ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະສະມາຊິກໃນຄະນະລັດຖະບານຂອງທ່ານ ຫຼີກລ່ຽງຄຳວ່າ “ຖົດຖອຍ” ເພື່ອເວົ້າເຖິງສະພາບເສດຖະກິດຂອງປະເທດ ທັງໆທີ່ຂໍ້ມູນ ຊຶ່ງໄດ້ມີການເປີດເຜີຍໂດຍລັດຖະບານ ສະແດງໃຫ້ເຫັນວ່າ ເສດຖະກິດໄດ້ມີການຫົດໂຕເຂົ້າ ເປັນໄຕມາດທີສອງລຽນຕິດ ອັນເປັນຂີດໝາຍສຳລັບການຖົດຖອຍຕາມປະເພນີ.
ທ່ານໄບເດັນ ກ່າວຕໍ່ກຸ່ມຜູ້ນຳທຸລະກິດທີ່ໄປເຕົ້າໂຮມກັນຢູ່ທຳນຽບຂາວໃນຕອນບ່າຍຂອງວັນພະຫັດວານນີ້ວ່າ “ມັນຈະມີການເວົ້າເຖິງຢ່າງກວ້າງຂວາງໃນມື້ນີ້ຢູ່ທີ່ຕະຫຼາດຮຸ້ນ ແລະໃນໝູ່ພວກນັກຊ່ຽວຊານວ່າ ພວກເຮົາຢູ່ໃນສະພາບເສດຖະກິດຖົດຖອຍແລ້ວຫຼືບໍ່. ແຕ່ຖ້າທ່ານເບິ່ງໄປຍັງ ຕະຫຼາດວຽກງານຂອງພວກເຮົາ ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະການລົງທຶນທາງດ້ານທຸລະກິດແລ້ວ ພວກເຮົາແມ່ນເຫັນຮ່ອງຮອຍຂອງຄວາມກ້າວໜ້າທາງດ້ານເສດຖະກິດ ຢູ່ໃນໄຕມາດທີສອງ ເຊັ່ນກັນ.”
ລັດຖະມົນຕີກະຊວງການເງິນ ທ່ານນາງແຈແນັດ ແຢລເລັນ ກ່ອນໜ້ານີ້ໄດ້ກ່າວຕໍ່ພວກນັກຂ່າວ ທີ່ກະຊວງການເງິນວ່າ “ພວກນັກເສດຖະສາດສ່ວນໃຫຍ່ແລະຊາວອາເມຣິກັນສ່ວນຫຼາຍແລ້ວ ກໍມີຄຳຈຳກັດຄວາມທີ່ຄ້າຍຄືກັນກ່ຽວກັບຄຳວ່າ ຖົດຖອຍ ຊຶ່ງໝາຍເຖິງການສູນເສຍວຽກເຮັດງານທຳຢ່າງຫຼວງຫຼາຍ ແລະມີການປົດຄົນງານອອກຈາກວຽກຢ່າງໃຫຍ່ ມີການປິດທຸລະກິດ ກິດຈະການໃນພາກສ່ວນເອກກະຊົນມີການຊັກຊ້າລົງບໍ່ແມ່ນຂອງງົບປະມານຂອງຄອບຄົວແມ່ນໄດ້ຮັບການກົດດັນຂະໜາດໃຫຍ່. ກ່າວໂດຍຮວມແລ້ວ ເສດຖະກິດຂອງພວກເຮົາແມ່ນອ່ອນແອລົງໃນຂອບເຂດທີ່ກວ້າງຂວາງ. ນັ້ນບໍ່ແມ່ນສິ່ງທີ່ພວກເຮົາກຳລັງເຫັນຢູ່ໃນເວລານີ້.
ທ່ານນາງແຢລເລັນ ໃນການຕອບຄຳຖາມຂອງນັກຂ່າວຄົນນຶ່ງນັ້ນເວົ້າວ່າ “ພວກເຮົາຄວນຫຼີກເວັ້ນຈາກການຕໍ່ສູ້ໃນເລື້ອງຄຳເວົ້າ” ກ່ຽວກັບວ່າເສດຖະກິດຢູ່ໃນສະພາບຖົດຖອຍຫຼືບໍ່.
ສຳນວນຄຳເວົ້າກ່ຽວກັບຄຳວ່າຖົດຖອຍ ແນວໃດກໍຕາມ ໄດ້ມີການໃຫ້ລາຍລະອຽດຕື່ມອີກຫຼັງຈາກຫ້ອງການວິເຄາະເສດຖະກິດຂອງກະຊວງການຄ້າລາຍງານວ່າ ຍອດຜະລິດຕະພັນຮວມພາຍໃນຫຼື GDP ຂອງສະຫະລັດ ຊຶ່ງເປັນການວັດແທກໃນຂອບເຂດທີ່ກວ້າງຂວາງກ່ຽວກັບການຜະລິດສິນຄ້າແລະບໍລິການຢູ່ພາຍໃນປະເທດນັ້ນ ໄດ້ຫຼຸດລົງຫຼັງຈາກມີການປັບໂຕແລ້ວໃນອັດຕາ 0.9 ເປີເຊັນຕໍ່ປີ ໃນເດືອນເມສາ ຫາເດືອນມິຖຸນາຜ່ານມາ. ນັ້ນແມ່ນມີຂຶ້ນຫຼັງຈາກໄດ້ຫຼຸດລົງ 1.6 ເປີເຊັນໃນໄຕມາດທຳອິດຂອງປີນີ້.
ທ່ານເດສມອນ ລັກແມນ (Desmond Lachman) ນັກເສດຖະສາດຂອງສະຖາບັນອາເມຣິກັນ ແອນເທີໄພຣສ໌ ກ່າວຕໍ່ວີໂອເອວ່າ “ໂດຍທົ່ວໄປແລ້ວ ພວກເຮົາກຳລັງຢູ່ໃນສະພາບຖົດຖອຍ ຍ້ອນຜູ້ຄົນສ່ວນໃຫຍ່ຄິດວ່າ ສະພາບຖົດຖອຍແມ່ນພົວພັນກັບການມີເສດຖະກິດເຕີບໂຕເປັນລົບໃນສອງໄຕມາດລຽນຕິດແລະພວກເຮົາກໍໄດ້ຮັບສິ່ງນັ້ນ.”