ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີໄບເດັນ ຮັບ​ການ​ເຊື້ອ​ເຊີນ ໄປ​ຢ້ຽມ​ຢາມອິ​ສ​ຣາ​ແອ​ລ


 ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໂອ້​ລົມ​ທາງ​ໂທ​ລະ​ສັບ ຈາກ​ທຳ​ນຽບ​ປະ​ທານ​າ​ທິ​ບໍ​ດີ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ວັນ​ທີ 22 ກັນ​ຍາ 2021.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໂອ້​ລົມ​ທາງ​ໂທ​ລະ​ສັບ ຈາກ​ທຳ​ນຽບ​ປະ​ທານ​າ​ທິ​ບໍ​ດີ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ວັນ​ທີ 22 ກັນ​ຍາ 2021.

ປະ​ທ​າ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ໂອ້​ລົ​ມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ​ນາ​ຟ​ຕາ​ລີ ເບັນ​ແນັດ ໃນວັນ​ອາ​ທິດ​ວານ​ນີ້ ແລະ​ໄດ້​ຮັບ​ການ​ເຊື້ອ​ເຊີນ ​ໃຫ້ທ່ານ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ອິ​ສ​ຣາ​ແອ​ລ ໃນ​ຊຸມ​ເດືອນ​ຕໍ່ ​ໜ້​ານີ້.

​ທຳ​ນຽບ​ຂາວ​ກ່າວ​ວ່າ ຜູ້​ນຳທັງ​ສອງໄດ້​ສົນ​ທະ​ນາ​ຫາ​ລື​ກັນ “​ກ່ຽວ​ກັບປັນ​ທ້າ​ທາຍທາງ​ດ້ານຄວາມ​ປອດ​ໄພ​ ຢູ່​ຂົງ​ ເຂດ ແລະ​ທົ່ວ​ໂລກ ຮວມ​ທັງ​ການ​ຂົ່ມ​ຂູ່ ​ຈາກ​ອີຣ່ານ ແລະ​ບັນ​ດາ​ໂຕ​ແທນ.”

ຢູ່​ໃນ​ຖະ​ແຫລງ​ການ ກ່າວ​ວ່າ ທ່ານ​ໄບ​ເດັນ “ໄດ້​ບັນ​ທຶ​ກ ​ກ່ຽວ​ກັບການ​ດຳ​ເນີນ ຄວາມ​ພະ​ຍາ​ຍາມ ທີ່​ພວມ​ດຳ​ເນີນ ​ຢູ່ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ແລະ​ພວກ​ເຈົ້າ​ໜ້າ​ທີ່ປາ​ແລັ​ສ​ໄຕ​ນ໌ ເພື່ອ​ຫລຸດ​ຜ່ອນ​ຄວາ​ມ​ເຄັ່ງ​ຕຶງ ແລະ​ຮັບ​ປະ​ກັນ​ໃຫ້​ມີ​ ສັນ​ຕິ​ພາບ ​ໃນ​ຕະ​ຫຼອດ​ລະ​ດູ​ການ​ສະ​ຫລອງ​ບຸນ​ສັກ​ສິດ​ຣາ​ມາ​ດານ.”

​ດັ່ງ​ທີ່ບັນ​ດາ​ຜູ້​ນຳ​ສະ​ຫະ​ລັດ​ໃນ​ອະ​ດີດ ໄດ້​ປະ​ຕິ​ບັດກັນມາ ທ່ານ​ໄບ​ເດັນ “ໄດ້​ຢື​ນ​ຢັນ​ໃຫ້​ການ​ສະ​ໜັບ​ສະ​ໜູ ຢ່າງ ສະ​ໝ່ຳ​ສະ​ເໝີ ຕໍ່​ອິ​ສ​ຣາ​ແອ​ລ ແລະ​ຄວາມ​ຕ້ອງ​ການ ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ” ຊຶ່ງທຳ​ນຽບ​ຂາວ​ໄດ້ກ່າວ​ວ່າ ຮວມ​ທັງ ​ກ​ານ​ອະ​ນຸ​ມັດ​ເງິນ 1 ພັນ​ລ້ານ​ໂດ​ລາ​ເພື່ອໃຫ້​ການ​ຊ່ວຍ​ເຫຼືອ​ເພີ້ມ​ເຕີມ​ແກ່​ລະ​ບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ​ Iron Dome ຂອງ​ອິ​ສ​ຣາ​ແອ​ລ.

U.S. President Joe Biden spoke with Israeli Prime Minister Naftali Bennett on Sunday and accepted his invitation to visit Israel in the coming months.

The White House said the two leaders discussed “shared regional and global security challenges, including the threat posed by Iran and its proxies.”

A statement said Biden “took note of ongoing efforts between Israeli and Palestinian officials to lower tensions and ensure a peaceful conclusion to the holy season of Ramadan.”

As past U.S. leaders have done, Biden “affirmed his unwavering support for Israel and its defense needs,” the White House said, including a $1 billion allocation to replenish Israel’s anti-missile Iron Dome air defense system.

XS
SM
MD
LG