ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ການແຂ່ງຂັນເປັນປະທານາທິບໍດີ ລະຫວ່າງ ທ່ານ ໄບເດັນ ແລະ ທ່ານ ທຣໍາ ໃນ ລັດມິຊິແກນ


ລາຍງານກ່ຽວກັບ ນະໂຍບາຍການໂຄສະນາຫາສຽງ ລະຫວ່າງ ທ່ານ ໄບເດັນ ແລະ ທ່ານ ທຣໍາ ໃນລັດ ມິຊິແກນ

ຜູ້ສະໝັກລົງແຂ່ງຂັນປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກໍາລັງວາງແຜນທີ່ຈະໂຄສະນາຫາສຽງ ໃນລັດມິຊິແກນ ທີ່ຕັ້ງຢູ່ທາງພາກກາງກໍ້າຕາເວັນຕົກຂອງປະເທດ ໃນອາທິດນີ້, ເຊິ່ງເປັນນຶ່ງໃນລັດຈໍານວນໜ້ອຍ ທີ່ສາມາດປ່ຽນຜົນຂອງການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກທີ່ຈະມາເຖິງນີ້. ສກັອດ ສເຕີນສ໌ (Scott Stearns) ນັກຂ່າວ VOA ມີ​ລາຍ​ງານ​ກ່ຽວ​ເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດ.

ຜູ້ລົງຄະແນນເລືອກຕັ້ງໃນລັດມິຊີແກນ ໄດ້ເລືອກເອົາ ທ່ານດໍໂນລ ທຣໍາ ໃນປີ 2016, ແຕ່ເລືອກເອົາ ທ່ານໂຈ ໄບເດັນ ໃນປີ 2020, ເຊິ່ງຄະນະໂຄສະນາຫາສຽງຂອງທັງສອງທ່ານ ເຊື່ອວ່າ ພວກເພິ່ນສາມາດເອົາຊະນະໄດ້ ໃນເດືອນພະຈິກ.

ສ່ວນນຶ່ງໃນແຜນການຂອງ ທ່ານ ທຣໍາ ຢູ່ໃນລັດມິຊິແກນ ແມ່ນການເອົາຊະນະຈິດໃຈພວກຄົນງານດ້ານອຸດສາຫະກຳລົດຍົນ ຜູ້ທີ່ວຽກງານເຫຼົ່ານັ້ນຂອງພວກເຂົ້າ, ເຊິ່ງທ່ານກ່າວວ່າ, ໄດ້ຖືກຂົ່ມຂູ່ໂດຍແຜນການດ້ານພະລັງງານທົດແທນຂອງ ທ່ານ ໄບເດັນ, ລວມທັງເງິນອຸດຫນູນສໍາລັບລົດໄຟຟ້າ.

ມັນແມ່ນຂໍ້ຄວາມ ທີ່ທ່ານກໍາລັງນໍາມາກ່າວຢູ່ການໂຮມຊຸມນຸມ ໃນພາກກາງຂອງລັດມິຊິແກນ ໃນວັນພຸດມື້ນີ້.

ທ່ານດໍໂນລ ທຣໍາ, ຜູ້ລົງສະໝັກປະທານາທິບໍດີຈາກພັກຣີພັບບລີກັນ: ເວົ້າວ່າ

“ພວກເຮົາຈະຢູ່ໃນລັດມິຊິແກນ, ເຊິ່ງເປັນລັດທີ່ລາວໄດ້ທໍາລາຍ ຍ້ອນອຸດສາຫະກໍາລົດຍົນ. ພວກເຮົາຈະບໍ່ມີວຽກໃດໆເຫຼືອຢູ່ ໃນລັດມິຊິແກນແຫ່ງນີ້ເລີຍ. ບໍ່ມີວຽກງານດ້ານພາຫານະເຫຼືອຢູ່ໃນລັດມິຊິແກນນີ້ເລີຍ. ວຽກທັງໝົດ ຈະໄປປະເທດຈີນ ແລະສະຖານທີ່ອື່ນໆ ດ້ວຍການອອກຄຳສັ່ງທີ່ເປັນຕາຫົວຂອງລົດໄຟຟ້ານີ້ (EV), ດ້ວຍຄໍາສັ່ງຂອງຍານພາຫະນະໄຟຟ້າ.”

