ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະບານຂອງທ່ານໄບເດັນ ປະກາດກ່ຽວກັບກົດຂໍ້ຈໍາກັດໃໝ່ ສໍາລັບການຂໍລີ້ໄພ


ແຟ້ມຮູບ-ຄູ່ສາມີ-ພັນລະຍາ ຈາກປະເທດຄິວບາ ກໍາລັງລໍຖ້າຂັ້ນຕອນການຂໍລີ້ໄພ ລຸນຫຼັງຂ້າມຊາຍແດນເຂົ້າມາໃນສະຫະລັດ, ວັນທີ 6 ມັງກອນ ປີ 2023, ຢູ່ໃກ້ເມືອງຢູມາ, ລັດອາຣິໂຊນາ.
ແຟ້ມຮູບ-ຄູ່ສາມີ-ພັນລະຍາ ຈາກປະເທດຄິວບາ ກໍາລັງລໍຖ້າຂັ້ນຕອນການຂໍລີ້ໄພ ລຸນຫຼັງຂ້າມຊາຍແດນເຂົ້າມາໃນສະຫະລັດ, ວັນທີ 6 ມັງກອນ ປີ 2023, ຢູ່ໃກ້ເມືອງຢູມາ, ລັດອາຣິໂຊນາ.

ລັດຖະບານຂອງທ່ານໄບເດັນ ໄດ້ເຜີຍແຜ່ຂໍ້ສະເໜີໃນວັນອັງຄານວານນີ້ ທີ່ຈະຕ້ອງມີການຂັດຂວາງການເຂົ້າເມືອງຂອງ​ຄົນ​ບາງ​ກຸ່ມຈາກການ​ຂໍລີ້ໄພຢູ່ໃນສະ ຫະລັດ, ແລະອະນຸຍາດໃຫ້ລັດຖະບານ ສາມາດສົ່ງພວກເຂົາເຈົ້າ ກັບເມືອປະ ເທດຂອງພວກເຂົາເຈົ້າໃນທັນທີ. ຂໍ້ສະເໜີຂອງແຜນການດັ່ງກ່າວ ແມ່ນສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະຈັດການ ກັບການຫຼັ່ງໄຫຼເຂົ້າມາຂອງບັນດາຄົນເຂົ້າເມືອງ ຢູ່ຕາມຂົງເຂດຊາຍແດນສະຫະລັດ ແລະເມັກຊິໂກ, ເຊິ່ງໄດ້ຮັບການຕິຕຽນຈາກ​ພ​ວກສະໜັບສະໜຸນການຍົກຍ້າຍຖິ່ນຖານຢ່າງຮຸນແຮງ.

ພາຍໃຕ້ແຜນການດັ່ງກ່າວ, ບັນດາຜູ້ຍົກ​ຍ້າຍ​ຖິ່ນ​ຖານທີ່ບໍ່ນໍາໃຊ້ເສັ້ນທາງທີ່ຖືກ ຕ້ອງໃນການເດີນທາງເຂົ້າມາສະຫະລັດ ຫຼືບໍ່ປະສົບຄວາມສໍາເລັດໃນການຊອກຫາບ່ອນລີ້ໄພທາງດ້ານມະນຸດສະທໍາຢູ່ໃນປະເທດອື່ນ ທີ່ພວກເຂົາເຈົ້າໄດ້ຜ່ານມາຕາມທາງຂອງພວກເຂົາ ເພື່ອມາປະເທດສະຫະລັດ ຈະຖືວ່າ ເປັນການຂໍລີ້ໄພທີ່ຜິດກົດໝາຍ, ເວັ້ນແຕ່ວ່າ ພວກເຂົາຈະມີຄວາມເໝາະສົມພຽງພໍສໍາລັບຂໍ້ຍົກເວັ້ນບາງຢ່າງ.

ສໍາລັບຜູ້ທີ່ບໍ່ມີຄວາມເໝາະສົມທີ່ຈະຍົກເວັ້ນ ຫຼື ພິສູດໄດ້ວ່າພວກເຂົາເຈົ້າສະ ແຫວງຫາການປົກປ້ອງເພື່ອຂໍລີ້ໄພຢູ່ໃນປະເທດອື່ນເຫຼົ່ານັ້ນ ຈະຕ້ອງຖືກຂັດ ຂວາງຈາກການຫາບ່ອນລີ້ໄພ ແລະຈະຕ້ອງຖືກສົ່ງກັບຄືນເມືອປະເທດບ້ານເກີດຂອງພວກເຂົາເຈົ້າໃນທັນທີ ໂດຍບໍ່ມີໂອກາດທີ່ຈະໄດ້ພົບກັບຜູ້ພິພາກສາ​ຄົນເຂົ້າເມືອງແຕ່ຢ່າງໃດ.

ໃນການກ່າວຕໍ່ບັນດາສະມາຊິກຂອງອົງການສື່ສານມວນຊົນ, ເຈົ້າໜ້າທີ່ລັດຖະ ບານຂອງທ່ານໄບເດັນ ໂຕ້ແຍ້ງວ່າ ພາຍໃຕ້ແຜນຂອງຂໍ້ສະເໜີນີ້ ບັນດາຜູ້ຍົກ
ຍ້າຍ​ຖິ່ນ​ຖານຈະຍັງຄົງມີ “ຊ່ອງທາງທີ່ສະດວກ ແລະເຂົ້າເຖິງໄດ້” ເພື່ອຂໍໜັງສືສໍາລັບຂໍລີ້ໄພຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG