ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນປະໄດ້ປະກາດກ່ຽວກັບຄວາມພະ ຍາຍາມທີ່ຈະຄວບຄຸມອັນທີ່ເອີ້ນວ່າປືນຜີ ຫລືປືນທີ່ບໍ່ມີເລກທະບຽນ ໃນວັນຈັນວານນີ້, ລວມທັງການຫ້າມການຜະລິດຊຸດສິ້ນສ່ວນ ທີ່ຜູ້ໃຊ້ສາມາດ ປະກອບເອົາເອງ ເພື່ອຜະລິດປືນທີ່ບໍ່ມີເລກທະບຽນຊຶ່ງເຮັດໃຫ້ບໍ່ສາມາດ ຕິດຕາມໄດ້. ບັນດາກຸ່ມປົກປ້ອງສິດໃນການຖືປືນໄດ້ໃຫ້ຄຳໝັ້ນສັນຍາຈະຕໍ່ສູ້ຄັດຄ້ານຕໍ່ກົດລະບຽບນີ້.
ທ່ານໄບເດັນ ກ່າວຢູ່ທີ່ງານຂອງທຳນຽບຂາວ ໃນຂະນະທີ່ທ່ານຖືປືນຜີກະບອກນຶ່ງວ່າ “ຂະແໜງການປະຕິບັດກົດໝາຍ ກຳລັງໄດ້ຍິນສຽງເຕືອ ນໃຫ້ລະວັງ.” "ປະຊາຄົມຂອງພວກເຮົາເປັນຜູ້ຮັບເຄາະ."
ທ່ານໄບເດັນກ່າວອີກວ່າ " 1 ປີ ກ່ອນ ໃນອາທິດນີ້, ໂດຍທີ່ຢືນຢູ່ທີ່ໜີ້ກັບບັນດາທ່ານຫຼາຍໆຄົນ, ຂ້າພະເຈົ້າໄດ້ສັ່ງໃຫ້ທະນາຍຄວາມຂຽນກົດລະບຽບທີ່ຈະ ຄວບຄຸມການແຜ່ຂະຫຍາຍຂອງປືນຜີ, ເພາະວ່າຂ້ອຍ ມີບັນຫາໃນການເຮັດ ໃຫ້ສິ່ງໃດກໍຢ່າຖືກຮັບຮອງເອົາໃນລັດຖະສະພາ."
ກົດລະບຽບໃຫມ່ຂອງກະຊວງຍຸຕິທໍາຈະກໍານົດໃຫ້ຊຸດສິ້ນສ່ວນທີ່ປະກອບປືນ ເອົາເອງ ໃຫ້ມີເລກທະບຽນທີ່ຜູ້ປະຕິບັດກົດຫມາຍສາມາດນໍາໃຊ້ໄດ້ເພື່ອຕາມ ຫາອາວຸດທີ່ໃຊ້ໃນການກໍ່ອາຊະຍາກໍາໄດ້, ກວດເບິ່ງວ່າຜູ້ຂາຍໄດ້ຮັບໃບອະນຸຍາດຈາກລັດຖະບານກາງ ແລະກວດສອບປະຫວັດຂອງຜູ້ຊື້ຫລືບໍ່. ຮ້ານໃດທີ່ໄດ້ມີປືນຜີຢູ່ແລ້ວກໍ່ຕ້ອງໃຫ້ໃສ່ເລກທະບຽນໃຫ້ມັນ.
ພາກສ່ວນອື່ນອີກຂອງກົດລະບຽບໃຫມ່ນີ້ ແມ່ນກ່າວເຖິງປືນທີ່ເຮັດດ້ວຍສິ້ນສ່ວນປະກອບທີ່ຢູ່ຕ່າງຫາກ ເພື່ອຮັບປະກັນວ່າມັນຖືກຄຸ້ມຄອງໂດຍກົດລະບຽບທີ່ຮຽກ ຮ້ອງໃຫ້ມີເລກທະບຽນ ແລະການກວດສອບປະຫວັດ. ສິ້ນສ່ວນປະກອບເປັນສ່ວນນຶ່ງຂອງປືນທີ່ພາກສ່ວນອື່ນ, ເຊັ່ນເລົາ ແລະໄກຍິງ ຕິດມານຳພ້ອມ.
ອີກພາກສ່ວນນຶ່ງ ກໍຕ້ອງການໃຫ້ຜູ້ຂາຍປືນທີ່ເຄີຍຖືກອະນຸຍາດໃຫ້ທໍາລາຍບັນ ທຶກສ່ວນໃຫຍ່ຫຼັງຈາກ 20 ປີ ຜ່ານໄປແລ້ວ ໃນປັດຈຸບັນໃຫ້ປ່ຽນໄປຮັກສາຂໍ້ມູນໄວ້ຈົນກ່ວາພວກເຂົາເຈົ້າປິດທຸລະກິດ. ຫຼັງຈາກນັ້ນ, ຮ້ານຄ້າທີ່ປິດລົງຈະ ໂອນບັນທຶກເຫລົ່ານັ້ນ ໄປຍັງຫ້ອງການເຫຼົ້າ, ຢາສູບ, ອາວຸດປືນແລະລະເບີດ, ທີ່ເອີ້ນວ່າ ATF.
ກະຊວງຍຸຕິທຳກ່າວວ່າ ໃນປີ 2021, ອົງການໃນດ້ານປະຕິບັດກົດໝາຍໄດ້ລາຍງານວ່າ ມີປືນ 20,000 ກະບອກທີ່ສົງໄສວ່າເປັນປືນຜີຖືກກວດພົບໃນລະຫວ່າງການສືບສວນຄະດີອາຍາ ຊຶ່ງເພີ້ມຂຶ້ນ 10 ເທົ່າເມື່ອທຽບໃສ່ປີ 2016.