ປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານ
ຄາດວ່າຈະພົບປະກັບທ່ານ Joe Biden ຮອງປະທານາ
ທິບໍດີສະຫະລັດໃນວັນອັງຄານມື້ນີ້
ໃນຖານະເປັນເຈົ້າໜ້າທີ່ຂັ້ນສູງສຸດຂອງສະຫະລັດທີ່ສືບຕໍ່
ທໍາການຊອກຫາມູນຄວາມຈິງຂອງທ່ານກ່ຽວກັບສະຖາ
ນະການໃນອັຟການິສຖານນັ້ນ.
ວັນອັງຄານມື້ນີ້ເປັນມື້ທີສອງຂອງການຢ້ຽມຢາມອັຟການິສຖານໂດຍບໍ່ມີການແຈ້ງໃຫ້ຊາບລ່ວງໜ້າຂອງທ່ານ Joe Biden ເພື່ອຊັ່ງຊາຕີລາຄາເບິ່ງຄວາມຄືບໜ້າໃນການໂອນພາລະກິດໃນດ້ານການຮັກສາຄວາມປອດໄພໃຫ້ແກ່
ອັຟການິສຖານ ເລີ້ມແຕ່ປີນີ້ເປັນຕົ້ນໄປ ແລະເພື່ອສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍ
ຂອງສະຫະລັດໃນການເປັນພາຄີຮ່ວມກັນໃນໄລຍະຍາວກັບອັຟການິສຖານນັ້ນ.
ໃນເວລາບໍ່ດົນຫລັງຈາກເດີນທາງໄປຮອດກຸງຄາບູລ ໃນວັນຈັນວານນີ້ ທ່ານ Joe Biden ກໍໄດ້ພົບປະກັບນາຍພົນ David Petraeus ຜູ້ບັນຊາການກອງທັບກໍາລັງນາໆຊາດໃນອັຟການິສຖານ ແລະພົບປະກັບທ່ານ Karl Eikenberry ເອກອັກຄະລັດຖະທູດສະຫະລັດປະຈໍາອັຟການິສຖານ.
ເຈົ້າໜ້າທີ່ຂັ້ນອາວຸໂສທ່ານນຶ່ງປະຈໍາທໍານຽບຂາວ ກ່າວວ່າ ການຢ້ຽມຢາມຂອງທ່ານ Biden ແມ່ນມີຂຶ້ນໃນຈຸດສໍາຄັນທີ່ສຸດອັນແທ້ຈິງ ໃນຖານະຂອງກໍາລັງສະຫະລັດໃນການຫັນປ່ຽນທາງຍຸດທະສາດໃນອັຟການິສຖານ.
ລັດຖະບານທ່ານໂອບາມາໄດ້ກ່າວມາວ່າ ຕົນຈະເລີ້ມໂອນຄວາມຮັບຜິດຊອບຕ່າງໆໃນດ້ານການຮັກສາຄວາມປອດໄພໃຫ້ກອງທັບແຫ່ງຊາດຂອງອັຟການິສຖານໃນປີນີ້ ຊຶ່ງການໂອນຄວາມຮັບຜິດຊອບເທື່ອລະຂັ້ນໆໄປນີ້ຈະສິ້ນສຸດລົງໃນປີ 2014.
ໃນສັບປະດາຜ່ານມານີ້ ສະຫະລັດໄດ້ປະກາດໃຫ້ຮູ້ວ່າ ຕົນຈະສົ່ງທະຫານມາຣິນຕື່ມອີກ 1400 ຄົນໄປສົບທົບໃນອັຟການິສຖານພາຍໃນໄລຍະເວລາ90 ມື້ ເພື່ອສະໜັບສະໜຸນກໍາລັງສູ້ລົບໃນພາກໃຕ້ຂອງອັຟການິສຖານອັນເປັນຈຸດໃຈກາງຂອງການກໍ່ການກະບົດຂຶ້ນຂອງພວກຕາລີບັນນັ້ນ.