມືກັນກັບເມັກຊິໂກ ແລະປະເທດອື່ນໆໃນຊີກໂລກນີ້.

ທ່ານນາງກ່າວຕໍ່ໄປວ່າ “ໃນຂະນະທີ່ພວກເຮົາມີຄວາມເຂົ້າໃຈຈະແຈ້ງແລ້ວວ່າປະຊາຊົນບໍ່ຄວນເຂົ້າມາເຂດຊາຍແດນ ໃນຕອນນີ້, ພວກເຮົາກໍ່ເຂົ້າໃຈດີວ່າພວກເຮົາຈະບັງຄັບໃຊ້ກົດໝາຍ. ແລະອີກຢ່າງນຶ່ງ, ຍ້ອນວ່າພວກເຮົາສາມາດເຮັດຫລາຍສິ່ງຫລາຍຢ່າງໄປພ້ອມໆກັນໄດ້, ພວກເຮົາຕ້ອງໄດ້ແກ້ໄຂກົກເຄົ້າຂອງບັນຫາທີ່ກໍ່ໃຫ້ເກີດຜູ້ຄົນອອກເດີນທາງມານັ້ນ.”

ທ່ານ ໄບເດັນ ແລະທ່ານນາງແຮຣີສ ໄດ້ປະຕິເສດທີ່ຈະຕອບຄຳຖາມໃດໆ ຈາກບັນດານັກຂ່າວກຸ່ມນຶ່ງ ທີ່ຖືກອະນຸຍາດໃຫ້ເຂົ້າໄປໃນຫ້ອງຈັດງານລ້ຽງອາ ຫານຄໍ່າຮັບແຂກລັດຖະບານຂອງທຳນຽບຂາວ ເພື່ອຟັງການປະກາດດັ່ງກ່າວ, ເຊິ່ງມີຂຶ້ນໃນຂະນະທີ່ທ່ານປະທານາທິບໍດີກຳລັງພົບປະກັບທີ່ປຶກສາດ້ານຄົນເຂົ້າເມືອງ ແລະເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານຢູ່. ພວກເພິ່ນກໍາລັງພະຍາຍາມຫາວິທີຮັບມືກັບການເພີ່ມຂຶ້ນຂອງພວກຍົກຍ້າຍຖິ່ນຖານເຊິ່ງສ່ວນໃຫຍ່ແລ້ວແມ່ນຊາວອາເມຣິກາກາງທີ່ຂ້າມຊາຍແດນມາ.

ການແຕ່ງຕັ້ງທ່ານນາງແຮຣີສໃຫ້ເຂົ້າຮັບບົດບາດໃໝ່ແມ່ນໄດ້ຮັບຄວາມເຫັນດີ ນໍາຈາກອົງການນຶ່ງທີ່ເຮັດໃຫ້ນະໂຍບາຍຂອງລັດຖະສະພາທີ່ສະໜັບສະໜຸນດ້ານຄົນເຂົ້າເມືອງກ້າວໜ້າໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG