ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄບເດັນ ເອີ້ນຂໍ້ຕົກລົງຊົ່ວຄາວ ກ່ຽວກັບແຮງງານລົດໄຟ ວ່າ 'ໄຊຊະນະສຳລັບອາເມຣິກາ'


ພວກຜູ້ໂດຍສານ ລໍຖ້າຂຶ້ນລົດໄຟທີ່ກຳລັງແລ່ນມາຮອດ ສະຖານີລົດໄຟເຂດຄຣິສໂຕລ ຊີຕີ ໃນເມືອງອາລິງຕັນ ຂອງລັດເວີຈີເນຍ ຊຶ່ງເປັນລົດໄຟໂດຍສານຄວາມໄວສູງ ຂອງບໍລິສັດ Virginia Railway Express, ວັນທີ14 ກັນຍາ 2022.
ພວກຜູ້ໂດຍສານ ລໍຖ້າຂຶ້ນລົດໄຟທີ່ກຳລັງແລ່ນມາຮອດ ສະຖານີລົດໄຟເຂດຄຣິສໂຕລ ຊີຕີ ໃນເມືອງອາລິງຕັນ ຂອງລັດເວີຈີເນຍ ຊຶ່ງເປັນລົດໄຟໂດຍສານຄວາມໄວສູງ ຂອງບໍລິສັດ Virginia Railway Express, ວັນທີ14 ກັນຍາ 2022.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໃນວັນພະຫັດວານນີ້ ໄດ້ຮັບການຕົບ ມືສັນລະເສີນ ໃນການບັນລຸຂໍ້ຕົກລົງຊົ່ວຄາວ ລະຫວ່າງບັນດາບໍລິສັດລົດໄຟທີ່ສຳຄັນໆ ແລະພວກຄົນງານຂອງສະພັນກຳມະບານ ຊຶ່ງກ່ຽວຂ້ອງກັບຄ່າຈ້າງ ແລະການປັບປຸງສະພາບການຂອງວຽກງານ ທີ່ເປັນໄປໄດ້ສູງຈະຫລີກເວັ້ນການນັດຢຸດງານຢູ່ລາງລົດໄຟທົ່ວປະເທດ.

ລັດຖະບານທ່ານໄບເດັນ ໄດ້ປະກາດກ່ຽວກັບຂໍ້ຕົກລົງດັ່ງກ່າວ ໃນຊ່ວງເວລາຕອນເຊົ້າມືດຂອງວັນພະຫັດວານນີ້ ຫຼັງຈາກທີ່ໄດ້ເຈລະຈາກັນເປັນເວລາ 20 ຊົ່ວໂມງ ແລະໄດ້ຖືກໄກ່ເກຍໂດຍລັດຖະມົນຕີກະຊວງແຮງງານ ທ່ານມາຣຕີ ວອລຊ໌ (Marty Walsh) ລະຫວ່າງບໍລິສັດລົດໄຟແລະບັນດາສະຫະພັນກຳ ມະບານ.

ຂໍ້ຕົກລົງນີ້ ຍັງຈະຕ້ອງໄດ້ຮັບການອະນຸມັດຈາກບັນດາສະມາຊິກຂອງສະຫະພັນເສຍກ່ອນ.

ໃນລະຫວ່າງພິທີຖະແຫລງຂ່າວ ​ທີ່ສວນກຸ​ຫຼາບຂອງທຳນຽມຂາວ ທ່ານໄບເດັນ ໄດ້ເອີ້ນຂໍ້ຕົກລົງຊົ່ວຄາວນີ້ວ່າ ເປັນໄຊຊະນະສຳລັບທັງສອງຝ່າຍແລະ “ໄຊຊະ ນະສຳລັບຊາວອາເມຣິກັນ.”

ທ່ານໄດ້ກ່າວວ່າ ພວກຄົນງານລົດໄຟ ຈະເຫັນຄ່າຈ້າງເພີ້ມຂຶ້ນ 24 ເປີເຊັນ ໃນໄລຍະ 5 ປີຂ້າງໜ້າ, ຂີດຈຳກັດຂອງຄ່າໃຊ້ຈ່າຍດ້ານການຮັກສາສຸຂະພາບ ແລະສະພາບການຂອງວຽກງານທີ່ດີຂຶ້ນກວ່າເກົ່າ.

ທ່ານໄດ້ກ່າວອີກວ່າ ການຕົກລົງກັນ​ນີ້ ຍັງເປັນໄຊຊະນະສຳລັບພວກບໍລິສັດລົດໄຟ ເພາະວ່າ ມັນຈະເຮັດໃຫ້ພວກເຂົ້າເຈົ້າ ຮັກສາໄວ້ ແລະຮັບສະໝັກພວກຄົນງານໄດ້ຫຼາຍຂຶ້ນຕື່ມ ໃນອຸດສາຫະກຳນີ້ ທີ່ຈະສືບຕໍ່ເປັນສ່ວນນຶ່ງຂອງ​ກະ​ດູກສັນຫຼັງຂອງເສດຖະກິດແຫ່ງຊາດ ເປັນເວລາຫຼາຍໆຮຸ້ນ​ຄົນຕໍ່ໄປ.

ທ່ານໄບເດັນ ຍັງໄດ້ຂອບອົກຂອບໃຈພວກຄົນງານທັງຫຼາຍແລະບັນດາບໍລິສັດລົດໄຟ ສຳລັບການປະຕິບັດງານຂອງພວກເຂົາເຈົ້າ ​ໃນ​ຊ່ວງການລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນວ່າ “ປະຊາຄົມຕ່າງໆ ໄດ້ຮັບເຄື່ອງຂອງທີ່ເປັນສິ່ງເຮັດໃຫ້ພວກເຮົາເດີນໜ້າຕໍ່ໄປໄດ້ ໃນລະຫວ່າງສາມປີ ທີ່ມີຄວາມຫຍຸ້ງ ຍາກເຫຼົ່ານີ້.”

ຂໍ້ຕົກລົງຊົ່ວຄາວດັ່ງກ່າວ ເປັນການຫາທາງເພື່ອຢຸດຢັ້ງການນັດຢຸດງານ ທີ່ອາດຈະເລີ້ມຂຶ້ນໃນຕອນເຊົ້າຂອງວັນສຸກມື້ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG