ລັດຖະບານທ່ານ ໄບເດັນ ໄດ້ເປີດຕົວຂໍ້ສະເໜີນຶ່ງ ໃນວັນພຸດວານນີ້ທີ່ຈະເລັ່ງຮັບມືກັບການຂໍລີ້ໄພຢູ່ຕາມເຂດຊາຍແດນ ສະຫະລັດ ກັບ ເມັກຊິໂກ ເພື່ອແກ້ໄຂວຽກງານທີ່ຄ້າງຄາສູງເປັນປະຫວັດ ການຢູ່ປະມານ ນຶ່ງລ້ານສາມແສນ ກໍລະນີ.
ພາຍໃຕ້ແຜນການທີ່ຖືກສະເໜີດັ່ງກ່າວ, ຜູ້ຂໍລີ້ໄພຜູ້ທີ່ໄດ້ອ້າງວ່າເຂົາເຈົ້າມີຄວາມຢ້ານກົວ ກ່ຽວ ກັບ ການຖືກຂົ່ມເຫັງທີ່ເຊື່ອຖືໄດ້ ແລະ ຖືກຈັດຢູ່ໃນຂັ້ນຕອນການພິຈາລະນາເຄື່ອນຍ້າຍນັ້ນຈະສາມາດນຳເອົາຄະດີຂອງເຂົາເຈົ້າຂຶ້ນໄປຟັງຢູ່ໃນສານ ແລະ ຕັດສິນໂດຍບັນດາເຈົ້າໜ້າທີ່ຂໍລີ້ໄພ ຂອງຫ້ອງການບໍລິການຄົນເຂົ້າເມືອງ ແລະ ສັນຊາດ ສະຫະລັດ ຫຼື USCIS, ແທນທີ່ຈະເປັນຜູ້ພິ ພາກສາຄົນເຂົ້າເມືອງຜູ້ທີ່ປົກກະຕິແລ້ວ ຈະມີກໍລະນີຕ່າງໆຫຼາຍຈົນລົ້ນມື. USCIS ແມ່ນພາກສ່ວນນຶ່ງຂອງກະຊວງຮັກສາຄວາມປອດໄພພາຍໃນ.
ແນວທາງໃໝ່ດັ່ງກ່າວ ຈະປ່ຽນແປງສິ່ງທີ່ໄດ້ເກີດຂຶ້ນຫຼັງຈາກການກວດກາເບື້ອງຕົ້ນ, ເຊິ່ງແມ່ນຄາດວ່າດຽວນີ້ຖືກພິຈາລະນາວ່າ ເປັນການສະໝັກຂໍລີ້ໄພ.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານ ອາເລຮານໂດຣ ມາຢໍຄາສ໌ (Alejandro Moyorkas) ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ບຸກຄົນຜູ້ທີ່ມີຄຸນນະສົມບັດເໝາະສົມຈະໄດ້ຮັບການຊ່ວຍເຫຼືອໄວຂຶ້ນ, ໃນຂະນະທີ່ຜູ້ທີ່ບໍ່ມີຄຸນນະສົມບັດເໝາະສົມຈະຖືກເຄື່ອນຍ້າຍອອກຢ່າງວ່ອງໄວ. ພວກເຮົາກຳລັງສ້າງລະບົບຄົນເຂົ້າເມືອງທີ່ຖືກອອກແບບມາເພື່ອຮັບປະກັນຂັ້ນຕອນທາງກົດໝາຍທີ່ເປັນສິດທິພື້ນຖານຂອງປະຊາຊົນທຸກຄົນ, ເຄົາລົບກຽດສັກ ສີມະນຸດ, ແລະ ສົ່ງເສີມຄວາມຍຸຕິທຳ.”
ຜູ້ທີ່ໄດ້ຮັບຜົນດ້ານລົບໃນຂັ້ນຕອນເບື້ອງຕົ້ນນັ້ນ ຈະສາມາດຂໍອຸທອນຕໍ່ສານຄົນເຂົ້າເມືອງທີ່ຖືກບໍລິຫານໂດຍກະຊວງຍຸຕິທຳ.
ແນວໃດກໍຕາມກົດລະບຽບດັ່ງກ່າວແມ່ນບໍ່ຄາດວ່າຈະຖືກນຳໄປປະຕິບັດເປັນເວລາຫຼາຍເດືອນ, ມັນມີຄວາມເປັນໄປໄດ້ ກ່ຽວກັບ ການປ່ຽນແປງຂັ້ນຕອນຂອງລະບົບຄົນເຂົ້າເມືອງ ສະຫະລັດ, ທີ່ນຳໄປສູ່ການຕັດສິນການຂໍລີ້ໄພທີ່ໄວ ແລະ ຫຼຸດຜ່ອນການກໍລະນີຕ່າງໆທີ່ກອງກັນຄ້າງຄາຢູ່ ໃນສານຄົນເຂົ້າເມືອງ.
ແຕ່ຜູ້ສະໜັບສະໜູນຄົນເຂົ້າເມືອງ ແລະ ສິດທິມະນຸດບາງຄົນແມ່ນມີຄວາມສົງໄສ ກ່ຽວກັບ ການສະເໜີປັບປ່ຽນໂຄງສ້າງຂອງລະບົບນັ້ນ.