ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານທ່ານ ໄບເດັນ ພິຈາລະນາ ມາດຕະການລົງໂທດ ດ້ານເທັກໂນໂລຈີ ຖ້າ ຣັດເຊຍ ບຸກລຸກ ຢູເຄຣນ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈັບໄມໂຄຣຊິບ ເຄິ່ງນຳໄຟຟ້າ ໃນຂະນະທີ່ທ່ານກ່າວຄຳປາໄສຢູ່ຮັບປະທານອາຫານລັດ ໃນທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 24 ກຸມພາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈັບໄມໂຄຣຊິບ ເຄິ່ງນຳໄຟຟ້າ ໃນຂະນະທີ່ທ່ານກ່າວຄຳປາໄສຢູ່ຮັບປະທານອາຫານລັດ ໃນທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 24 ກຸມພາ, 2021.

ໃນເດືອນນັບຕັ້ງແຕ່ ຣັດເຊຍ ໄດ້ເລີ່ມເສີມກອງທະຫານ ຢູ່ເຂດຊາຍແດນຂອງ ຢູເຄຣນນັ້ນ, ລັດຖະ ບານ ທ່ານ ໄບເດັນ, ໃນຫຼາຍໂອກາດ, ໄດ້ເຕືອນວ່າຖ້າມີການຮຸກຮານຕໍ່ໄປໃດໆໂດຍ ຣັດເຊຍ ຕໍ່ປະເທດເພື່ອນບ້ານຂອງເຂົາເຈົ້າແມ່ນຈະຖືກມາດຕະການລົງໂທດໃນລະດັບທີ່ບໍ່ເຄີຍມີມາກ່ອນ. ປັດຈຸບັນນີ້, ທຳນຽບຂາວປາກົດວ່າໄດ້ແນະນຳໃນທາງອ້ອມທີ່ສະເພາະເຈາະຈົງບາງອັນ ກ່ຽວກັບ ສິ່ງທີ່ມາດຕະການດັ່ງກ່າວນັ້ນ ອາດເປັນ.

ອີງຕາມລາຍງານສື່ມວນຊົນທີ່ຖືກຢືນຢັນຫຼາຍອັນ, ລັດຖະບານແມ່ນໄດ້ເລີ່ມວາງຮາກຖານ ສຳລັບການຫ້າມຂາຍຜະລິດຕະພັນເທັກໂນໂລຈີລະດັບສູງທີ່ປະກອບມີຊິ້ນສ່ວນທີ່ຖືກເຮັດໃນ ສະຫະ ລັດ ຫຼື ຊັອຟເວ ໃຫ້ ຣັດເຊຍ.

ແຜນການດັ່ງກ່າວໄດ້ສະທ້ອນເຖິງບາດກ້າວຕ່າງໆທີ່ລັດຖະບານທ່ານ ທຣຳ ໄດ້ເຮັດ ຕໍ່ບໍລິສັດຍັກໃຫຍ່ດ້ານໂທລະຄົມມະນາຄົມ ຂອງ ຈີນ ຫົວເຫວີຍ ໃນປີ 2020, ຫ້າມຜູ້ຂາຍບໍ່ໃຫ້ຂາຍອຸປະກອນເຄິ່ງນຳໄຟຟ້າ ໃຫ້ບໍລິສັດທີ່ເຂົາເຈົ້າຕ້ອງການເພື່ອຜະລິດໂທລະສັບມືຖື. ການຫ້າມດັ່ງກ່າວໄດ້ມີຜົນກະທົບຕາມມາທີ່ຮ້າຍແຮງ ສຳລັບທຸລະກິດຂອງ ຫົວເຫວີຍ. ຄັ້ງນຶ່ງ ເຂົາເຈົ້າໄດ້ເປັນຜູ້ນຳໃນການຂາຍໂທລະສັບສະຫຼາດ, ຕອນນີ້ເຂົາເຈົ້າໄດ້ຕົກລົງໄປຢູ່ອັນດັບ 10 ໂດຍ ລວມ ນັບຕັ້ງແຕ່ການຫ້າມໄດ້ຖືກປະຕິບັດ.

ຂອບເຂດທີ່ລັດຖະບານມີເຈຕະນາທີ່ຈະຕັດການສະໜອງເຄື່ອງມືເທັກໂນໂລຈີລະດັບສູງໃຫ້ ຣັດ ເຊຍ ແມ່ນບໍ່ຈະແຈ້ງ, ແລະ ນັ້ນຄົງຈະເປັນຄວາມຕັ້ງໃຈ, ອີງຕາມການກ່າວຂອງນັກຊ່ຽວຊານ.

ທ່ານ ເຄວິນ ໂວຟ (Kevin Wolf) ອະດີດຜູ້ຊ່ວຍເລຂາທິການຂອງພະແນກ ການຄ້າເພື່ອການສົ່ງອອກ ໃນຫ້ອງການອຸດສາຫະກຳ ແລະ ຄວາມປອດໄພຂອງກະຊວງການຄ້າ ໄດ້ກ່າວຕໍ່ວີໂອເອວ່າ “ດ້ວຍເຫດການທີ່ສຳຄັນ ທຸກປະ ເພດ ຫຼື ວິກິດການ, ຫຼື ການຮຸກຮານທີ່ອາດເປັນໄປໄດ້, ບັນ ດາຜູ້ນຳ ລັດຖະ ບານຕ້ອງການທາງເລືອກ ຈາກແຮງສຸດ ຫາ ອ່ອນສຸດ ແລະ ທຸກຢ່າງທີ່ຢູ່ໃນລະ ຫວ່າງກາງ, ໃນແງ່ຂອງການດຳເນີນການທີ່ສາມາດດຳເນີນໄດ້.”

ທ່ານ ໂວຟ ເຊິ່ງຕອນນີ້ ເປັນຄູ່ຮ່ວມກັບບໍລິສັດກົດໝາຍ Akin Gump ໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວວ່າລັດຖະບານແມ່ນມີຄວາມເປັນໄປໄດ້ວ່າຈະບໍ່ໃຫ້ສັນຍານໂດຍກົງວ່າເຂົາເຈົ້າຈະໃຊ້ການດຳເນີນການໃດ ນອກຈາກວ່າ ຣັດເຊຍ ບັງຄັບໃຫ້ເຂົາເຈົ້າເຮັດບາງຢ່າງ ດ້ວຍການພະຍາ ຍາມທີ່ຈະເຂົ້າຍຶດເອົາດິນແດນຂອງ ຢູເຄຣນ.

ໃນປີ 2014, ໃນການຮຸກຮານກ່ອນໜ້ານີ້, ຣັດເຊຍ ໄດ້ເຂົ້າຄວບຄຸມແຫຼມໄຄຣເມຍ, ເຊິ່ງແມ່ນພາກພື້ນ​ທີ່ນຶ່ງຂອງ ຢູເຄຣນ, ແລະ ໄດ້ສືບຕໍ່ສະໜັບສະໜູນທະຫານບ້ານໃນທ້ອງຖິ່ນທີ່ຄວບຄຸມຫຼາຍພາກສ່ວນ ຂອງພາກພື້ນ ດອນບາສ ຂອງປະເທດນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG