ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ໂຈ ໄບເດັນ ແລະ ທ່ານ ສີ ຈິ່ນຜິງ ຈະພົບປະກັນທາງອອນໄລນ໌ ໃນຂະນະທີ່ພວກເພິ່ນ ເຂົ້າຮ່ວມກອງປະຊຸມ APEC


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຊ້າຍ, 6 ພະຈິກ, 2021, ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນນະຄອນຫຼວງ ບຣາຊິເລຍ, ປະເທດ ບຣາຊິລ. 13 ພະຈິກ, 2019.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຊ້າຍ, 6 ພະຈິກ, 2021, ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນນະຄອນຫຼວງ ບຣາຊິເລຍ, ປະເທດ ບຣາຊິລ. 13 ພະຈິກ, 2019.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ຄູ່ຮ່ວມຕຳແໜ່ງຂອງທ່ານຈາກ ຈີນ ທ່ານ ສີ ຈິ່ນຜິງ, ຈະທຳການພົບປະທີ່ເກີດຂຶ້ນໄດ້ຍາກທາງອອນໄລນ໌ໃນອາທິດນີ້ ໃນຂະນະທີ່ພວກເພິ່ນເຕົ້າໂຮມກັນທາງອອນໄລນ໌ ກັບບັນດາຜູ້ນຳປະເທດແຄມມະຫາສະໝຸດປາຊີຟິກ ເພື່ອສ້າງແຜນ ການໄປສູ່ການຟື້ນຟູຈາກວິກິດການທີ່ນຳມາໂດຍໂຣກລະບາດ, ອີງຕາມອົງການຂ່າວ AP.

ປະເທດ ນິວ ຊີແລນ ຈະຈັດກອງປະຊຸມການຮ່ວມມືດ້ານເສດຖະກິດ ເອເຊຍ-ປາຊີຟິກ ຫຼື APEC ຂອງປີນີ້ ເຊິ່ງຈະບັນລຸຈຸດສຸດຍອດໃນກອງປະຊຸມຂອງບັນດາຜູ້ນຳໃນວັນເສົານີ້. ການສືບຕໍ່ລະ ບາດຂອງໄວຣັສໂຄໂຣນາ ແລະ ການຫ້າມເດີນທາງທີ່ກ່ຽວຂ້ອງກັນນັ້ນ ໄດ້ເຮັດໃຫ້ກອງປະຊຸມຖືກຈັດຂຶ້ນທາງອອນໄລນ໌ເປັນປີທີສອງລຽນຕິດ.

ດັ່ງທີ່ເກີດຂຶ້ນຕາມປົກກະຕິນັ້ນ, ບັນດາສະມາຊິກກຸ່ມ APEC 21 ປະເທດຈະຊອກຫາຂົງເຂດຕ່າງໆເຊິ່ງບັນດາສະມາຊິກຈະສາມາດຮ່ວມມືກັນ ກ່ຽວກັບ ການຫຼຸດຜ່ອນສິ່ງກີດຂວາງຕໍ່ການເຕີບໂຕຂອງການຄ້າ ແລະ ເສດຖະກິດແທນທີ່ຈະພະຍາຍາມແກ້ໄຂຄວາມຂັດແຍ້ງທີ່ມີມາດົນນານ.

ຈຸດເພັ່ງເລັງກໍຈະເປັນ ກ່ຽວກັບ “ການສ້າງເສັ້ນທາງໄປສູ່ການຟື້ນຕົວຈາກວິກິດການທີ່ເກີດຂຶ້ນຄັ້ງນຶ່ງໃນສັດຕະວັດນີ້,” ອີງຕາມການກ່າວໃນຖະແຫຼງການສະບັບນຶ່ງຂອງນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ, ທີ່ເປັນເຈົ້າພາບຈັດກອງປະຊຸມຂອງຜູ້ນຳດັ່ງກ່າວ.

ລວມທັງໝົດນັ້ນ, ສະມາຊິກຂອງ APEC ປະກອບມີປະຊາກອນເກືອບ 3 ພັນລ້ານຄົນ ແລະ ປະ ມານ 60 ເປີເຊັນຂອງຍອດຜະລິດຕະພັນລວມຂອງໂລກ. ເຂົາເຈົ້າມີຂອບເຂດແຄມມະຫາສະໝຸດ ປາຊີຟິກ ຈາກປະເທດ ຊີເລ ຫາ ຣັດເຊຍ, ຕໍ່ໄປ ໄທ ເຖິງ ອອສເຕຣເລຍ.

ບັນດາເຈົ້າໜ້າທີ່ເວົ້າວ່າ ເຂົາເຈົ້າໄດ້ທຳຄວາມກ້າວໜ້າທີ່ສຳຄັນ ໃນລະຫວ່າງກອງປະຊຸມເບື້ອງ ຕົ້ນປະມານ 340 ຄັ້ງ.

ບັນດາສະມາຊິກ APEC ໄດ້ຕົກລົງທີ່ຈະຫຼຸດຜ່ອນ ຫຼື ລົບລ້າງພາສີຫຼາຍຢ່າງ ແລະ ການຕິດຄ້ງຢູ່ເຂດຊາຍແດນ ກ່ຽວກັບ ຢາວັກຊີນ, ໜ້າກາກ ແລະ ຜະ ລິດຕະພັນການແພດທີ່ສຳຄັນອື່ນໆ ເພື່ອຕໍ່ສູ້ກັບໄວຣັສໂຄໂຣນາ, ອີງຕາມການກ່າວຂອງທ່ານ ແວນເຈີລິສ ວິຕາລິສ, ປະທານຂອງກອງປະຊຸມເຈົ້າໜ້າທີ່ອ​ະວຸໂສນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG