ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ແລະ ຜູ້​ນຳຈາກ 13 ປະ​ເທດ ເຊັນ​ຂໍ້​ຕົກ​ລົງ ​ໂຄງ​ຮ່າງ​ເສດ​ຖະ​ກິດ ອິ​ນ​ໂດ-ປາ​ຊີ​ຟິກ


Biden, Xi Compete for Partnership With Asia-Pacific at Summit
please wait

No media source currently available

0:00 0:03:05 0:00

ທ່ານ ໄບ​ເດັນ ແລະ ທ່ານ ສີ ຈິ່ນ​ຜິງ ແຂ່ງ​ຂັນ​ກັນ ສຳ​ລັບ​ການ​ເປັນ​ຄູ່​ຮ່ວມ​ກັບ​ເອ​ເຊຍ-ປາ​ຊີ​ຟິກ ຢູ່ກອງ​ປະ​ຊຸມ​ສຸດຍອດ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ຍົກ​ຍ້ອງ​ ການ​ຕົກ​ລົງ​ດ້ານ​ເສດ​ຖະ​ກິດ​ຄັ້ງໃໝ່​ໂດຍ​ບັນ​ດາ 14 ປະ​ເທດ​ເອ​ເຊຍ-ປາ​ຊີ​ຟິກ ທີ່​ແນ​ເປົ້າ​ໃສ່​ການ​ຕອບ​ໂຕ້​ຕໍ່ການ​ຄອບ​ງຳ​ດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ຂອງ ຈີນ, ໂດຍ​ກ່າວ​ວ່າ​ບັນ​ດາ​ຜູ້​ນຳ​ຂໍ້​ຕົກ​ລົງ​ໄດ້​ເຊັນ​ກັນ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ເສດ​ຖະ​ກິດໃນ​ພາກ​ພື້​ນ, ເຊິ່ງບໍ່​ແມ່ນ​ຂໍ້​ຕົກ​ລົງ​ການ​ຄ້າ ​ຢ່າງ​ເປັນ​ທາງ​ການນັ້ນ, ຈະ​ແກ້​ໄຂ​ບັນ​ຫາ​ທີ່​ສຳ​ຄັນ​ເຊັ່ນ​ການ​ຂາດ​ແຄນ​ເຊ​ມີ​ຄອນ​ດັກ​ເຕີ ໃນ​ອະ​ນາ​ຄົດ ດ້ວຍ​ການ​ປັບ​ປຸງ ຄວາມ​ຍືດ​ຢຸ່ນຂອງ​ຕ່ອງ​ໂສ້​ສິນ​ຄ້າ.

ບັນ​ດາ​ຜູ້​ນຳ 14 ຄົນ​ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ຮ່ວມ​ວ່າ ເປົ້າ​ໝາຍ​ຂອງ​ຂໍ້​ຕົ​ກ​ລົງ​ໃໝ່​ ແມ່ນ​ເພື່ອ “ສົ່ງ​ເສີມ​ສິດ​ທິ​ຂອງ​ກຳ​ມະ​ກອນ, ຂະ​ຫຍາຍ​ຄວາມ​ສາ​ມາດ​ທີ່​ຈະ​ປ້ອງ​ກັນ ແລະ ຕອບ​ສະ​ໜອງຕໍ່​ການ​ຢຸດ​ຊະ​ງັກ​ຂອງ​ຕ່ອງ​ໂສ້​ສິນ​ຄ້າ, ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ກ່ຽວ​ກັບ ການ​ຫັນ​ປ່ຽນ​ໄປ​ສູ່​ເສດ​ຖະ​ກິດ​ສະ​ອາດ, ແລະ ຕໍ່​ສູ້​ການ​ສໍ້​ລາດ​ບັງຫຼວງ ແລະ ປັບ​ປຸງ​ຄວາມ​ມີ​ປະ​ສິດ​ທິ​ພາບ ກ່ຽວ​ກັບ ການ​ຄຸ້ມ​ຄອງ​ພາ​ສີ.”

ທ່ານ ໄບ​ເດັນ, ໃນ​ການ​ກ່າວ​ຢູ່ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເອ​ເຊຍ-ປາ​ຊີ​ຟິກ ຢູ່​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ ໃນ​ວັນ​ພະ​ຫັດ​ວານນີ້​, ໄດ້​ຍອມ​ຮັບ​ວ່າ​ບັນ​ດາ​ນັກ​ເຈ​ລະ​ຈາບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ສັນ ກ່ຽວ​ກັບ ເສົາຫຼັກ​ທີ່​ສຳ​ຄັນ​ຂອງ​ໂຄງ​ຮ່າງ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຍັງ​ມີ​ວຽກ​ໃຫ້​ເຮັດ​ຕື່ມ​ອີກ, ແຕ່​ພວກ​ເຮົາ​ໄດ້​ທຳ​ຄວາມ​ກ້າວ​ໜ້າຫຼາຍ​ພໍ​ສົມ​ຄວນ. ໃນ​ຊ່ວງ​ເວ​ລາ​ທີ່​ໄວ​ເປັນ​ປະ​ຫວັດ​ການ​ພວກ​ເຮົາ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ສັນ ກ່ຽວ​ກັບ ສາມ​ເສົາຫຼັກ​ທີ່​ສຳ​ຄັນຂອງ IPEF. “IPEF ມີ​ສີ່​ເສົາຫຼັກທີ່ ​ຖືກ​ສະ​ຫຼຸບ​ວ່າ​ເປັນ​ການ​ຄ້າ, ຕ່ອງ​ໂສ້​ສິນ​ຄ້າ, ພະ​ລັງ​ງານ​ສະ​ອາດ ແລະ ພື້ນ​ຖານ​ໂຄງ​ລ່າງ, ແລະ ພາ​ສີ ແລະ ການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG