ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ປະກາດ ເພີ່ມການສັກຢາວັກຊີນ ກັນ COVID-19


ພະນັກງານສູນກາງການແພດ UNC ຄົນນຶ່ງໄດ້ຮັບການສັກຢາວັກຊີນ COVID-19 ຂອງລາວ ໃນເມືອງ ແຊັບໂປ ຮິລ, ລັດ ຄາໂຣໄລນາເໜືອ. 2 ກຸມພາ, 2021.
ພະນັກງານສູນກາງການແພດ UNC ຄົນນຶ່ງໄດ້ຮັບການສັກຢາວັກຊີນ COVID-19 ຂອງລາວ ໃນເມືອງ ແຊັບໂປ ຮິລ, ລັດ ຄາໂຣໄລນາເໜືອ. 2 ກຸມພາ, 2021.

ທຳນຽບຂາວໄດ້ປະກາດມາດຕະການໃໝ່ເພື່ອຂະຫຍາຍອັດຕາຂອງການສັກຢາວັກຊີນຕ້ານ COVID-19 ໃນວັນອັງຄານວານນີ້, ທີ່ລວມມີການແຈກຢາຍຢາວັກຊີນໃຫ້ຮ້ານຂາຍຢາທີ່ຖືກເລືອກໃນທົ່ວປະເທດ.

ຖະແຫຼງການສະບັບນຶ່ງຈາກທຳນຽບຂາວໄດ້ກ່າວວ່າ “ສືບຕໍ່ຈາກການປະກາດໃນອາທິດທີ່ຜ່ານມາ, ລັດຖະບານທ່ານ ໄບເດັນ ແລະ ທ່ານນາງ ແຮຣິສ ຈະຂະຫຍາຍການສະໜອງຢາວັກຊີນໂດຍລວມ ໃນແຕ່ລະອາທິດ ໃຫ້ລັດ, ຊົນເຜົ່າ ແລະ ດິນແດນຕ່າງໆເຖິງ 10 ລ້ານ 5 ແສນໂດສທົ່ວປະ ເທດເລີ່ມຕົ້ນໃນອາທິດນີ້,” ໂດຍກ່າວເນັ້ນວ່ານີ້ແມ່ນປະກອບດ້ວຍການເພີ່ມຂຶ້ນ 22 ເປີເຊັນ ໃນການສະໜອງຢາວັກຊີນ ນັບຕັ້ງແຕ່ປະທານາທິບໍດີ ໂຈ ໄບເດັນ ໄດ້ເຂົ້າກຳຕຳແໜ່ງໃນວັນທີ 20 ມັງກອນ.

ຖະແຫຼງການດັ່ງກ່າວຍັງໄດ້ເວົ້າວ່າລັດຖະບານກາງຈະຊົດເຊີຍລັດ ແລະ ດິນແດນຕ່າງໆ ສຳລັບສຳພາລະທັງຫຼາຍຄືໜ້າກາກ ແລະ ຖົງມືໃນຂະນະທີ່ ສະຫະລັດ ໄດ້ສືບຕໍ່ ການຕໍ່ສູ້ກັບຕົວເລກການຕິດໄວຣັສ ແລະ ຜູ້ເສຍຊີວິດທີ່ສູງເປັນປະຫວັດການ.

ຖະແຫຼງການນັ້ນໄດ້ລວມເອົາລາຍຊື່ຂອງຮ້ານຂາຍຢາທັງຫຼາຍ ເຊິ່ງຄາດວ່າຈະໄດ້ຮັບຢາວັກຊີນໄວສຸດແມ່ນອາທິດໜ້າ, ໂດຍກ່າວເນັ້ນວ່າປະຊາກອນ ສະຫະລັດ ສ່ວນຫຼາຍແມ່ນອາໄສຮ້ານຂາຍຢາໃນທ້ອງຖິ່ນ ເພື່ອສັກຢາກັນໄຂ້ຫວັດຂອງເຂົາເຈົ້າທຸກໆປີ.

ການປະກາດດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ຫຼາຍລັດໄດ້ຕຳໜິຕິຕຽນວ່າ ເຂົາເຈົ້າບໍ່ມີຢາວັກຊີນພໍທີ່ຈະສັກໃຫ້ປະຊາຊົນທີ່ມີຄວາມສ່ຽງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG