ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ທ່ານ ໄບເດັນ ແລະ ທ່ານ ທຣຳ ແຂ່ງກັນເພື່ອຄະແນນສຽງຂອງພວກຜູ້ຍິງ ທີ່ມີສິດເລືອກຕັ້ງ


ທ່ານ ໄບເດັນ ແລະ ທ່ານ ທຣຳ ແຂ່ງກັນເພື່ອຄະແນນສຽງຂອງພວກຜູ້ຍິງ ທີ່ມີສິດເລືອກຕັ້ງ

ຜູ້ມີສິດເລືອກຕັ້ງໃນສະຫະລັດ ຫຼາຍກວ່າເຄິ່ງໜຶ່ງ ແມ່ນຜູ້ຍິງ. ສກັອດ ສເຕີນສ໌ ນັກຂ່າວຈາກ ວີໂອເອ ມີລາຍງານກ່ຽວກັບສິ່ງທີ່ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີ ທ່ານ ໂຈ ໄບເດັນ ແລະ ທ່ານ ດໍໂນລ ທຣຳ ກຳລັງເຮັດເພື່ອຈະໄດ້ຮັບຄະແນນສຽງຈາກພວກຜູ້ຍິງນັ້ນ.

ການໂຄສະນາຫາສຽງສ່ວນໃຫຍ່ ມຸ່ງເນັ້ນໃສ່ກຸ່ມຜູ້ຍິງ ໃນເລື່ອງຂອງສິດທິໃນການເຮັດແທ້ງ ແລະ ສິດທິໃນການສືບພັນ.

ແຕ່ພວກຜູ້ຍິງອາເມຣິກາເລີ່ມໃສ່ໃຈຕໍ່ກັບເລື່ອງອື່ນ ຫຼາຍກວ່າເລື່ອງການເຮັດແທ້ງແລ້ວ, ການໂຄສະນາຫາສຽງນັ້ນ ກຳລັງເຂົ້າເຖິງປະເດັ່ນທີ່ກວ້າງຂຶ້ນ ໃນນັ້ນລວມເຖິງ ເສດຖະກິດ, ສຸຂະພາບ ແລະ ອາຊາຍາກຳ.

ໃນລັດມິນີໂຊຕາ, ຜູ້ລົງຄະແນນສຽງ ນາງ ເຣີເບັກກ້າ ເຈັນເຊນ ໄດ້ກ່າວໄວ້ວ່າ ປະທານາທິບໍດີ ທ່ານ ໂຈ ໄບເດັນ ສົມຄວນໄດ້ຮັບການຮັບຮູ້ ສຳລັບຜົນງານຂອງທ່ານ ທີ່ນາງໄດ້ກ່າວວ່າ ເປັນການຕັດສິນໃຈທີ່ຖືກຕ້ອງ.

ນາງເຈັນເຊນ ໄດ້ເວົ້າວ່າ “ຂ້ອຍຄິດວ່າ ສິ່ງຕ່າງໆກ່ຽວກັບ ສິ່ງແວດລ້ອມນັ້ນມີຄວາມສຳຄັນຫຼາຍ. ເສດຖະກິດກໍເປັນສິ່ງສຳຄັນ ແລະ ເລື່ອງສຸຂະພາບກໍເຊັ່ນກັນ. ຂ້ອຍເປັນພະຍາບານ ສະນັ້ນຈຶ່ງຍັງພົບກັບໂຄວິດໃນບ່ອນເຮັດວຽກເປັນປະຈຳ. ແລະ ຜູ້ຄົນຕ່າງກໍບອກວ່າ ພວກເຮົາຢູ່ໃນຊ່ວງຫຼັງການແຜ່ລະບາດ, ຫຼັງການແຜ່ລະບາດ, ແຕ່ທີ່ຈິງແລ້ວ ບໍ່ແມ່ນເລີຍ. ພວກເຮົາທຸກຄົນຍັງຢູ່ຮ່ວມກັບມັນຢູ່. ດັ່ງນັ້ນຂ້ອຍຄິດວ່າ ການທີ່ມີຄົນເຊື່ອໃນວິທະຍາສາດຢູ່ທຳນຽບຂາວນັ້ນ ເປັນເລື່ອງທີ່ດີ.”

ໃນລັດເນວາດາ, ຜູ້ມີສິດເລືອກຕັ້ງ ນາງ ຈູລີ້ ເບນບ໌ ຕ້ອງການໃຫ້ທ່ານ ດໍໂນລ ທຣຳ ດຳລົງຕຳແໜ່ງໃນວາລະທີ່ສອງ.

ນາງ ເບນບ໌ ເວົ້າວ່າ “ລາວເກັ່ງໃນການຈັດການກັບເສດຖະກິດ. ບໍ່ມີສົງຄາມໃດໆ. ມີແຕ່ຄວາມສາມັກຄີ. ມີແຕ່ຄວາມສະຫງົບ. ພວກເຮົາທຸກຄົນໄດ້ເຮັດວຽກ. ລາຄານ້ຳມັນກໍ່ປົກກະຕິ, ຂ້ອຍໝາຍຄວາມວ່າ… ລາວເປັນຄົນທີ່ມະຫັດສະຈັນ. ລາວຮັກປະເທດຂອງຕົນເອງ. ເປັນຄົນດີ. ລາວເປັນຄົນເບິ່ງແຍງຄອບຄົວເປັນຢ່າງດີ ແລະ ພວກເຮົາຈະເອົາລາວກັບຄືນມາ.”

ທ່ານ ໄບເດັນ ກຳລັງມຸ່ງເປົ້າໄປທີ່ພວກຜູ້ຍິງທີ່ມີສິດເລືອກຕັ້ງ ດ້ວຍໂຄງການລິເລີມຂອງທຳນຽບຂາວ ທີ່ກ່ຽວກັບການວິໄຈດ້ານສຸຂະພາບຂອງຜູ້ຍິງ.

ໂຄສະນາຂອງທ່ານໄບເດັນ ເວົ້າວ່າ “ລອງຄິດເຖິງຄວາມກ້າວໜ້າທັງໝົດທີ່ພວກເຮົາໄດ້ເຮັດໄປແລ້ວນັ້ນ ໃນແວດວົງການແພດ, ແຕ່ວ່າຜູ້ຍິງບໍ່ໄດ້ເປັນຈຸດສົນໃຈເລີຍ. ການວິໄຈໃຊ້ເວລາດົນເກີນໄປກວ່າ ທີ່ຈະເຂົ້າເຖິງພວກທ່ານທຸກຄົນໄດ້.”

ສ່ວນໂຄສະນາຂອງທ່ານທຣຳ ເວົ້າວ່າ “ເມື່ອເຈົ້າເວົ້າກັບຄອບຄົວຂອງເຈົ້າວ່າ ‘ຖ້າເຈົ້າມາ, ພວກເຮົາຈະເຮັດໃຫ້ເຈົ້າແຍກກັນ’, ສະນັ້ນເຂົາຈະບໍ່ມາ.”

ໂຄສະນາຂອງທ່ານ ໄບເດັນ ທີ່ໄດ້ຖືກເຜີຍແຜ່ລົງໃນສື່ສັງຄົມອອນລາຍ ໃນວັນແມ່ ເປັນການໂຈມຕີນະໂຍບາຍຂອງ ທ່ານ ທຣຳ ໃນການແຍກຄອບຄົວຂອງຜູ້ອົບພະຍົບ, ໂດຍບອກຜູ້ມີສິດເລືອກຕັ້ງໃຫ້, ຄຳເວົ້າຂອງທ່ານໄບເດັນທີ່ວ່າ “ເຮັດສິ່ງທີ່ດີແກ່ແມ່ທັງຫຼາຍໃນຊີວິດຂອງເຈົ້າ. ດ້ວຍການຢຸດ ທຣຳ.”

ທ່ານ ທຣໍາ ໄດ້ກ່າວໃນກອງປະຊຸມຊາວຄຣິສຕຽນຜູ້ຍິງຫົວອານຸລັກ ວ່າ ລາວຈະນຳເອົາສັນຕິພາບມາສູ່ ຢູໂຣບ.

ທ່ານທຣຳ ເວົ້າວ່າ “ກ່ອນທີ່ຂ້ອຍຈະໄປຮອດຫ້ອງການຮູບຊົງໄຂ່ຂອງທຳນຽບຂ່າວ ພຸ້ນ, ບໍ່ດົນຫຼັງຈາກທີ່ຂ້ອຍຊະນະຕຳແໜ່ງປະທານາທິບໍດີ, ຂ້ອຍກໍຈະແກ້ໄຂສົງຄາມອັນເປັນຕາຢ້ານລະຫວ່າງ ຣັດເຊຍ ແລະ ຢູເຄຣນ.”

ທ່ານ ທຣໍາ ຍັງເຮັດວຽກເພື່ອດຶງດູດຜູ້ມີສິດເລືອກຕັ້ງຜູ້ຍິງ ດ້ວຍເນື້ອຫາຂອງການເອົາຈິງເອົາຈັງກັບ ອາຊາຍາກຳ ແລະ ຄົນເຂົ້າເມືອງ.

