ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ທ່ານ ໄບເດັນ ກໍາລັງຍົກເລີກເງິນກູ້ຢືມສໍາລັບນັກສຶກ​ສາ ໃຫ້ແກ່ຜູ້ກູ້ຢືມອີກ 160,000 ຄົນ


ແຟ້ມຮູບ-ໃນຮູບທີ່ຖືກຖ່າຍເມື່ອວັນທີ 17 ພຶດສະພາ 2018 ນີ້, ບັນດານັກຮຽນ ພາກັນຢືນລຽນແຖວ ກ່ອນເລີ້ມຕົ້ນພິທີຈົບການສຶກສາໃໝ່ ຂອງວິທະຍາໄລ Bergen Community College ຢູ່ທີ່ MetLife Stadium ໃນເມືອງຣູເທີຝອດ ຕາເວັນອອກ, ລັດນິວເຈີຊີ.
ແຟ້ມຮູບ-ໃນຮູບທີ່ຖືກຖ່າຍເມື່ອວັນທີ 17 ພຶດສະພາ 2018 ນີ້, ບັນດານັກຮຽນ ພາກັນຢືນລຽນແຖວ ກ່ອນເລີ້ມຕົ້ນພິທີຈົບການສຶກສາໃໝ່ ຂອງວິທະຍາໄລ Bergen Community College ຢູ່ທີ່ MetLife Stadium ໃນເມືອງຣູເທີຝອດ ຕາເວັນອອກ, ລັດນິວເຈີຊີ.

ລັດຖະບານ ທ່ານ ໄບເດັນ ກໍາລັງຍົກເລີກເງິນກູ້ຢືມສໍາລັບນັກຮຽນ ໃຫ້ແກ່ຜູ້ ກູ້ຢືມອີກ 160,000 ຄົນ ໂດຍຜ່ານການປະສົມປະສານຂອງໂຄງການທີ່ມີຢູ່ ແລ້ວ, ອີງຕາມລາຍງານຂອງອົງການຂ່າວ AP.

ພະແນກ​ສຶກ​ສາໄດ້​ປະ​ກາດຍົກ​ເລີກ​ຮອບ​ຫລ້າ​ສຸດ​ໃນ​ວັນ​ພຸດ​ວານ​ນີ້ ໂດຍ​ກ່າວ​ວ່າ ຕົນ​ຈະ​ລຶບ​ລ້າງ​ເງິນ​ກູ້​ຢືມ​ຂອງລັດຖະບານກາງສໍາລັບ​ນັກ​ສຶກ​ສາ​ ຈໍານວນ 7.7 ຕື້​ໂດ​ລາ.

ດ້ວຍ​ການ​ດໍາເນີນງານ​ຄັ້ງ​ຫຼ້າ​ສຸດ, ລັດຖະບານ ທ່ານ ໄບເດັນ ກ່າວ​ວ່າ ​ຕົນໄດ້​ຍົກ​ເລີກເງິນຈໍານວນ 167 ຕື້ໂດລາ​ໃຫ້ແກ່​ຊາວ​ອາ​ເມ​ຣິ​ກັນ​ປະມານ 5 ລ້ານ​ຄົນ ໂດຍຜ່ານ​ບັນດາ​ໂຄງການ​ ການໃຫ້ອະໄພຕ່າງໆ.

ການບັນເທົາຫຼ້າສຸດນີ້ຈະມອບ​ໃຫ້ຜູ້ກູ້ຢືມໃນສາມປະເພດ ຜູ້ທີ່ຢູ່ໃນຈຸດສໍາຄັນ ບາງປະການ ທີ່ເຮັດໃຫ້ພວກເຂົາເຈົ້າມີສິດໄດ້ຮັບການຍົກເລີກ.

ການຍົກເລີກດັ່ງກ່າວຍັງຄົງດໍາເນີນຕໍ່ໄປ ເຖິງແມ່ນແຜນການ SAVE ຂອງປະ ທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະປະເຊີນກັບການ​ຄັດ​ຄ້ານທາງ ກົດໝາຍຈາກບັນດາລັດຕ່າງໆທີ່ນຳພາໂດຍພັກຣີພັບບລີກັນກໍຕາມ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

The Biden administration is canceling student loans for another 160,000 borrowers through a combination of existing programs. The Education Department announced the latest round of cancellations on Wednesday, saying it will erase $7.7 billion in federal student loans. With the latest action, the administration said it has canceled $167 billion for nearly 5 million Americans through several forgiveness programs. The latest relief will go to borrowers in three categories who hit certain milestones that make them eligible for cancellation. The cancellation is moving forward even as President Joe Biden's SAVE Plan faces legal challenges from Republican-led states.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG