ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ແລະ ທ່ານນາງແຮຣິສ ຈະພົບປະກັບຄອບຄົວຂອງ ທ່ານຄິງ ໃນວັນຄົບຮອບ 60 ປີ ຂອງການເດີນຂະບວນ ຢູ່ນະຄອນຫຼວງວໍຊິງຕັນ


ທ່ານນາງເບີນີສ ຄິງ, ລູກສາວຂອງທ່ານ ມາຕິນ ລູເທີ ຄິງ ຈູເນຍ, ກ່າວຢູ່ຕໍ່ໜ້າອານຸສາວະລີ ມາຕິນ ລູເທີ ຄິງ ຈູເນຍ ໃນນະຄອນຫຼວງວໍຊິງຕັນ, ວັນທີ 25 ສິງຫາ 2023.
ທ່ານນາງເບີນີສ ຄິງ, ລູກສາວຂອງທ່ານ ມາຕິນ ລູເທີ ຄິງ ຈູເນຍ, ກ່າວຢູ່ຕໍ່ໜ້າອານຸສາວະລີ ມາຕິນ ລູເທີ ຄິງ ຈູເນຍ ໃນນະຄອນຫຼວງວໍຊິງຕັນ, ວັນທີ 25 ສິງຫາ 2023.

ປະທານາທິບໍດີ ໂຈ ໄບເດັນ ແລະ ຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ຈະພົບກັບຄອບຄົວຂອງພະ​ອາ​ຈານມາຕິນ ລູເທີ ຄິງ ຈູເນຍ (Martin Luther King Jr.) ໃນວັນຄົບຮອບ 60 ປີຂອງການເດີນຂະບວນຢູ່ນະຄອນ ຫຼວງວໍຊິງຕັນດີຊີ ໃນວັນຈັນມື້ນີ້, ອີງຕາມລາຍງານຂອງອົງການຂ່າວ AP.

ທ່ານຄິງ ເປັນຜູ້ນໍາຄົນສໍາຄັນໃນການເດີນຂະບວນຢູ່ວໍຊິງຕັນ ສໍາລັບດ້ານວຽກງານ ແລະດ້ານອິດສະຫຼະພາບ ໃນວັນທີ 28 ສິງຫາ ປີ 1963. ທ່ານໄດ້ນໍາສົ່ງຂໍ້ຄວາມທີ່ມີຊື່ສຽງຂອງທ່ານວ່າ “ຂ້າພະເຈົ້າມີຄວາມຝັນ” ຈາກຂັ້ນໄດຂອງອະນຸສາວະລີ Lincoln Memorial ຕໍ່ໜ້າບັນດາຝູງຊົນປະມານ 250,000 ຄົນ.

ໃນທ້າຍອາທິດນີ້, ຜູ້ຄົນຫຼາຍພັນຄົນ ໄດ້ມາໂຮມຊຸມນຸມກັນອີກຄັ້ງ ຢູ່ທີ່ສະ​ໜາມ​ຫຼວງແຫ່ງຊາດ ເພື່ອລະລຶກເຖິງ ການ​ໂຮມ​ຊຸມ​ນຸມ​ເດີນ​ຂະ​ບວນ​ ທີ່​ໄດ້​ມີ​ຂຶ້ນນັ້ນ. ທ່ານໄບເດັນ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງສະຫຼອງຄົບຮອບ 60 ປີ ຂອງຄະນະກໍາມະການທະນາຍຄວາມ ເພື່ອສິດທິຂອງພົນລະເມືອງພາຍໃຕ້ກົດໝາຍ ນໍາອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG