ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທ່ານ ໄບ​ເດັນ ປະ​ກາດ​ທຶນ​ໃໝ່​ເພີ່ມ​ເຕີມ ສຳ​ລັບ​ພື້ນ​ຖານ​ໂຄງ​ລ່າງ​ໂທ​ລະຄົມ​ມະ​ນາ​ຄົມ ໃນ​ເຂດ​ຊົນ​ນະ​ບົດ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ງານ​ນຶ່ງ ກ່ຽວ​ກັບ ພື້ນ​ຖານ​ໂຄງ​ລ່າງ​ອິນ​ເຕີ​ແນັດ​ຄວາມ​ໄວ​ສູງ​ໃນ​ຫ້ອງ​ປະ​ຊຸມ​ກ້ຳ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ, 26 ມິ​ຖຸ​ນາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ງານ​ນຶ່ງ ກ່ຽວ​ກັບ ພື້ນ​ຖານ​ໂຄງ​ລ່າງ​ອິນ​ເຕີ​ແນັດ​ຄວາມ​ໄວ​ສູງ​ໃນ​ຫ້ອງ​ປະ​ຊຸມ​ກ້ຳ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ, 26 ມິ​ຖຸ​ນາ 2023.

ລັດ​ຖະ​ບານ​ທ່ານ ໄບ​ເດັນ ແມ່ນ​ກຳ​ລັງ​ສືບ​ຕໍ່​ກາ​ນ​ຜັກ​ດັນ​ເພື່ອ​ນຳ​ເອົາ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ແນັດ​ ມາ​ໃຫ້​ບ້ານ​ທຸກໆຫຼັງ ແລະທຸ​ລະ​ກິດ​ໃນ ສະ​ຫະ​ລັດ. ໃນ​ວັນ​ຈັນ​ວານນີ້, ລັດ​ຖະ​ບານ​ທ່ານ​ ໄບ​ເດັນ ໄດ້​ປະ​ກາດ​ການ​ລົງ​ທຶນ​ໃໝ່ ​ມູນ​ຄ່າ 667 ລ້ານ​ໂດ​ລາ ເພື່ອ​ສ້າງ​ພື້ນ​ຖານ​ໂຄງ​ລ່າງໂທ​ລະ​ຄົມ​ມະ​ນາ​ຄົມ​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ປະ​ເທດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ລວມ​ທັງ​ໝົດ 38 ໂຄງ​ການ​ແມ່ນຈະ​ຮັບ​ໄດ້​ເງິນ​ຜ່ານ​ໂຄງ​ການ ReConnect. ບັນ​ດາ​ບໍ​ລິ​ສັດ​ໂທ​ລະ​ສັບ, ເມືອງ​ຕ່າງໆ ແລະ ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ທັງຫຼາຍ​ທີ່​ໄດ້​ຊະ​ນະ​ລາງວັນ​ເງິນ​ຊ່ວຍ​ເຫຼືອ​ນີ້​ແມ່ນ​ຕັ້ງ​ຢູ່​ໃນ 22 ລັດ ແລະ ໝູ່​ເກາະ ມາ​ຊອ​ລ.

ຜູ້​ທີ່​ໄດ້​ຮັບ​ລາງວັນ​ໃຫຍ່​ທີ່​ສຸດ​ແມ່ນ​ບໍ​ລິ​ສັດ Ponderosa Telephone ໃນ​ລັດ​ຄາ​ລິ​ຟໍ​ເນຍ. ເຂົາ​ເຈົ້າ​ໄດ້​ຮັບຫຼາຍກວ່າ 42 ລ້ານ​ໂດ​ລາ​ເພື່ອຂະ​ຫຍາຍເຄືອ​ຂ່າຍ​ໃຍ​ສັງ​ເຄາະ ​ໃນ​ນະ​ຄອນ ເຟ​ຣ​ສ​ໂນ.

XS
SM
MD
LG