ທ່ານທຣຳ ເວົ້າວ່າ “ຂ້ອຍຄິດວ່າ ຂ້ອຍເຮັດໄດ້ດີຫຼາຍ ຕໍ່ກັບແມ່ບ້ານທີ່ມາຈາກຊົນນະບົດ, ເພາະວ່າ ພວກເຂົາຕ້ອງການຢູ່ຢ່າງປອດໄພ. ແຕ່ວ່າ ພວກເຂົາໄດ້ລັກເອົາເຄື່ອງປະດັບ, ພວກເຂົາເອົາກະເປົ໊າເງິນ, ເຄື່ອງໃຊ້ໄຟຟ້າ, ໂມງ ແລະ ເງິນສົດ ຂອງພວກເຂົາເຈົ້າໄປທັງໝົດ. ແລ້ວຜູ້ຄົນກັບຄືນມາ ເຂົາເວົ້າວ່າ, ເກີດຫຍັງຂຶ້ນ? ຖ້າເຈົ້າບໍ່ຕ້ອງການພວກອາຊະກອນຕ່າງດ້າວທີ່ຜິດກົດໝາຍຄານເຂົ້າມາຜ່ານປ່ອງຢ້ຽມຂອງພວກເຈົ້າ ແລະເຂົ້າໄປຄົ້ນລີນຊັກຂອງພວກເຈົ້າ, ດັ່ງນັ້ນ ເຈົ້າຕ້ອງລົງຄະແນນໃຫ້ກັບຄວາມຈິງທີ່ວ່າ ພວກເຮົາຕ້ອງໂຍນນັກສໍ້ໂກງ ໂຈ ໄບເດັນ ອອກໄປໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້, ເຊິ່ງລາວ ສາມາດເຮັດໃຫ້ເສຍຫາຍໄດ້.”

ສູນວິໄຈສຳລັບສະຕີ ແລະ ການເມືອງ ຂອງອາເມຣິກາ ໄດ້ກ່າວວ່າ ພວກຜູ້ຍິງໄດ້ລົງຄະແນນສຽງຫຼາຍກວ່າພວກຜູ້ຊາຍ ໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ໃນທຸກໆຄັ້ງ ນັບຕັ້ງແຕ່ປີ 1980 ເປັນຕົ້ນມາ. ໃນການແຂ່ງຂັນປີ 2020 ຂອງເຈົາເຈົ້ານັ້ນ ຂໍ້ມູນຈາກ Pew Research ກ່າວວ່າ ທ່ານ ໄບເດັນ ໄດ້ຮັບຄະແນນສຽງຂອງພວກຜູ້ຍິງ ຫຼາຍກວ່າ ທ່ານ ທຣໍາ ເຖິງ 11 ເປີເຊັນ.

Women voters are more than half of the U.S. electorate. VOA Correspondent Scott Stearns reports on what presidential candidates Joe Biden and Donald Trump are doing to win women’s votes.

Much of this presidential campaign’s focus on women voters is centered on abortion laws and reproductive rights.

But American women care about more than just abortion, and the campaigns are reaching out on broader issues including the economy, health care and crime.

In Minnesota, voter Rebecca Jensen says President Joe Biden deserves credit for making what she says are the right decisions.

(Rebecca Jensen, Minnesota Voter)

“I think the things about the environment are very important. I think the economy is important and health care. I'm a nurse and so I still see COVID at work frequently. And people keep saying we're post-pandemic, post-pandemic, but we're really not. We're still in the midst of it. So I just think that that having somebody that believes in science in the White House is a good thing.”

In Nevada, voter Julie Benb wants a second term for Donald Trump.

(Julie Benb, Nevada Voter)

"He was good for the economy. There was no war. There was harmony. There was peace. We were all working. The gas prices were normal. I mean, it was... he was an amazing man. He loves his country. He's a good person. He raised a good family and we're going to get him back."

Biden is targeting women voters with a White House initiative on women’s health research.

“Think of all the breakthroughs we've made in medicine across the board, but women have not been the focus. Research has been taking much too long to get to you all.”

Nat of Trump in campaign ad: “When you say to a family that, ‘If you come, we are going to break you up,’ they don’t come.”

The Biden campaign released a Mother’s Day social media ad attacking Trump’s policy of separating immigrant families, telling voters to, quote, “Do the moms in your life a favor. Stop Trump.”

Trump told a meeting of conservative Christian women that he will bring peace to Europe.

(Donald Trump, Republican Presidential Candidate)

"Before I even arrive at the Oval Office, shortly after I win the presidency, I will have the horrible war between Russia and the Ukraine settled.

Trump is also working to appeal to women voters with get-tough messages on crime and immigration.

(Donald Trump, Republican Presidential Candidate)

"I think I do great with the suburban housewives because they want to remain safe. But they loot the jewelry, they take their purses, electronics, watches, all of their cash. And the people come back and they say, what happened? If you don't want illegal alien criminals crawling through your windows and ransacking your drawers, then you must vote for the fact that we have to throw Crooked Joe Biden out as fast as possible, the damage he can do.”

The Center for American Women and Politics says more women have voted than men in every U.S. presidential election since 1980. In their 2020 race, Pew Research data says Biden won the women’s vote by 11 percentage points over Trump.

ຟໍຣັມສະແດງຄວາມຄິດເຫັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 24 ມິຖຸນາ 2024

XS
SM
MD
LG