ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຍ້າຍຂີດເສັ້ນຕາຍ ສຳລັບການສັກຢາ COVID-19 ໃຫ້ໄວຂຶ້ນ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ສະຖານະການ ການສັກຢາວັກຊີນໄວຮັສໂຄໂຣນາ ຢູ່ຫ້ອງຮັບປະທານອາຫານລັດ ຢູ່ທຳນຽບຂາວ. 6 ເມສາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ສະຖານະການ ການສັກຢາວັກຊີນໄວຮັສໂຄໂຣນາ ຢູ່ຫ້ອງຮັບປະທານອາຫານລັດ ຢູ່ທຳນຽບຂາວ. 6 ເມສາ, 2021.

ປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດໃນວັນອັງຄານວານນີ້ວ່າຜູ້ໃຫຍ່ທຸກຄົນໃນ ສະຫະລັດ ພາຍໃນສອງອາທິດຂ້າງໜ້ານີ້ ຈະສາມາດສັກຢາວັກຊີນຕ້ານໄວຣັສໂຄໂຣນາ, ໂດຍເລື່ອນເວລາໄວຂຶ້ນສອງອາທິດຈາກວັນຂີດເສັ້ນຕາຍກ່ອນໜ້ານີ້ຄືວັນທີ 1 ພຶດສະພາ ສຳລັບການເປີດລະດູ ການສຳລັບການສັກຢາ.

ທ່ານ ໄບເດັນ ໄດ້ປະກາດຢູ່ທຳນຽບຂາວວ່າ “ມັນຈະບໍ່ມີກົດລະບຽບທີ່ເຮັດໃຫ້ອຶດອັດໃຈອີກຕໍ່ໄປ. ມັນຈະບໍ່ມີຂໍ້ຫ້າມທີ່ສັບສົນ, ພາຍໃນວັນທີ 19 ເມສາ ທຸກຄົນທີ່ມີອາຍຸ “18 ປີ ຫຼືສູງກວ່ານັ້ນ ຈະສາ ມາດຮັບການສັກຢາ.”

ການປະກາດຂອງທ່ານປະທານາທິບໍດີໄດ້ມີຂຶ້ນ ທ່າມກາງການເພີ່ມຂຶ້ນຢ່າງວ່ອງໄວຄັ້ງທີ 4 ຂອງກໍລະນີ COVID-19 ໃນປະເທດດ້ວຍການຕິດເຊື້ອເພີ່ມຂຶ້ນໃນບັນດາຜູ້ໃຫຍ່ໄວໜຸ່ມ.

ທ່ານ ໄບເດັນ ໄດ້ເຕືອນວ່າ “ພວກເຮົາບໍ່ໄດ້ຢູ່ເສັ້ນໄຊເທື່ອ. ພວກເຮົາຍັງມີວຽກຫຼາຍຢ່າງຕ້ອງເຮັດຢູ່. ພວກເຮົາຍັງຢູ່ໃນການແຂ່ງຂັນແຫ່ງຄວາມເປັນ ແລະ ຕາຍຕໍ່ໄວຣັສນີ້.”

ດ້ວຍຄວາມກ້າວໜ້າ ຕໍ່ໄວຣັສໂຄໂຣນາໄດ້ຢຸດຊະງັກລົງໃນ ສະຫະລັດ ນັ້ນ, ໃນຕອນບ່າຍຂອງວັນອັງຄານວານນີ້ ທ່ານປະທານາທິບໍດີ ໄດ້ໄປຢ້ຽມຢາມສະຖານທີ່ສັກຢາຊົ່ວຄາວ, ຕັ້ງຢູ່ 12 ກິໂລ ແມັດທາງພາກໃຕ້ຂອງທຳນຽບຂາວ, ບ່ອນທີ່ທ່ານໄດ້ຢໍ້າເຖິງການຜັກດັນສຳລັບການສັກຢາໃຫ້ໄວຂຶ້ນ.

ທ່ານ ໄບເດັນ ໄດ້ກ່າວຕໍ່ຜູ້ທີ່ຢູ່ໃນໂບດ ຂອງໂຮງຮຽນສອນສາສະໜາລັດ ເວີຈິເນຍ ທີ່ລໍຖ້າສັກຢາຢູ່ນັ້ນວ່າ “ເວລາເຈົ້າກັບບ້ານ, ຈົ່ງບອກໝູ່ຂອງພວກເຈົ້າທຸກຄົນໃຫ້ໄປສັກຢາ ເວລາທີ່ເຂົາເຈົ້າສາມາດສັກ.”

ໃນອາທິດທີ່ຜ່ານມາ, ກໍລະນີໄວຣັສໂຄໂຣນາໃໝ່ໄດ້ເພີ່ມຂຶ້ນ 7 ເປີເຊັນ ທຽບໃສ່ໄລຍະ 7 ວັນກ່ອນໜ້ານັ້ນ. ການເຂົ້າໂຮງໝໍໄດ້ເພີ່ມຂຶ້ນ 3 ເປີເຊັນ, ໃນຂະນະທີ່ການເສຍຊີວິດຈາກໄວຣັສໂຄໂຣນາມີລາຍງານວ່າໄດ້ຫຼຸດລົງໜ້ອຍນຶ່ງ, ມີຜູ້ເສຍຊີວິດປະມານ 800 ຄົນຕໍ່ມື້.

ການເພີ່ມຂຶ້ນໃນການຕິດເຊື້ອຕ່າງໆ ແມ່ນຖືກຖິ້ມໂທດໃສ່ການຫຼຸດຜ່ອນຄຳສັ່ງການໃສ່ໜ້າກາກ, ການເຂົ້າຮ່ວມງານສາທາລະນະທີ່ສູງຂຶ້ນ, ການຂະຫຍາຍການເດີນທາງພາຍໃນປະເທດ ແລະ ການເກີດຂຶ້ນຂອງໄວຣັສກາຍພັນທີ່ຕິດເຊື້ອໄດ້ງ່າຍຂຶ້ນ.

ທ່ານ ໄບເດັນ ໄດ້ກ່າວຢູ່ສະຖານທີ່ສັກຢາ ກ່ຽວກັບ COVID-19 ສາຍພັນໃໝ່ວ່າ “ພວກມັນຮຸນ ແຮງກວ່າເກົ່າ. ມັນອັນຕະລາຍກວ່າເກົ່າ, ແຕ່ຢາວັກຊີນແມ່ນໄດ້ຜົນຕໍ່ມັນທຸກຊະນິດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG