ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ໄບເດັນ ຮຽກຮ້ອງ ທ່ານ ປູຕິນ ໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງກັບ ຢູເຄຣນ


ໃນພາບທີ່ສະໜອງໃຫ້ໂດຍທຳນຽບຂາວ, ປະທານາທິບໍດີ ໂຈ ໄບເດັນ ລົມໂທລະສັບກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈາກທີ່ພັກສ່ວນຕົວຂອງທ່ານໃນນະຄອນ ວິລມິງຕັນ, ລັດ ເດລາແວ. 30 ທັນວາ, 2021. (Adam Schultz/The White House via AP)
ໃນພາບທີ່ສະໜອງໃຫ້ໂດຍທຳນຽບຂາວ, ປະທານາທິບໍດີ ໂຈ ໄບເດັນ ລົມໂທລະສັບກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈາກທີ່ພັກສ່ວນຕົວຂອງທ່ານໃນນະຄອນ ວິລມິງຕັນ, ລັດ ເດລາແວ. 30 ທັນວາ, 2021. (Adam Schultz/The White House via AP)

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພະຫັດວານນີ້ໄດ້ຮຽກຮ້ອງ “ຣັດເຊຍ ໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງກັບ ຢູເຄຣນ” ໃນການລົມໂທລະສັບຍາວ 50 ນາທີກັບຄູ່ຮ່ວມຕຳແໜ່ງ ຣັດເຊຍ ຂອງທ່ານ, ອີງຕາມການກ່າວຂອງທຳນຽບຂາວ. ເຈົ້າໜ້າທີ່ອາວຸໂສຂອງລັດຖະບານທ່ານນຶ່ງໄດ້ກ່າວເພີ່ມວ່າ ປະທານາທິບໍດີ ວລາດິເມຍ ບໍ່ໄດ້ໃຫ້ຄຳສັນຍາທີ່ໜັກແໜ້ນ ກ່ຽວກັບ ກອງທະຫານ ຣັດເຊຍ ຫຼາຍສິບພັນຄົນທີ່ລວມຕົວກັນຢູ່ຕາມເຂດຊາຍແດນ ຢູເຄຣນ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ທ່ານ ໄບເດັນ ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າ ແລະ ບັນດາຄູ່ຮ່ວມຈະຕອບໂຕ້ຢ່າງເດັດຂາດ ຖ້າ ຣັດເຊຍ ບຸກລຸກ ຢູເຄຣນ ຕໍ່ໄປ.”

ເຈົ້າໜ້າທີ່ລະດັບສູງວັງ ເຄຣັມລິນ ໄດ້ກ່າວຕໍ່ບັນດານັກຂ່າວໃນລະຫວ່າງການລົມໂທລະສັບວ່າ, ທ່ານ ໄບເດັນ ໄດ້ເຕືອນທ່ານ ປູຕິນ ອີກຄັ້ງນຶ່ງວ່າ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າຈະໃຊ້ມາດຕະການລົງໂທດທາງເສດຖະກິດທີ່ຮຸນແຮງ ຖ້າ ຣັດເຊຍ ບຸກລຸກ ຢູເຄຣນ. ທ່ານ ປູຕິນ ໄດ້ຕອບດ້ວຍຄຳເຕືອນຂອງທ່ານເອງວ່າ: ການເຄື່ອນໄຫວທີ່ວ່ານັ້ນອາດນຳໄປສູ່ຄວາມແຕກຫັກຂອງສາຍພົວພັນລະຫວ່າງ ສະຫະລັດ ກັບ ຣັດເຊຍ ຢ່າງສິ້ນເຊີງ.

ທ່ານນາງ ຊາກີ ໄດ້ກ່າວຕື່ມວ່າ ທັງສອງປະເທດຈະເຂົ້າຮ່ວມໃນການເຈລະຈາກທີ່ແຍກອອກເປັນສາມຮອບໃນເດືອນໜ້າ ເຊິ່ງຮອບທຳອິດຈະຜ່ານການເຈລະຈາສອງຝ່າຍທີ່ມີກຳນົດເລີ່ມຂຶ້ນໃນວັນທີ 10 ມັງກອນ, ແລ້ວຜ່ານການເຈລະຈາຫຼາຍຝ່າຍກັບອົງການ NATO ແລະ ສະພາ ຣັດເຊຍ, ແລະ ກັບອົງການເພື່ອຄວາມປອດໄພ ແລະ ການຮ່ວມມືໃນ ຢູໂຣບ.

ທ່ານນາງ ຊາກີ ໄດ້ກ່າວເສີມວ່າ “ປະທານາທິບໍດີ ໄບເດັນ ໄດ້ກ່າວຢໍ້າວ່າ ຄວາມກ້າວໜ້າທີ່ສຳຄັນໃນການເຈລະຈາທີ່ວ່ານີ້ສາມາດເກີດຂຶ້ນໄດ້ໃນສະພາບແວດລ້ອມທີ່ໄດ້ຜ່ອນເບົາລົງເທົານັ້ນ ແທນທີ່ຈະຮຸນແຮງຂຶ້ນ.”

ຫຼາຍເດືອນມາແລ້ວ, ທ່ານ ປູຕິນ ໄດ້ລະດົມກອງທະຫານຢູ່ຕາມເຂດຊາຍແດນ ຣັດເຊຍ ແລະ ຢູເຄຣນ. ບັນດາເຈົ້າໜ້າທີ່ສືບລັບ ສະຫະລັດ ໄດ້ຄາດຄະເນຈາກການເບິ່ງຮູບຈາກດາວທຽມວ່າ ມີກອງທະຫານຫຼາຍເຖິງ 100,000 ຄົນຢູ່ໃນບໍລິເວນນັ້ນ. ໃນຂະນະດຽວກັນ, ຢູເຄຣນ ກໍໄດ້ສ້າງການປ້ອງກັນຂອງເຂົາເຈົ້າຂຶ້ນມາເອງຢູ່ເຂດຊາຍແດນຟາກເຂົາເຈົ້າເຊັ່ນກັນ.

XS
SM
MD
LG