ສະຫະພັນຫຼັກ ກໍາລັງເປັນໂຕແທນໃຫ້ພວກຄົນງານດ້ານອຸດສາຫະກຳລົດຍົນ ໃນລັດມິຊິແກນ ໄດ້ຮັບຮອງເອົາ ທ່ານ ໄບເດັນ ເໜືອ ທ່ານ ທຣໍາ. ທ່ານພອລ ໂທເຣັນທ໌ (Paul Torrente) ເຊິ່ງເປັນໂຕແທນຂອງສະຫະພັນ ແລະເປັນຜູ້ລົງຄະແນນສຽງຂອງລັດມິຊິແກນ.

ທ່ານ ພອລ ໂທເຣັນທ໌: ເວົ້າວ່າ

“ສ່ວນໃຫຍ່ແລ້ວ ທ່ານດໍໂນລ ທຣໍາ ມັກຈະໄດ້ຮັບການສະຫນັບສະຫນູນຈາກບັນດາບໍລິສັດໃຫຍ່ໆ ໃນລັດມິຊິແກນ ເພາະວ່າ ແທ້ຈິງແລ້ວ ພວກເຂົາແມ່ນຜູ້ທີ່ກົດຂີ່ຊົນຊັ້ນແຮງງານລົງ. ດັ່ງນັ້ນ, ສໍາລັບ ທ່ານ ທຣໍາ ທີ່ຈະກ່າວວ່າ ທ່ານມີລັດມິຊິແກນ, ແຕ່ທ່ານບໍ່ມີພວກຄົນແຮງງານຢູ່ໃນລັດມິຊິແກນ ເລີຍ, ທ່ານມີແຕ່ເປີເຊັນດຽວ.”

ນັ້ນແມ່ນຂໍ້ຄວາມທີ່ ທ່ານ ໄບເດັນ ກໍາລັງນໍາໃຊ້ ເພື່ອຮັກສາຜູ້ລົງຄະແນນສຽງໃນຄົວເຮືອຂອງສະຫະພັນ, ຜູ້ທີ່ການສໍາຫຼວດຄວາມຄິດເຫັນຂອງອົງການຂ່າວ NBC ກ່າວວ່າ ຍັງຄົງມັກ ທ່ານຢູ່ ຫຼາຍກວ່າທ່ານ ທຣຳ ແຕ່ຢູ່ໃນຂອບເຂດຄະແນນທີ່ໜ້ອຍກວ່າເກົ່າ ເມື່ອ 4 ປີກ່ອນ.

ທ່ານ ໂຈ ໄບເດັນ, ປະທານາທິບໍດີສະຫະລັດ: ເວົ້າວ່າ

“ວິໄສທັດຂອງ ທ່ານດໍໂນລ ທຣໍາ ກ່ຽວກັບອາເມຣິກາ ແມ່ນເປັນການແກ້ແຄ້ນ ແລະການຈອງເວນ. ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ເສຍໄຊ ທີ່​ເບິ່ງ​ໂລກ​ຈາກບ້ານພັກ Mar-a-Lago ແລະ​ກົ້ມ​ຫົວ​ໃຫ້ແກ່​ບັນ​ດາມະຫາ​ເສດ​ຖີພັນລ້ານ, ຜູ້​ທີ່ດູຖູກສະຫະພັນແຮງງານອາເມຣິກັນ. ມັນບໍ່ມີພຽງແຕ່ອັນນັ້ນ ທີ່ທ່ານບໍ່ສະຫນັບສະຫນູນແລ້ວ ທ່ານຍັງດູໝິ່ນພວກເຮົາອີກ.”

ຄວາມຮັບຜິດຊອບທີ່ອາດເປັນໄປໄດ້ ສໍາລັບ ທ່ານ ໄບເດັນ ໃນລັດມິຊິແກນ ກໍແມ່ນວ່າ ພວກຜູ້ມີສິດລົງຄະແນນສຽງຂອງພັກເດໂມແຄຣັດ ດັ້ງເດີມ ຜູ້ທີ່ຄັດຄ້ານຕໍ່ການສະຫນັບສະຫນູນຂອງທ່ານ ແກ່ສົງຄາມຂອງອິສຣາແອລ ຢູ່ໃນ ກາຊາ.

ທ່ານໂອມາ ຊູເລມານ (Omar Suleiman) ແມ່ນ ພະສົງໃນສາສະໜາອິສລາມ ຫຼື Imam ຢູ່ທີ່ສູນກາງອິສລາມຂອງນະຄອນດີທຣອຍ ແລະ ເປັນຜູ້ມີສິດລົງຄະແນນສຽງ ໃນລັດມິຊິແກນ.

ທ່ານໂອມາ ຊູເລມານ: ເວົ້າວ່າ

“ຂ້າພະເຈົ້າຄິດວ່າ ທ່ານມີຄວາມຕັ້ງໃຈ ໂດຍການປະຕິບັດຕາມນະໂຍບາຍທີ່ບໍ່ພຽງແຕ່ບໍ່ມີມະນຸດສະທໍາ ແລະຫນ້າລັງກຽດສໍາລັບທຸກຄົນ ທີ່ຫວັງໃນສິ່ງທີ່ແຕກຕ່າງກັນເທົ່ານັ້ນ, ແຕ່ຈະມີຜົນສະທ້ອນຕາມມາ ໃນເດືອນ ພະຈິກ ປີ 2024 ນີ້ອີກດ້ວຍ.”

ໃນເມືອງນ້ອຍໆຊື່ວ່າ ອາດໍາສ໌ (Adams) ຂອງລັດມິຊິແກນ, ຜູ້ລົງຄະແນນສຽງເຊື່ອວ່າ ທ່ານ ໄບເດັນ ຜິດພາດໃນການຈັດການກ່ຽວກັບບັນຫາຄົນເຂົ້າເມືອງ ແລະສູນເສຍການຄວບຄຸມບັນຫາເຂດຊາຍແດນ, ອີງຕາມການກ່າວຂອງຜູ້ບໍລິຫານເມືອງດັ່ງກ່າວ ທ່ານແຣນດີ ຈອນສັນ (Randy Johnson), ແລະເປັນຜູ້ມີສິດລົງຄະແນນສຽງ.

ທ່ານແຣນດີ ຈອນສັນ ກ່າວວ່າ:

“ເບິ່ງດູວ່າ ມີຈັກຄົນ, ແລະຂ້າພະເຈົ້າຈະບໍ່ເວົ້າເຖິງເລື້ອງນີ້ ໃນທາງທີ່ບໍ່ດີ, ແຕ່ເບິ່ງວ່າ ມີຈັກຄົນທີ່ເຂົ້າມາ, ເບິ່ງວ່າ ມີຈັກຄົນທີ່ພວກເຮົາບໍ່ຮູ້ວ່າ ພາກັນເຂົ້າມາເທົ່າໃດ, ເບິ່ງດູວ່າ ມີຄົນບໍ່ດີເຂົ້າມາຫຼາຍປານໃດ, ກຳແພງຂອງທ່ານທຣໍາ ຈະກີດກັນທັງໝົດນັ້ນ ຢູ່ແຕ່ຟາກດຽວເທົ່ານັ້ນ.”

ທ່ານ ທຣໍາ ກ່າວວ່າ ຊາວມິຊິແກນ ເມື່ອຍກັບ ທ່ານ ໄບເດັນ ແລ້ວ.

ທ່ານດໍໂນລ ທຣໍາ, ຜູ້ລົງສະໝັກປະທານາທິບໍດີຈາກພັກຣີພັບບລີກັນ:

“ເດືອນພະຈິກນີ້, ລັດມິຊິກັນ ທີ່ຍິ່ງໃຫຍ່ຈະບອກຄົນຄົດໂກງ ໂຈ ໄບເດັນ ວ່າ ເຈົ້າໄດ້ຖືກໄລ່ອອກແລ້ວ, ໜີອອກຈາກບ່ອນນີ້ໄປເລີຍ.”

ທ່ານ ໄບເດັນ ກ່າວ​ວ່າ ມັນ​ແມ່ນ​ຄວາມ​ເຂັ້ມ​ແຂງ​ຂອງ​ສະ​ຫະ​ພັນ​ແຮງ​ງານ ທີ່​ຈະ​ຊ່ວຍ​ໃຫ້ທ່ານ​ ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່ອີກຄັ້ງ.

ທ່ານໂຈ ໄບເດັນ ກ່າວວ່າ:

“ພວກເຈົ້າແມ່ນຜູ້ດີທີ່ສຸດໃນໂລກ. ເຈົ້າຮູ້, ພວກເຈົ້າໄດ້ໃຫ້ການສະໜັບສະໜູນຂ້າພະເຈົ້າໃນປີ 2020. ແລະຍ້ອນພວກເຈົ້າ, ຂ້າພະເຈົ້າຈຶ່ງໄດ້ມາຢືນຢູ່ນະທີ່ນີ້ໃນຖານະປະທານາທິບໍດີຂອງສະຫະລັດອາເມຣິກາ. ເປັນຍ້ອນພວກເຈົ້າ. ແລະນັ້ນແມ່ນຄວາມຈິງ. ເປັນຍ້ອນພວກເຈົ້າ, ໃນປີ 2024, ພວກເຮົາຈະເຮັດໃຫ້ ດໍໂນລ ທຣໍາ ເປັນຜູ້ຜ່າຍແພ້ອີກຄັ້ງນຶ່ງ.”

ການສຳຫຼວດຄວາມຄິດເຫັນຂອງອົງການຂ່າວ CBS ກ່ຽວກັບຜູ້ມີສິດລົງຄະແນນສຽງຢູ່ລັດມິຊິແກນໃນອາທິດແລ້ວນີ້ພົບວ່າ ທ່ານ ໄບເດັນ ມີຄະແນນນຳໜ້າ ທ່ານ ທຣໍາ ພຽງເລັກນ້ອຍເທົ່ານັ້ນ, ໂດຍປະມານ ສອງສ່ວນສາມຂອງປະຊາຊົນຊາວມິຊິແກນກ່າວວ່າ ການລົງຄະແນນສຽງສໍາລັບປະທານາທິບໍດີໃນປີນີ້ ມີຄວາມສຳຄັນຫຼາຍກວ່າທີ່ເຄີຍມີມາເມື່ອສີ່ປີກ່ອນໜ້ານີ້.

state of Michigan this week. It’s one of a handful of states that could swing the results of November’s presidential election. VOA Correspondent Scott Stearns has our story.

Voters in Michigan chose Donald Trump in 2016 but Joe Biden in 2020. It is a state both campaigns believe they can win this November.

Part of Trump’s approach in Michigan is winning over auto workers whose jobs, he says, are threatened by Biden’s renewable energy plans, including subsidies for electric vehicles.

It’s a message he is bringing to a rally in central Michigan Wednesday.

Donald Trump, Republican Presidential Candidate:

“We’ll be in Michigan, a state that he’s destroyed because of the auto industry. We’re not going to have any jobs left in Michigan. No auto jobs left in Michigan. They’re all going over to China and other places with this ridiculous EV mandate, electric vehicle mandate.”

The main union representing auto workers in Michigan endorsed Biden over Trump.

Paul Torrente is a union representative.

Paul Torrente, Michigan Voter:

“Donald Trump most likely has the support of big corporations in Michigan because they are the ones that actually hold the working class down. So, for him to actually say that he has Michigan, he doesn’t have the working people in Michigan, he has the 1%.’’

That is a message Biden is using to keep union-household voters, who an NBC News poll says still favor him over Trump but by a smaller margin than four years ago.

Joe Biden, U.S. President:

“Donald Trump’s vision of America is one of revenge and retribution. A defeated former president who sees the world from Mar-a-Lago and bows down to billionaires, who looks down on American union workers. It’s not just that he’s not supporting, he looks down on us.”

A potential liability for Biden in Michigan is traditionally Democratic voters who oppose his support for Israel in the war in Gaza.

Omar Suleiman is an Imam at the Islamic Center of Detroit.

Omar Suleiman, Michigan Voter:

“He is intentionally, I think, pursuing a policy that is not only inhumane and disgusting to everyone that hoped for something different, but will be consequential in November 2024.”

In Michigan’s Adams Township, voters believe Biden has mishandled immigration and lost control of the border, says township supervisor Randy Johnson.

Randy Johnson, Michigan Voter:

“Look how many, and I’m not saying this in a bad way, but look how many people came in. Look how many people we didn’t know came in. Look how many bad people came in. Trump’s wall would’ve isolated all that.”

Trump says Michiganders are tired of Biden.

Donald Trump, Republican Presidential Candidate:

"This November, the great state of Michigan is going to tell crooked Joe Biden you're fired, get the hell out of here."

Biden says it is the strength of labor unions that will help him win re-election.

Joe Biden, U.S. President:

"You're the best in the world. You know, you had my back in 2020. And because of you, I'm standing here as president of the United States of America. Because of you. And that's a fact. Because of you, in 2024, we're going to make Donald Trump a loser again."

A CBS News poll of Michigan voters last week found Biden has a slim lead over Trump, with nearly two-thirds of Michiganders saying voting for president this year matters more than it did four years ago.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG