ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຄ​ສະ​ນາ​ຫາ​ສຽງ ຂອງທ່ານ ໄບ​ເດັນ ໃນປີ 2024 ຄາດ​ວ່າ​ຈະ​ຖືກ​ປະ​ກາດ ​ໃນ​ອາ​ທິດ​ໜ້າ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຟັງ​ໃນ​ຂະ​ນະ​ທີ່​ທ່ານ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ໂຄ​ລອມ​ເບຍ ທ່ານ ກຸ​ສ​ຕາ​ໂວ ເປ​ໂຕ​ຣ ຢູ່​ທຳ​ນຽບ​ຂາວ, 20 ເມ​ສາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຟັງ​ໃນ​ຂະ​ນະ​ທີ່​ທ່ານ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ໂຄ​ລອມ​ເບຍ ທ່ານ ກຸ​ສ​ຕາ​ໂວ ເປ​ໂຕ​ຣ ຢູ່​ທຳ​ນຽບ​ຂາວ, 20 ເມ​ສາ 2023.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈະ​ປະ​ກາດ​ການ​ໂຄ​ສະ​ນາ​ຫາ​ສຽງ ​ໃນການ​ເລືອກ​ຕັ້ງ​ຄືນ ປີ 2024 ​ຂອງ​ທ່ານຢ່າງ​ເປັນ​ທາງ​ການ​ ໄວທີ່ສຸດແມ່ນ​ອາ​ທິດ​ໜ້ານີ້, ອີງ​ຕາມ​ສາມ​ຄົນ​ທີ່​ໄດ້​ຖືກແຈ້ງໃຫ້ຊາບ ກ່ຽວ​ກັບການ​ສົນ​ທະ​ນາ​ເລື້ອງດັ່ງກ່າວ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້.

ຄົນຜູ້​ທີ່​ໄດ້​ເວົ້າ​ໂດຍ​ປະ​ສົງ​ບໍ່​ອອກ​ຊື່ ​ຕໍ່​ການ​ສົນ​ທະ​ນາ​ ເພື່ອ​ທຳ​ການ​ພິ​ຈາ​ລະ​ນາ​ເລື້ອງພາຍ​ໃນ​ ໄດ້​ກ່າວວ່າ ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ການ​ຕັດ​ສິນ​ໃຈຄັ້ງສຸດ​ທ້າຍ ກ່ຽວ​ກັບ ເວ​ລາ ​ແມ່ນ​ໄດ້​ເຮັດ​ແລ້ວຫຼືບໍ່, ແຕ່​ທ່ານ ໄບ​ເດັນ ໄດ້​ແນ​ໃສ່​ ວັນ​ອັງ​ຄານ ​ທີ 25 ເມ​ສາ​ ນັບ​ຕັ້ງ​ແຕ່​ພັກ​ເດ​ໂມ​ແຄ​ຣັດ​ ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ປີ 2020. ການ​ປະ​ກາດ​ທີ່​ໃກ້​ຈະ​ມາ​ເຖິງນີ້ ​ແມ່ນ​ຄາດ​ວ່າ​ ຈະ​ເປັນ​ການ​ເປີດ​ເຜີຍ​ໃນ​ຮູບ​ແບບ​ວິ​ດີ​ໂອ​ຕໍ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ.

ທ່ານ ໄບ​ເດັນ​, ອາ​ຍຸ 80 ປີ, ໄດ້​ກ່າວ​ຢ່າງ​ຊ້ຳ​ແລ້​ວ​ຊ້ຳ​ອີກວ່າ ​ທ່ານ​ມີ​ເຈ​ຕະ​ນາ​ທີ່​ຈະ​ລົງ​ແຂ່ງ​ຂັນ​ເປັນ​ສະ​ໄໝ​ທີ​ສອງ, ແຕ່​ບັນ​ດາ​ທີ່​ປຶກ​ສາ​ເວົ້າ​ວ່າ ທ່ານ​ຮູ້​ສຶກ​ມີ​ຄວາມ​ຕ້ອງການພຽງ​ໜ້ອຍ​ນຶ່ງ ​ທີ່​ຈະ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ເພາະ​ວ່າ​ທ່ານບໍ່​ໄດ້​ປະ​ເຊີນ​ກັບ​ການ​ຄັດ​ຄ້ານ​ຢ່າງຫຼວງຫຼາຍ​ຕໍ່​ການ​ສະ​ເໜີ​ຊື່​ຂອງ​ພັກຂອງທ່ານ.

ມັນ​ຈະ​ເປັນ​ປະ​ສົບ​ການ​ທີ່​ແຕກ​ຕ່າງ​ຢ່າງ​ຍິ່ງ​ຈາກ 4 ປີ​ທີ່​ຜ່ານ​ມາ, ເວ​ລາ​ທີ່​ທ່ານ ໄບ​ເດັນ ໄດ້​ຖືກ​ປະ​ຕິ​ເສດ​ໂດຍ​ສະ​ຖາ​ບັນ​ການ​ເມືອງ​ສ່ວນຫຼາຍ ຈົນ​ກວ່າ​ທ່ານ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ທີ່​ພັກ​ເດ​ໂມ​ແຄ​ຣັດ​ເຊື່ອ​ວ່າ​ເປັນ​ສະ​ຖາ​ນະ​ພາບ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເອົາ​ຊະ​ນະ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ຂະ​ນະ​ທີ່​ໂຣກ​ລະ​ບາດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ກຳ​ລັງ​ແຜ່​ລະ​ບາດຢ່າງ​ແຮງ. ໃນ​ຄັ້ງ​ນີ້​ທ່ານ​ຈະ​ຕ້ອງ​ປັບ​ຕົວ​ກັບ​ສິ່ງ​ທ້າ​ທາຍ​ໃນ​ການ​ລົງ​ແຂ່ງ​ຂັນ​ເພື່ອ​ການ​ເລືອກ​ຕັ້ງ​ຄືນ ໃນ​ຂະ​ນະ​ດຽວ​ກັນ​ທຳ​ການ​ບໍ​ລິ​ຫານ​ປະ​ເທດ​ດ້ວຍ.

ທ່ານ ໄບ​ເດັນ ໃນ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມາ​ໄດ້​ເພັ່ງ​ເລັງ​ໃສ່​ການ​ປະ​ຕິ​ບັດ​ກົດ​ໝາຍ​ພື້ນ​ຖານ​ໂຄ​ງ​ລ່າງ​ຂະ​ໜາດ​ໃຫຍ່, ການ​ລົງ​ທຶນ​ດ້ານ​ເທັກ​ໂນ​ໂລ​ຈີ ແລະ ສະ​ພາບ​ອາ​ກາດ ທີ່​ຖືກ​ຮັບ​ຜ່ານ​ໃນ​ລະ​ຫວ່າງ​ສອງ​ປີ​ທຳ​ອິດ​ໃນ​ຕຳ​ແໜ່ງ​ຂອງ​ທ່ານ ແລະ ໄດ້​ກໍ່​ໃຫ້​ເກີດ​ການ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ໃນ​ຂະ​ນະ​ທີ່ ວໍ​ຊິງ​ຕັນ ກຽມ​ພ້ອມ​ສຳ​ລັບ​ການ​ຕໍ່​ສູ້ ກ່ຽວ​ກັບ ການ​ຂະ​ຫຍາຍ​ຂີດ​ຈຳ​ກັດ​ການ​ກູ້​ຢືມ​ເງິນ​ຂອງ​ປະ​ເທດ. ບັນ​ດາ​ຜູ້​ຊ່ວຍ​ເຫຼືອ​ເຊື່ອ​ວ່າ​ບູ​ລິ​ມະ​ສິດ​ສູງ​ສຸດ​ທີ່​ວ່າ​ນັ້ນ​ຈະ​ປັບ​ປຸ​ງ​ພາບ​ພົດ​ຂອງ​ທ່ານ ກ່ອນ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ຄືນ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG