ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ປະກາດແຜນການຊ່ວຍເຫຼືອ 1,900 ຕື້ໂດລາ ຮັບມືໄວຣັສໂຄໂຣນາ


ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໄບເດັນ ກ່າວກ່ຽວກັບການແຜ່ລະບາດໂຄວິດ-19 ທີ່ໂຮງມະຫໍລະສົບຄວີນ ວັນທີ 14, 2021 ໃນເມືອງວີວມິງຕັນ ລັດເດລາແວ.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໄບເດັນ ກ່າວກ່ຽວກັບການແຜ່ລະບາດໂຄວິດ-19 ທີ່ໂຮງມະຫໍລະສົບຄວີນ ວັນທີ 14, 2021 ໃນເມືອງວີວມິງຕັນ ລັດເດລາແວ.

ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ໄດ້ເປີດເຜິຍແຜນການຮັບມືກັບໄວ
ຣັສໂຄໂຣນາ ໃນຕອນແລງວັນພະຫັດວານນີ້ ໂດຍກ່າວຢໍ້າເຖິງຄວາມຮີບດ່ວນໃນການ
ຮັບຜ່ານຮ່າງກົດໝາຍເພື່ອຊ່ວຍໃຫ້ຊາວອາເມຣິກັນ ຜ່ານພົ້ນ ການແຜ່ລະ ບາດຂອງ
ໂຄວິດ-19 ແລະວິກິດການດ້ານເສດຖະກິດ ທີ່ເກີດຂຶ້ນຍ້ອນພະຍາດດັ່ງກ່າວ.

ທ່ານໄບເດັນໄດ້ກ່າວໃນວັນພະຫັດວານນີ້ ຢູ່ໃນຄຳປາໄສເພື່ອນຳສະເໜີແຜນການກູ້
ໄພຊາວອາເມຣິກັນໂດຍກ່າວວ່າ “ລະຫວ່າງທີ່ເກີດໂຣກລະບາດນີ້ ມີຊາວອາເມ ຣິກັນ
ຫຼາຍລ້ານຄົນ ທີ່ເຂົາເຈົ້າບໍ່ໄດ້ເຮັດຫຍັງຜິດໄດ້ສູນເສຍກຽດສັກສີແລະຄວາມ ນັບຖື ທີ່
ມາກັບເຊັກຈ່າຍເງິນ.”

ແຜນຂອງທ່ານໄບເດັນແມ່ນຮວມທັງການຈ່າຍເງິນໂດຍກົງຮອບໃໝ່ 1,400 ໂດລາ
ໃຫ້ແກ່ຊາວອາເມຣິກັນທັງໝົດ ໃຫ້ທຶນເພື່ອສົ່ງເສີມການເປີດໂຮງຮຽນຄືນຢ່າງປອດໄພ
ແລະເພີ້ມໂຄງການສັກຢາວັກຊີນໃນທົ່ວປະເທດ. ນອກນັ້ນແລ້ວຍັງຮວມທັງຈາກເງິນຕື່ມ
400 ໂດລາຕໍ່ອາທິດ ສຳລັບການປະກັນໄພເງິນຫວ່າງງານ ໄປຈົນຮອດເດືອນກັນຍາ.

ໃນການບັນເທົາທຸກຕໍ່ບັນດາທຸລະກິດຂະນາດນ້ອຍ ຊຶ່ງເປັນທີ່ຮູ້ກັນດີວ່າເປັນທຸລະກິດ
ທີ່ເປັນເຈົ້າຂອງໂດຍຄົນຜີວດໍານັ້ນ ຍັງໄດ້ໃຫ້ລາຍລະອຽດຢູ່ໃນແຜນການ.

ແຜນການດັ່ງກ່າວ ຊຶ່ງທີມງານຂອງຄະນະໂອນອຳນາດໄດ້ອະທິບາຍວ່າ “ເປັນແຜນ
ການທີ່ກະຕືລືລົ້ນ ແຕ່ກໍສາມາດບັນລຸໄດ້” ແມ່ນກະປະມານວ່າຈະມີມູນຄ່າທັງໝົດ
1,900 ຕື້ໂດລາ ອີງຕາມຖະແຫຼງການທີ່ນຳອອກເຜີຍແຜ່ກ່ອນການກ່າວ ຄຳປາໄສ
ຂອງທ່ານໄບເດັນ.

ນັ້ນແມ່ນໂຕເລກ ທີ່ສະມາຊິກພັກຣີພັບບລິກກັນກ່າວວ່າ ຫຼາຍເກີນໄປໂພດຫວ່າງ ບໍ່
ດົນຜ່ານມານີ້.

ທ່ານຈອນ ຄໍນິນ (John Cornyn) ສະມາຊິກສະພາສູງພັກຣີພັບບລິກັນຈາກລັດເທັກ
ຊັສ ໄດ້ສົ່ງຂໍ້ຄວາມທາງທວິດເຕີວ່າ “ຈື່ໄດ້ບໍວ່າແຜນການບັນເທົາທຸກໂຄວິດ-19 ຂອງ
ທັງສອງພັກ 900 ຕື້ໂດລາ ຫາກໍເປັນກົດໝາຍໄດ້ພຽງແຕ່ 18 ມື້ກ່ອນ.”

ເທື່ອນີ້ ທ່ານໄບເດັນ ຈະມີສະພາຕ່ຳທີ່ຄວບຄຸມໂດຍພັກເດໂມແຄຣັດ ໂດຍມີສຽງ ສ່ວນ
ຫຼາຍພຽງເລັກນ້ອຍ ແລະສະພາສູງ ທີ່ແບ່ງກັນພັກລະ 50-50 ໂດຍມີຮອງ ປະທານາທິ
ບໍດີ ທ່ານນາງຄາມາຣາ ແຮຣິສ (Kamara Harris) ພ້ອມແລ້ວທີ່ຈະຕັດສິນຊີ້ຂາດ.

ສະມາຊິກພັກເດໂມແຄຣັດຄົນນຶ່ງ ທ່ານໂຈ ແມນຈີນ (Joe Manchin) ຈາກລັດ ແວັທ
ເວີຈີເນຍ (West Virginia) ໃນວັນສຸກມື້ນີ້ ໄດ້ສົ່ງຂໍ້ຄວາມທາງທວິດເຕີວ່າ “ຖ້າຫາກ
ເຊັກເງິນຊ່ວຍເຫຼືອຮອບໃໝ່ອອກໄປ ມັນຄວນແນໃສ່ ບັນດາຜູ້ທີ່ມີຄວາມຕ້ອງການ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG