ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານທ່ານໄບເດັນ ປະເຊີນກັບບັນຫາ ໃນເບື້ອງຕົ້ນ ກ່ຽວກັບ ບູລິມະສິດສຳຄັນ ໃນດ້ານຄົນເຂົ້າເມືອງ


ພວກເດັກນ້ອຍໃສ່ເສື້ອຢືດ ທີ່ຮຽກຮ້ອງບໍ່ໃຫ້ພໍ່ແມ່ຂອງພວກເຂົາ ຖືກເນລະເທດ, ຢືນຢູ່ໃນລະຫວ່າງ ການໂຮມຊຸມນຸມຈັດຂຶ້ນໂດຍ ພວກນັກເຄື່ອນໄຫວ ເພື່ອຄົນເຂົ້າເມືອງ ໃນນະຄອນຫຼວງ ວໍຊິງຕັນ, ດີ.ຊີ., ວັນທີ 15 ສິງຫາ 2017.
ພວກເດັກນ້ອຍໃສ່ເສື້ອຢືດ ທີ່ຮຽກຮ້ອງບໍ່ໃຫ້ພໍ່ແມ່ຂອງພວກເຂົາ ຖືກເນລະເທດ, ຢືນຢູ່ໃນລະຫວ່າງ ການໂຮມຊຸມນຸມຈັດຂຶ້ນໂດຍ ພວກນັກເຄື່ອນໄຫວ ເພື່ອຄົນເຂົ້າເມືອງ ໃນນະຄອນຫຼວງ ວໍຊິງຕັນ, ດີ.ຊີ., ວັນທີ 15 ສິງຫາ 2017.

ການຊຸກຍູ້ໃຫ້ຍົກເລີກນະໂຍບາຍທີ່ວາງຂໍ້ຈຳກັດ ແລະການບັງຄັບໃຊ້ກົດໝາຍແບບສຸມໃສ່ເລື້ອງຄົນເຂົ້າເມືອງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໂດຍລັດຖະບານທ່ານໄບເດັນ ໄດ້ປະເຊີນກັບບັນຫາຄັ້ງທຳອິດໃນອາທິດນີ້ໃນຂະນະ ທີ່ຜູ້ພິພາກສາລັດຖະບານກາງ ໄດ້ອອກຄຳສັ່ງກີດກັນຊົ່ວຄາວຕໍ່ດຳລັດຂອງທ່ານໄບເດັນ ທີ່ໃຫ້ເລື່ອນການເນລະເທດອອກໄປ 100 ວັນ.

ຜູ້ພິພາກສາລັດຖະບານກາງສະຫະລັດ ທ່ານດຣູ ທິບຕັນ ໄດ້ອອກຄຳສັ່ງຫ້າມຊົ່ວຄາວ ໃນວັນອັງຄານຜ່ານມາ ຫຼັງຈາກທີ່ຜູ້ປົກຄອງລັດເທັກຊັສ ແລະຫົວໜ້າພະແນກຍຸຕິທຳຂອງລັດ ໄດ້ທ້າທາຍບົດບັນທຶກຂອງກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ຫຼື DHS ທີ່ຊີ້ນຳໃຫ້ອົງການກວດຄົນເຂົ້າເມືອງທັງຫຼາຍ ໂຈະການເນລະເທດພວກຄົນເຂົ້າເມືອງ ທີ່ບໍ່ມີເອກກະສານຢັ້ງຢືນ ໂດຍສ່ວນຫຼາຍໄວ້ກ່ອນ.

ສານດັ່ງກ່າວ ໄດ້ກ່າວວ່າ ລັດຖະບານທ່ານໄບເດັນ ບໍ່ໄດ້ “ສະໜອງເຫດຜົນ ທີ່ສົມເຫດສົມຜົນ ອັນເປັນຫລັກຖານໃດໆ ເພື່ອໃຫ້ໂຈະການເນລະເທດເປັນເວລາ 100 ວັນ.”

ທ່ານທິບຕັນ ຜູ້ທີ່ສັງກັດພັກຣີພັບບລີກັນ ໄດ້ຖືກແຕ່ງຕັ້ງໂດຍທ່ານທຣຳ ໄດ້ສັ່ງໃຫ້ໂຈະນະໂຍບາຍໄວ້ເປັນເວລາ ຢ່າງໜ້ອຍ 14 ວັນ ໃນຂະນະທີ່ທ່ານພິຈາ ລະນາຄຳຟ້ອງຮ້ອງ ຂໍໃຫ້ສານອອກຄຳສັ່ງໃນເບື້ອງຕົ້ນ.

ການເລື່ອນເນລະເທດອອກໄປ 100 ວັນ ຊຶ່ງໄດ້ມີຜົນບັງຄັບໃຊ້ໃນວັນທີ 22 ມັງກອນ ໄດ້ຖືກລົງນາມໂດຍ ທ່ານເດວິດ ເປຄອສກີ ຜູ້ຮັກສາການ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ແລະນຳໃຊ້ກັບບຸກຄົນສ່ວນຫຼາຍ ຜູ້ທີ່ໄດ້ເຂົ້າມາໃນສະຫະລັດ ໂດຍບໍ່ໄດ້ຮັບອະນຸຍາດ ກ່ອນເດືອນພະຈິກ ປີ 2020.

ປະທານາທິບໍດີ ໂຈ ໄບເດັນ ໄດ້ຊີ້ນຳກະຊວງ DHS ໃຫ້ເພັ່ງເລັງໃສ່ໄພຂົ່ມຂູ່ຕໍ່ຄວາມປອດໄພຂອງມະຫາຊົນ ຄວາມໝັ້ນຄົງແຫ່ງຊາດ ແລະຜູ້ໃດກໍຕາມທີ່ຖືກຄຸມໂຕໃນຂະນະທີ່ເຂົ້າມາໃນສະຫະລັດຢ່າງຜິດກົດໝາຍ ຫຼັງຈາກວັນທີ 1 ພະຈິກ.

ຫົວໜ້າພະແນກຍຸຕິທຳລັດເທັກຊັສ ທ່ານເຄັນ ແພັກສ໌ຕັນໄດ້ໂຕ້ແຍ້ງວ່າ ການ ເລື່ອນເນລະເທດ ເປັນການລະເມີດຕໍ່ກົດໝາຍຂອງລັດຖະບານກາງ ແລະ ສັນ ຍາທີ່ລັດເທັກຊັສໄດ້ລົງນາມກັບລັດຖະບານທ່ານທຣຳ ຫຼາຍວັນກ່ອນໜ້າ ພິທີສາບານໂຕເຂົ້າຮັບຕຳແໜ່ງ ຂອງທ່ານໄບເດັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG