ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານຂອງທ່ານໄບເດັນ ຟ້ອງຮ້ອງລັດເທັກຊັສ ກ່ຽວກັບການ​ວາງຂໍ້ຈຳ​ກັດ ໃນການປ່ອນບັດເລືອກຕັ້ງ


ປ້າຍ​ຕິດ​​ບັດ​ລົງ​ຄະ​ແນນ​ສຽງ​ຜ່ານ​ທາງ​ໄປ​ສະ​ນີ​ທັງ​ໝົດ ຢູ່​ໃນເຂດ Harris County ກອງ​ກັນ​ຂຶ້ນ​ຢູ່​ໃນ​ກັບອັນ​ນຶ່ງ​ກ່ອນ​ຈະ​ຖືກ ສົ່ງ​ໄປ​ໃຫ້​ພວກ​ປ່ອນ​ບັດໃນ​ນະ​ຄອນ​ຮຸ​ສ​ຕັນ, ວັນ​ທີ 29 ກັນ​ຍາ, 2020
ປ້າຍ​ຕິດ​​ບັດ​ລົງ​ຄະ​ແນນ​ສຽງ​ຜ່ານ​ທາງ​ໄປ​ສະ​ນີ​ທັງ​ໝົດ ຢູ່​ໃນເຂດ Harris County ກອງ​ກັນ​ຂຶ້ນ​ຢູ່​ໃນ​ກັບອັນ​ນຶ່ງ​ກ່ອນ​ຈະ​ຖືກ ສົ່ງ​ໄປ​ໃຫ້​ພວກ​ປ່ອນ​ບັດໃນ​ນະ​ຄອນ​ຮຸ​ສ​ຕັນ, ວັນ​ທີ 29 ກັນ​ຍາ, 2020

ຄະນະລັດຖະບານຂອງທ່ານໄບເດັນ, ໃນວັນພະຫັດວານນີ້ ໄດ້ຟ້ອງຮ້ອງລັດ ເທັກຊັສກ່ຽວກັບກົດລະບຽບການປ່ອນບັດເລືອກຕັ້ງສະບັບໃຫມ່ ທີ່ພາໃຫ້ເກີດການປະທ້ວງຢ່າງແຮງແກ່ຍາວມາຈົນໝົດລະດູຮ້ອນ ໂດຍພວກສັງກັດພັກເດໂມແຄຣັດ ທີ່ປະເຊີນກັບຄວາມຫວັງທີ່ຈາງຫາຍໄປ ໃນເລື້ອງການປ່ຽນແປງໃນດ້ານກົດຫມາຍການເລືອກຕັ້ງຂອງປະເທດ ໃນການຕອບໂຕ້ຄືນຕໍ່ຄື້ນຟອງຂອງຂໍ້ຈໍາກັດໃຫມ່ ໃນລັດທີ່ນໍາພາໂດຍພັກຣີພັບບລີກັນແຫ່ງນັ້ນ, ອີງຕາມ ອົງການຂ່າວ (AP).

ການຟ້ອງຮ້ອງດັ່ງກ່າວບໍ່ໄດ້ເປັນການທ້າທາຍຕໍ່ມາດຕະການກວາດລ້າງລະບຽບການປ່ອນບັດທັງໝົດ ທີ່ໄດ້ລົງນາມໃນເດືອນກັນຍາຜ່ານມາໂດຍທ່ານເກຣັກ ແອັບບອດ (Greg Abbott) ຈາກພັກຣີພັບບລີກັນ ໃນລັດເທັກຊັສ, ເຊິ່ງມີກົດລະບຽບການລົງຄະແນນສຽງທີ່ເຄັ່ງຄັດທີ່ສຸດຂອງປະເທດນັ້ນ. ແຕ່ມັນແນເປົ້າໃສ່ຂໍ້ກຳນົດກ່ຽວກັບຂໍ້ຮຽກຮ້ອງໃນການລົງຄະແນນສຽງທາງໄປສະນີ ແລະການຊ່ວຍເຫຼືອຜູ້ລົງຄະແນນທີ່ກ່ຽວຂ້ອງກັນນັ້ນ, ເຊິ່ງກະຊວງຍຸຕິທຳໄດ້ໃຫ້ເຫດຜົນວ່າ ມັນເປັນການລະເມີດການປົກປ້ອງສິດທິພົນລະເຮືອນຂອງລັດຖະບານກາງ.

ທ່ານແມຣິກ ກາແລນ (Merrick Garland) ລັດຖະມົນຕີກະຊວງຍຸຕິທໍາກ່າວວ່າ "ປະຊາທິປະໄຕຂອງພວກເຮົາແມ່ນຂຶ້ນກັບສິດຂອງຜູ້ມີສິດລົງຄະແນນສຽງທີ່ຈະປ່ອນບັດລົງຄະແນນສຽງ ແລະເຮັດໃຫ້ບັດລົງຄະແນນສຽງນັ້ນຖືກນັບ". ທ່ານ ກ່າວຕໍ່ໄປວ່າ "ພະແນກຍຸຕິທໍາຈະສືບຕໍ່ນໍາໃຊ້ທຸກອໍານາດທັງຫມົດທີ່ຕົນມີເພື່ອປົກປ້ອງເສົາຄໍ້າທີ່ເປັນພື້ນຖານຂອງສັງຄົມພວກເຮົາ."

ພວກຄັດຄ້ານຕໍ່ກົດໝາຍລັດເທັກຊັສ ທີ່ຮູ້ຈັກກັນໃນນາມຮ່າງກົດໝາຍວ່າດ້ວຍສະພາສູງ 1 ຫລື SB1 ນັ້ນກໍໄດ້ຟ້ອງຮ້ອງລັດໄປແລ້ວ, ໂດຍກ່າວຫາພັກຣີພັບບລີກັນວ່າ ວາງກົດໝາຍໃໝ່ອອກມາເພື່ອຕັດສິດຊົນກຸ່ມນ້ອຍ ແລະຜູ້ລົງຄະແນນສຽງທີ່ອຽງໄປຫາພັກເດໂມແຄຣັດຄົນອື່ນໆອີກ.

ທ່ານແອບບອດ (Abbott) ແລະສະມາຊິກພັກຣີພັບບລີກັນໃນລັດເທັກຊັສ ຄົນ ອື່ນໆເວົ້າວ່າ ການປ່ຽນແປງດັ່ງກ່າວແມ່ນໃຫ້ການປົກປ້ອງບໍ່ໃຫ້ມີການສໍ້ໂກງຂອງຜູ້ລົງຄະແນນສຽງ, ເຊິ່ງເປັນເລື່ອງທີ່ບໍ່ຄ່ອຍມີ.

"ທ່ານໄບເດັນກໍາລັງຕາມທໍາລາຍ SB1 ສໍາລັບລັດເທັກຊັສ, ຊຶ່ງເປັນກົດຫມາຍວ່າດ້ວຍຄວາມຖືກຕ້ອງຂອງການເລືອກຕັ້ງຂອງພວກເຮົາທີ່ຮັບຮອງເອົາເມື່ອໄວໆມານີ້. ມັນເປັນຮ່າງກົດໝາຍທີ່ດີເລີດ ແລະມີຄວາມຕ້ອງການຫຼາຍທີ່ສຸດ. ການຮັບປະກັນວ່າ ລັດເທັກຊັສມີການເລືອກຕັ້ງທີ່ປອດໄພ, ຖືກຮັບປະກັນ, ແລະໂປ່ງໃສແມ່ນເປັນບູລິມະສິດອັນດັບນຶ່ງຂອງຂ້າພະະເຈົ້າ. ຂ້າພະເຈົ້າຈະພົບກັບ ທ່ານຢູ່ໃນສານເດີ້ ທ່ານໄບເດັນ!" ນັ້ນຄືຄໍາເວົ້າຂອງທ່ານເຄັນ ແພັກສຕັນ (Ken Paxton), ຫົວໜ້າພະແນກຍຸຕິທຳຂອງລັດເທັກຊັສທີ່ສັງກັດພັກຣີພັບບລີກັນທີ່ ຂຽນລົງໃນທວີດເຕີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG