ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທ່ານ ໄບ​ເດັນ ທຳ​ການ​ແລກ​ປ່ຽນ​ນັກ​ໂທດ​ທີ່​ສຳ​ຄັນ ​ກັບ ເວ​ເນ​ຊູ​ເອ​ລາ


​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ມາ​ດູ​ໂຣ, ກາງ​ຊ້າຍ, ກອດ​ທ້າວ ອາ​ເລັກ​ສ໌ ຊາບ ຫຼັງ​ຈາກ​ລາວ​ໄດ້​ເດີນ​ທາງ​ຮອດ​ທຳ​ນຽບ​ປະ​ທານ​າ​ທິ​ບໍ​ດີ ມີ​ຣາ​ຟ​ລໍ​ເຣັ​ສ, ນະ​ຄອນຫຼວງ ຄາ​ຣາ​ຄາ​ສ, ເວ​ເນ​ຊູ​ເອ​ລາ, 20 ທັນ​ວາ 2023.
​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ມາ​ດູ​ໂຣ, ກາງ​ຊ້າຍ, ກອດ​ທ້າວ ອາ​ເລັກ​ສ໌ ຊາບ ຫຼັງ​ຈາກ​ລາວ​ໄດ້​ເດີນ​ທາງ​ຮອດ​ທຳ​ນຽບ​ປະ​ທານ​າ​ທິ​ບໍ​ດີ ມີ​ຣາ​ຟ​ລໍ​ເຣັ​ສ, ນະ​ຄອນຫຼວງ ຄາ​ຣາ​ຄາ​ສ, ເວ​ເນ​ຊູ​ເອ​ລາ, 20 ທັນ​ວາ 2023.

​ສະ​ຫະ​ລັດ ໄດ້​ຮັບ​ການ​ປ່ອຍ​ຕົວ​ຊາວ​ອາ​ເມ​ຣິ​ກັນ 10 ຄົນອອກ​ຈາກ​ຄຸກ​ ເວ​ເນ​ຊູ​ເອ​ລາ ໃນ​ການ​ແລກ​ປ່ຽນ​ສຳ​ລັບ​ການ​ປ່ອຍ​ຕົວ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ນິ​ໂຄ​ລາ​ສ ມາ​ດູ​ໂຣ.

ທີ່​ປຶ​ກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທຳ​ນຽບ​ຂາວ ທ່ານ ເຈກ ຊຸ​ລ​ລີ​ວານ ໄດ້​ກ່າວ​ໃນ​ແລງວັນ​ພຸດ​ວານນີ້​ວ່າ ຊາວ​ອາ​ເມ​ຣິ​ກັນ​ຢ່າງ​ໜ້ອຍ 6 ຄົນ​ຜູ້​ທີ່​ຖືກ​ລະ​ບຸ​ວ່າ​ ຖືກ​ຄວາມ​ຄຸມ​ຕົວ​ຢ່າງບໍ່​ຖືກ​ຕ້ອງ​ໄດ້​ເດີນ​ທາງ​ກັບ ສະ​ຫະ​ລັດ ຢ່າງ​ປອດ​ໄພ.

ກຸ່ມ​ດັ່ງ​ກ່າວ​ລວມ​ມີ​ທ້າວ ໂຈ​ເຊັ​ຟ ຄ​ຣິ​ສ​ແຕ​ລ​ລາ, ທ້າວ ເອ​ວິນ ເຮີ​ນານ​ເດ​ສ, ທ້າວ ເຈີ​ແຣ​ລ ເຄັນ​ມໍ, ທ້າວ ເອັດ​ກາ ໂຮ​ເຊ ມາ​ວາ​ລ ໂມ​ເຣ​ໂນ, ທ້າວ ເຈ​ສັນ ຊາດ ແລະ ທ້າວ ຊາ​ວອຍ ໄວ​ຣ້.

ເຈົ້າ​ໜ້າ​ທີ່​ອະວຸ​ໂສ​ຄົນ​ນຶ່ງ ຂອງລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ກ່າວ​ກ່ອນ​ໜ້ານີ້​ວ່າ​ຊາວ​ອາ​ເມ​ຣິ​ກັນ​ຄົນ​ອື່ນໆ​ຜູ້​ທີ່​ຖືກ​ຢືນ​ຢັນ​ວ່າ​ໄດ້​ຮັບ​ການ​ປ່ອຍ​ຕົວ ແລະ ກຳ​ລັງ​ເດີນ​ທາງ​ກັບ​ບ້ານ ແມ່ນບໍ່​ໄດ້​ຖືກ​ບອກ​ຊື່ “ຍ້ອນ​ການ​ພິ​ຈ​າ​ລະ​ນາ​ເຖິງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.”

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ບຸກ​ຄົນ​ທີ່​ວ່ານີ້ ​ໄດ້​ສູນ​ເສຍ​ເວ​ລາ​ທີ່​ມີ​ຄ່າ ​ທີ່​ຈ​ະ​ຢູ່ກັບ​ຄົນ​ຮັກ​ຂອງ​ເຂົາ​ເຈົ້າຫຼາຍ​ໂພດ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ທຸກ​ຍາກ​ທຸກວັນ​ຍ້ອນ​ການ​ຂາດ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຂອບ​ໃຈ​ທີ່​ອຸ​ປະ​ສັກ​ທີ່​ເຈັບ​ປວດ​ຂອງ​ເຂົາ​ເຈົ້າ​ໄດ້​ຈົບ​ລົງ​ໃນ​ທີ່​ສຸດ, ແລະ ຄອບ​ຄົວ​ທີ່​ວ່ານີ້​ໄດ້​ລວມ​ຕົວ​ກັນ​ຄົບ​ອີກ​ຄັ້ງ​ນຶ່ງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG