ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ລັດຖະບານຂອງທ່ານໄບເດັນ ຖືກສອບຖາມ ກ່ຽວກັບ ໃບອະນຸຍາດ ມູນຄ່າ 23 ຕື້ໂດລາ ສຳລັບບໍລິສັດຈີນທີ່ຢູ່ໃນບັນຊີດຳ


ໂລໂກ້ ຂອງ TikTok ໄດ້ປາກົດຢູ່ໃນໂທລະສັບມືຖື ວັນທີ 14 ຕຸລາ 2022 ໃນ ບອສຕັນ. ເຈົ້າໜ້າທີ່ກະຊວງການຄ້າຂອງສະຫະລັດອະທິບາຍວ່າ TikTok ເປັນໄພຂົ່ມຂູ່.

ລັດຖະບານ​ຂອງ​ທ່ານໄບເ​ດັນ (Biden) ​ໄດ້​ອະນຸມັດ​ໃບ​ອະນຸຍາດ​ທີ່​ມີ​ມູນ​ຄ່າ 23 ຕື້​ໂດ​ລາ​ສະຫະລັດ ​ໃຫ້​ແກ່ບັນດາ​ບໍລິສັດ ຈັດ​ສົ່ງ​ສິນຄ້າ​ແລະ​ເຕັກ​ໂນ​ໂລຈີ​ຂອງ​ສະຫະລັດ ​ໄປ​ໃຫ້​ບໍລິສັດ​ຈີນ ​ທີ່​ຢູ່ໃນບັນຊີ​ດຳ ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2022 ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ສະ​ມາ​ຊິກ​ສະ​ພາພັກ​ຣີ​ພັບ​ບ​ລີ​ກັນ​ທ່ານ​ນຶ່ງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຂໍ້ມູນດັ່ງກ່າວເຊິ່ງເກີດຂຶ້ນທ່າມກາງຄວາມກົດດັນທີ່ເພີ່ມທະ​ວີຂຶ້ນຕໍ່ການ ບໍລິຫານຂອງປະທານາທິບໍດີໂຈ ໄບເ​ດັນ (Joe Biden) ຈາກພັກເດໂມແຄຣັດ ເພື່ອຂະຫຍາຍການປາບປາມໃນວົງກວ້າງ ຕໍ່ການຈັດສົ່ງເທັກໂນໂລຈີ ທີ່ອ່ອນໄຫວຂອງສະຫະລັດໄປຈີນ ຈາກບັນດາສະມາຊິກລັດຖະສະພາຂອງພັກຣີພັບບລີກັນ, ເຊິ່ງປະຈຸບັນຄວບຄຸມສະພາຕ່ຳ​ສະ​ຫະ​ລັດ.

ທ່ານໄມເຄີລ ແມກຄອລ (Michael McCaul), ຜູ້ຕາງຫນ້າຂອງພັກຣີພັບບລີກັນ, ປະທານຄະນະກຳມາທິ ການ​ຄວາມ​ສຳ​ພັນ​ກັບຕ່າງປະເທດ ຂອງສະພາຕ່ຳ ໄດ້ກ່າວຢູ່ທີ່ການຮັບຟັງ ກ່ຽວກັບ ການຕໍ່ສູ້ກັບຄວາມທ້າທາຍ ຈາກລູ້ນສູ່ລູ້ນ ຂອງການຮຸກຮານຂອງຈີນ ໃນລະຫວ່າງທີ່ທ່ານ​ສອບ​ຖາມເຈົ້າຫນ້າທີ່ສະຫະລັດ ທີ່ອະນຸມັດໃນ​ການ​ອອກໃບອະນຸຍາດດັ່ງກ່າວວ່າ “ສ່ວນ​ໃຫຍ່​ແລ້ວ, (ກະຊວງການຄ້າ) ຍັງສືບຕໍ່ອອກໃບອະນຸມັດ ທີ່ອະນຸຍາດໃຫ້ເທັກໂນໂລຈີທີ່ສຳຄັນຂອງສະຫະລັດ ສາມາດຂາຍໃຫ້ສັດຕູຂອງພວກເຮົາໄດ້.

"ສິ່ງນີ້ສອດຄ່ອງກັບຄໍາຖະແຫຼງຂອງທ່ານແນວໃດທີ່ວ່າ 'ພວກເຮົາກໍາລັງເຮັດທຸກຢ່າງພາຍໃຕ້ອຳນາດຂອງ [ກະຊວງການຄ້າ] ເພື່ອປ້ອງກັນບໍ່ໃຫ້ເຕັກໂນໂລ​ຈີທີ່ອ່ອນໄຫວຂອງສະຫະລັດເຂົ້າໄປຢູ່ໃນມືຂອງທະຫານ (ຈີນ), ຫນ່ວຍສືບລັບ ຫຼືພາກສ່ວນອື່ນໆ?"

ທ່ານ ແມກຄອລ (McCaul) ກ່າວ​ວ່າ ກະຊວງ​ການ​ຄ້າ​ທີ່​ຄວບ​ຄຸມ​ການ​ສົ່ງ​ອອກ ​ໄດ້​ປະ​ຕິ​ເສດ​ພຽງວ່າ ມີແຕ່ 8 ເປີ​ເຊັນ ຂອງ​ການ​ຮ້ອງ​ຂໍ​ໃບ​ອະ​ນຸ​ຍາດ ​ທີ່​ຈະ​ສະ ໜອງສິນຄ້າດັ່ງກ່າວ ໃຫ້ບັນດາ​ບໍ​ລິ​ສັດ​ທີ່ຢູ່​ໃນ​ບັນ​ຊີ​ດຳທາງ​ການ​ຄ້າ ​ຂອງ​ສະ​ຫະ​ລັດ​ ໃນ​ລະ​ຫວ່າງ​ເດືອນ​ມັງ​ກອນ ​ຫາ​ເດືອນ​ມີ​ນາ ​ປີ​ກາຍ​ນີ້.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG