ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໄບເດັນ ປະກາດການຊ່ວຍເຫລືອຊຸດໃໝ່ ແກ່ຢູເຄຣນ 800 ລ້ານໂດລາ ແລະ​ເອີ້ນ​ທ່ານ​ປູ​ຕິນ​ວ່າ ​'ເປັນ​ອາ​ດ​ຊະ​ຍາ​ກອນ​ສົງ​ຄາມ'


ພວກ​ກູ້​ໄພ​ໄດ້​ທຳ​ຄວາມ​ສະ​ອາດ​ເອົາ​ຊາກ​ຫັກ​ພັງ​ອອກ​ຈາກ​ອາ​ຄານທີ່​ຖືກ​ທຳ​ລາຍ​ໂດຍ​ການ​ຍິງລະ​ດົມ​ໃສ່​ເຂດ​ກາງ​ເມືອງ Kharkiv ໃນ​ວັນ​ທີ 16 ມີ​ນາ, 2022 ທ່າມ​ກາງ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ
ພວກ​ກູ້​ໄພ​ໄດ້​ທຳ​ຄວາມ​ສະ​ອາດ​ເອົາ​ຊາກ​ຫັກ​ພັງ​ອອກ​ຈາກ​ອາ​ຄານທີ່​ຖືກ​ທຳ​ລາຍ​ໂດຍ​ການ​ຍິງລະ​ດົມ​ໃສ່​ເຂດ​ກາງ​ເມືອງ Kharkiv ໃນ​ວັນ​ທີ 16 ມີ​ນາ, 2022 ທ່າມ​ກາງ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ​ໄດ້ສະ​ໜອງ​ຕອບຄຳ​ຮ້ອງ​ຂໍການ​ຊ່ວຍ​ເຫລືອ​ຈາກ​ຢູ​ເຄຣນໃນ​ວັນ​ພຸດ​ວານ​ນີ້ດ້ວຍ​ບ້ວງ​ເງິນ​ຊ່ວຍ​ເຫລືອ 800 ລ້ານ​ ໂດ​ລາ​ ທີ່​ລວມທັງ​ອາວຸດ ​ແລະ​ອຸ​ປະ​ກອນປ້ອງ​ກັນຊາດ​ຫລາຍ​ປະ​ເພດ ​ຊຶ່ງ​ເປັນ​ການ​ຕອບ​ສະ​ໜອງ ​ທີ່​ບໍ່​ມີການ​ກຳ​ນົດ​ເຂດ​ຫ້າມ​ບິນ ທີ່ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ ສະ​ແຫວງຫາ​ ໃນ​ຂະນະ​ທີ່​ປະ​ເທດ​ຂອງ​ທ່ານ​ປະ​ເຊີນ​ໜ້າ​ກັບ​ການ​ໂຈມ​ຕີ​ຢ່າງ​ຕໍ່​ເນື່ອງຈາກຣັດເຊຍຢູ່ນັ້ນ.

​ແຕ່​ທ່ານໄບ​ເດັນຍັງ​ໄດ້​ຍົກ​ລະດັບ​ອຸນຫະພູມ​ຂອງ​ສົງຄາມ​ຄຳ​ເວົ້າ ຂອງທ່ານເອງ​ກັບ​ປະທານາທິບໍດີ​ຣັ​ດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ.

"ຂ້າພະເຈົ້າຄິດວ່າລາວເປັນອາຊະຍາກອນສົງຄາມ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານໄບ​ເດັນ ທີ່ກ່າວຕໍ່ນັກຂ່າວໃນກອງ​ປະ​ຊຸມຕໍ່ມາຂອງມື້ດຽວ​ກັນນັ້ນ. ແຕ່​ທ່ານບໍ່​ໄດ້​ອະທິບາຍ​ເຖິງລະອຽດ​ແລະກໍ​ຍ່າງ​ໜີ.

ໃນການຕອບໂຕ້ຄືນນັ້ນ ໂຄສົກວັງເຄ​ຣັມ​ລິນ, ທ່ານ ດ​ມິ​ຕ​ຣີ ເພ​ສ​ຄອ​ຟ (Dmitry Peskov) ກ່າວຕໍ່ອົງການຂ່າວ TASS ວ່າ ຄໍາເວົ້າຂອງທ່ານໄບ​ເດັນແມ່ນ "ຄໍາເວົ້າທີ່ຍອມຮັບບໍ່ໄດ້ ແລະກໍບໍ່ສາມາດອະໄພໃຫ້ໄດ້."

ເມື່ອຖືກ​ຂໍ​ໃຫ້ເວົ້າລາຍລະອຽດ, ໂຄສົກຂອງທຳນຽບຂາວ, ທ່ານນາງ​ເຈນ ຊາ​ກີ ກ່າວວ່າ “ຄຳ​ເຫັນຂອງທ່ານປະທານາທິບໍດີ ແມ່ນເວົ້າໃຫ້​ຮູ້​ໝົດ​ ຢູ່​ໃນ​ຫັ້ນແລ້ວ.” ທ່ານ​ນາງບອກວ່າ "ທ່ານເວົ້າຈາກໃຈຂອງທ່ານ ແລະກໍເວົ້າຈາກສິ່ງທີ່ທ່ານໄດ້ ເຫັນໃນໂທລະພາບ, ເຊິ່ງເປັນການກະທໍາທີ່ປ່າເຖື່ອນຂອງຜູ້ນໍາຜະ​ເດັດ​ການທີ່ໂຫດຮ້າຍ ຜ່ານການບຸກ​ລຸກຕ່າງປະເທດຂອງລາວ."

ທ່ານປູ​ຕິນ ໄດ້ເປີດສາກບຸກ​ລຸກຢູເຄຣນເມື່ອສາມອາທິດກ່ອນ. ກໍາລັງທະ​ຫານ ຂອງທ່ານໄດ້ໂຈມຕີໂຮງຫມໍ, ໂຮງຮຽນແລະບ້ານເຮືອນ. ທ່ານເຊ​ເລັນ​ສ໌​ກີ ກ່າວ​ວ່າ ມີ​ເດັກນ້ອຍ​ປະມານ 100 ຄົນ​ໄດ້​ເສຍ​ຊີວິດຢູ່​ໃນ​ການ​ໂຈມ​ຕີ​ຢ່າງ​ເຕັມ​ສ່ວນນັ້ນ.

ເບິ່ງວີ​ດິ​ໂອ​ທ່ານ​ໄບ​ເດັນ​ເຊັນ​ອະ​ນຸ​ມັດ​ການ​ຊ່ວຍ​ເຫລືອ​ແກ່​ຢູ​ເຄ​ຣນ

Biden Announces $800M in Security Aid for Ukraine
please wait

No media source currently available

0:00 0:02:34 0:00

ທ່ານປູ​ຕິນ ໄດ້ເປີດສາກບຸກ​ລຸກຢູເຄຣນເມື່ອສາມອາທິດກ່ອນ. ກໍາລັງທະ​ຫານ ຂອງທ່ານໄດ້ໂຈມຕີໂຮງຫມໍ, ໂຮງຮຽນແລະບ້ານເຮືອນ. ທ່ານເຊ​ເລັນ​ສ໌​ກີ ກ່າວ​ວ່າ ມີ​ເດັກນ້ອຍ​ປະມານ 100 ຄົນ​ໄດ້​ເສຍ​ຊີວິດຢູ່​ໃນ​ການ​ໂຈມ​ຕີ​ຢ່າງ​ເຕັມ​ສ່ວນນັ້ນ.

ຊຸດ​ການ​ຊ່ວຍ​ເຫຼືອ​ໃໝ່​ຂອງ​ສະ​ຫະ​ລັດ “ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດໄປ​ໃຫ້​ຢູ​ເຄ​ຣນໃນ​ມູນ​ຄ່າ​ທັງ​ໝົດເປັນ 1 ຕື້​ໂດ​ລາ​ໃນ​ອາ​ທິດ​ນີ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານໄບ​ເດັນ.

​ທ່ານປະທານາທິບໍດີກ່າວຕື່ມອີກວ່າ "ການ​ຊ່ວຍ​ເຫລືອຊຸດໃຫມ່ນີ້ ຢູ່ໃນຕົວຂອງ ມັນເອງ ແມ່ນຈະສະຫນອງການຊ່ວຍເຫຼືອທີ່ບໍ່ເຄີຍມີມາກ່ອນ ໃຫ້​ແກ່ຢູເຄ​ຣນ," "ມັນປະກອບມີລະບົບຕໍ່ຕ້ານເຮືອບິນ 800 ຊຸດເພື່ອເຮັດໃຫ້ແນ່ໃຈວ່າ ທະຫານ ຢູເຄ​ຣນສາມາດສືບຕໍ່ສະ​ກັດ​ກັ້ນເຮືອບິນ ແລະ ເຮລິຄອບເຕີທີ່ໄດ້ໂຈມຕີປະຊາ ຊົນຂອງພວກເຂົາເຈົ້າ ແລະປ້ອງກັນເຂດໜ່ານຟ້າ ຂອງຢູເຄຣນ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Zelenskyy Pleads With US Congress for No-Fly Zone, Military Aid
please wait

No media source currently available

0:00 0:03:16 0:00
XS
SM
MD
LG