ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນ ປະກາດມາດຕະການລົງໂທດ ຫຼັງຈາກ ທ່ານປູຕິນ ຮັບຮູ້ຂົງເຂດທີ່ແຍກຕົວອອກຈາກຢູເຄຣນ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ລົງນາມຄຳສັ່ງຝ່າຍບໍລິຫານ ເພື່ອຫ້າມການຄ້າຂາຍ ແລະການລົງທຶນ ລະຫວ່າງ ສ່ວນບຸກຄົນຊາວສະຫະລັດ ແລະສອງຂົງເຂດທີ່ແຍກຕົວອອກຈາກຢູເຄຣນ ຢູ່ທາງພາກຕາເວັນອອກ ຊຶ່ງໄດ້ຖືກຮັບຮຸູ້ເອກະລາດ ໂດຍຣັດເຊຍ, ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ກຸມພາ 2022. (Reuters)
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ລົງນາມຄຳສັ່ງຝ່າຍບໍລິຫານ ເພື່ອຫ້າມການຄ້າຂາຍ ແລະການລົງທຶນ ລະຫວ່າງ ສ່ວນບຸກຄົນຊາວສະຫະລັດ ແລະສອງຂົງເຂດທີ່ແຍກຕົວອອກຈາກຢູເຄຣນ ຢູ່ທາງພາກຕາເວັນອອກ ຊຶ່ງໄດ້ຖືກຮັບຮຸູ້ເອກະລາດ ໂດຍຣັດເຊຍ, ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ກຸມພາ 2022. (Reuters)

ທຳນຽບຂາວໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນຈະວາງມາດຕະການລົງໂທດຕໍ່​ເຂດ​ຢຶດ​ຄອງ​ຂອງຣັດເຊຍໃນ​ເມືອງໂດເນສຄ໌ ແລະລູຮານສຄ໌ ​ທາງພາກຕາເວັນອອກຂອງຢູເຄຣນ ຊຶ່ງພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ໄດ້ຮັບຮູ້ເອກະລາດ ຂອງສອງເຂດດັ່ງກ່າວນັ້ນ.

“ພວກເຮົາໄດ້ຄາດຄະເນການເຄື່ອນໄຫວຄືແບບນີ້ຈາກຣັດເຊຍ ແລະພ້ອມແລ້ວທີ່ຈະຕອບໂຕ້ໃນທັນທີ” ນັ້ນແມ່ນຄຳເວົ້າຂອງໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ທີ່ໄດ້ກ່າວໄປໃນວັນຈັນວານນີ້. ທ່ານນາງໄດ້ກ່າວວ່າ ປະທານາທິ ບໍດີ ໂຈ ໄບເດັນ ຈະອອກຄຳສັ່ງຝ່າຍບໍລິຫານຫ້າມ ບໍ່ໃຫ້ຊາວອາເມຣິກັນເຮັດການລົງທຶນ ການຄ້າຂາຍ ແລະການເງິນໃໝ່ໃດໆ ຢູ່ໃນພື້ນທີ່ເຫຼົ່ານັ້ນ.

ການປະກາດອອກມາເຊັ່ນນັ້ນຂອງທ່ານປູຕິນ ເພີ້ມຄວາມຢ້ານກົວຕໍ່ປະເທດຕາ ເວັນຕົກທີ່ວ່າ ທ່ານປູຕິນ ກຳລັງພ້ອມທີ່ຈະບຸກລຸກຢູເຄຣນ ໃນໄວໆນີ້ ອັນເປັນສິ່ງທີ່ເຈົ້າໜ້າທີ່ອະວຸໂສໃນຄະນະລັດຖະບານທ່ານນຶ່ງ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ເປັນໄພຂົ່ມຂູ່ທີ່ແທ້ຈິງ.

ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ “ໃນນຶ່ງຊົ່ວໂມງຜ່ານມານີ້ ພວກເຮົາໄດ້ເຫັນຣັດເຊຍສັ່ງການໃຫ້ສົ່ງກຳລັງທະຫານເຂົ້າໄປ (ໂດເນສຄ໌) ແລະ (ລູຮານສຄ໌) ສຳ ລັບອັນທີ່ເອີ້ນວ່າ ບົດບາດໜ້າທີ່ການຮັກສາສັນຕິພາບ.”

ທ່ານກ່າວອີກວ່າ “ອັນນີ້ບໍ່ແມ່ນຄຳປາໄສພຽງແຕ່ກ່ຽວກັບຄວາມປອດໄພຂອງຣັດເຊຍເທົ່ານັ້ນ. ມັນແມ່ນການໂຈມຕີຕໍ່ແນວຄວາມຄິດໃນອະທິປະໄຕ ແລະເອກະ ລາດຂອງຢູເຄຣນ. ທ່ານປູຕິນ ໄດ້ປະກາດເປັນທີ່ຈະແຈ້ງວ່າ ທ່ານເຫັນວ່າ ໃນດ້ານປະຫວັດສາດຂອງຢູເຄຣນແລ້ວ ເປັນພາກສ່ວນນຶ່ງຂອງຣັດເຊຍ. ແລະທ່ານກໍໄດ້ກ່າວອ້າງທີ່ບໍ່ຖືກຕ້ອງຫຼາຍຄັ້ງ ກ່ຽວກັບບັນຫາຂັດແຍ້ງກັບຢູເຄຣນ ທີ່ເບິ່ງຄືວ່າ ຖືກອອກແບບມາເພື່ອເປັນຂໍ້ແກ້ຕົວຕໍ່ການກະທຳທາງທະຫານ ກໍອາດເປັນໄປໄດ້. ອັນນີ້ແມ່ນຄຳປາໄສຕໍ່ປະຊາຊົນຣັດເຊຍເພື່ອເຮັດໃຫ້ສົງຄາມ ເປັນ ຄວາມຊອບທຳ.”

ທ່ານໄດ້ກ່າວວ່າ ທຳນຽບຂາວ ຈະປະກາດມາດຕະການຕ່າງໆຕື່ມອີກ ໃນວັນອັງຄານມື້ນີ້ ສຳລັບສິ່ງທີ່ສະຫະລັດເຫັນວ່າ ເປັນ “ການລະເມີດຢ່າງຈະແຈ້ງຕໍ່ກົດໝາຍສາກົນແລະອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຢູເຄຣນ ພ້ອມດ້ວຍຄຳໝັ້ນໝາຍຕ່າງໆຕໍ່ນາໆຊາດຂອງຣັດເຊຍເອງ.”

ທ່ານບໍ່ໄດ້ກ່າວວ່າ ແຜນການທີ່ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ຈະພົບປະກັບຄູ່ຮ່ວມຕຳແໜ່ງຂອງທ່ານຈາກຣັດເຊຍ ຄືທ່ານເຊີເກ ລາວ໌ຣອຟ ນັ້ນ ຍັງຄົງມີຢູ່ຫຼືບໍ່ ໃນທ້າຍອາທິດນີ້. ການປະຊຸມດັ່ງກ່າວນັ້ນ ອາດເປັນໄປໄດ້ວ່າ ແມ່ນມີຈຸດປະສົງເພື່ອກຳນົດກອງປະຊຸມສຸດຍອດລະຫວ່າງທ່ານປູຕິນ ແລະທ່ານໄບເດັນ.

ທ່ານກ່າວຕື່ມວ່າ “ພວກເຮົາຈະສືບຕໍ່ສະແຫວງຫາທາງການທູດ ຈົນກວ່າວ່າ ພວກລົດຖັງແລ່ນເຂົ້າມາ. ພວກເຮົາບໍ່ໄດ້ຢູ່ພາຍໃຕ້ຄວາມເພີ້ຝັນໃດໆກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນຂ້າງໜ້າ. ແລະພວກເຮົາແມ່ນພ້ອມແລ້ວ ທີ່ຈະຕອບໂຕ້ຢ່າງເດັດຂາດເມື່ອມັນເປັນຈັ່ງຊັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG