ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມພະຍາຍາມ ທີ່ຈະປົດ ຜູ້ປົກຄອງລັດຄາລີຟໍເນຍ ອອກຈາກຕຳແໜ່ງ ປະສົບກັບຄວາມລົ້ມແຫຼວ


ຜູ້ປົກຄອງລັດຄາລີຟໍເນຍ ທ່ານແກວິນ ນິວຊຳ ຕອບຄຳຖາມພວກນັກຂ່າວ ຫຼັງຈາກເອົາຊະນະການລົງຄະແນນສຽງ ທີ່ຈະປົດທ່ານອອກຈາກຕຳແໜ່ງ ທີ່ສຳນັກງານໃຫຍ່ຂອງພັກເດໂມແຄຣັດ John L. Burton ໃນລັດຄາລີຟໍເນຍ ທີ່ນະຄອນຊາກຣາເມັນໂຕ ເມື່ອວັນອັງຄານ ທີ 14 ກັນຍາ 2021. (AP Photo…
ຜູ້ປົກຄອງລັດຄາລີຟໍເນຍ ທ່ານແກວິນ ນິວຊຳ ຕອບຄຳຖາມພວກນັກຂ່າວ ຫຼັງຈາກເອົາຊະນະການລົງຄະແນນສຽງ ທີ່ຈະປົດທ່ານອອກຈາກຕຳແໜ່ງ ທີ່ສຳນັກງານໃຫຍ່ຂອງພັກເດໂມແຄຣັດ John L. Burton ໃນລັດຄາລີຟໍເນຍ ທີ່ນະຄອນຊາກຣາເມັນໂຕ ເມື່ອວັນອັງຄານ ທີ 14 ກັນຍາ 2021. (AP Photo…

ບັນດາຜູ້ມີສິດປ່ອນບັດ ໃນລັດຄາລີຟໍເນຍ ທາງພາກຕາເວັນຕົກ ຂອງສະຫະລັດ ໄດ້ປະຕິເສດ ດ້ວຍຄະແນນສຽງອັນຖ້ວມລົ້ນ ຕໍ່ຄວາມພະຍາຍາມທີ່ຈະປົດຜູ້ປົກຄອງລັດ ສັງກັດພັກເດໂມແຄຣັດ ທ່ານແກວິນ ນິວຊຳ ອອກຈາກຕຳແໜ່ງ.

ດ້ວຍຄະແນນສຽງ ທີ່ຄາດວ່າໄດ້ນັບໄປແລ້ວສອງສ່ວນສາມນັ້ນ ທ່ານນິວຊຳ ມາຮອດຕອນເຊົ້າວັນພຸດວານນີ້ໄດ້ເອົາຊະນະຄວາມພະຍາຍາມພາຍໃຕ້ການນຳພາຂອງພັກຣີິພັບບລີກັນ ທີ່ຈະປົດທ່ານອອກຈາກຕຳແໜ່ງດ້ວຍຄະແນນ 64 ຕໍ່ 36 ເປີເຊັນ. ທ່ານນິວຊຳສາມາດຮັບໜ້າທີ່ ໃນເວລາທີ່ຍັງເຫຼືອຂອງທ່ານຕໍ່ໄປໃຫ້ຄົບ 4 ປີ ຊຶ່ງຈະສິ້ນສຸດລົງໃນຊ່ວງຕົ້ນໆຂອງປີ 2023 ທັງໆທີ່ທ່ານມີແຜນການທີ່ຈະລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກ ໃນປີໜ້ານີ້.

ການປ່ອນບັດໃນວັນອັງຄານທີ່ຜ່ານມາ ຊຶ່ງສຽງສ່ວນຫຼາຍແມ່ນລົງຄະແນນສຽງບໍ່ເຫັນພ້ອມນຳ ໂດຍກ່າວວ່າ ທ່ານນິວຊຳ ບໍ່ຄວນທີ່ຈະຖືກປົດອອກຈາກຕຳແໜ່ງ ຊຶ່ງໄດ້ພາໃຫ້ມີການໂຕ້ຖຽງ ກ່ຽວກັບຄຳຖາມຂໍ້ທີ 2 ຂອງການປ່ອນບັດ: ຄືຜູ້ໃດຄວນຈະເຂົ້າຮັບໜ້າທີ່ ແທນທ່ານນິວຊຳ ຖ້າປະຊາຊົນສ່ວນໃຫຍ່ ຕ້ອງການຈະປົດທ່ານອອກຈາກຕຳແໜ່ງ?

ຖ້າທ່ານນິວຊຳຫາກເສຍໄຊໃນການລົງຄະແນນສຽງຢູ່ໃນເຂດທີ່ມີສະມາຊິກຂອງ ພັກເດໂມແຄຣັດອາໄສຢູ່ຢ່າງແໜ້ນໜາຂອງລັດ ທ່ານແລຣີ ແອລເດີ້ ນັກຈັດລາຍການທາງວິທະຍຸນິຍົມແນວທາງເດີມ ແລະຜູ້ສະໜັບສະໜຸນອະດີດປະທານາທິບໍດີດໍໂນລ ທຣຳ ຈະກາຍເປັນຜູ້ປົກຄອງລັດ ໃນເມື່ອກົດໝາຍຂອງລັດກ່າວວ່າ ທ່ານນິວຊຳ ອາຍຸ 53 ປີ ຈະບໍ່ສາມາດຮວມຢູ່ໃນລາຍຊື່ ຜູ້ທີ່ອາດຈະຖືກເລືອກໃຫ້ເຂົ້າຮັບຕຳແໜ່ງແທນທ່ານໄດ້. ທ່ານແອລເດີ້ ມີິຄະແນນນຳໜ້າຜູ້ສະໝັກຄົນອື່ນໆທີ່ມີທັງໝົດ 46 ຄົນ ສ່ວນໃຫຍ່ແລ້ວແມ່ນສະມາຊິກຂອງພັກຣີພັບບລີກັນ.

ທ່ານນິວຊຳແມ່ນແມ່ນຜູ້ປົກຄອງລັດຄົນທີ 2 ໃນຕອບ 18 ປີ ທີ່ໄດ້ປະເຊີນກັບການລົງຄະແນນສຽງ ໃຫ້ປົດອອກຈາກຕຳແໜ່ງ. ໃນປີ 2012 ຜູ້ປົກຄອງລັດນິຍົມແນວທາງເດີມ ສກັອດ ວອກເກີ ຢູ່ລັດວິສຄອນຊິນ ທາງພາກຕາເວັນຕົກຕອນເໜືອ ຂອງສະຫະລັດ ກໍໄດ້ເອົາຊະນະການລົງຄະແນນສຽງໃຫ້ປົດທ່ານອອກຈາກຕຳແໜ່ງ ແຕ່ໃນທີ່ສຸດກໍເສຍໄຊ ໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມອີກໃນປີ 2018.

ການລົງຄະແນນສຽງ ເພື່ອປົດເຈົ້າໜ້າທີ່ອອກຈາກຕຳແໜ່ງຢູ່ລັດຄາລີຟໍເນຍ ຊຶ່ງເປັນລັດທີ່ມີປະຊາກອນຫຼາຍທີ່ສຸດ ໃນສະຫະລັດນັ້ນ ແມ່ນຖືເປັນເລື້ອງທຳມະດາເວລາໃດທີ່ຜູ້ມີສິດປ່ອນບັດ ບໍ່ພໍໃຈກັບການເຮັດວຽກຂອງເຈົ້າໜ້າທີ່ ທີ່ຖືກເລືອກມາ ສາມາດຍື່ນໜັງສືຮ້ອງຮຽນ ພ້ອມກັບລາຍເຊັນ ເພື່ອຈັດການປ່ອນບັດ ປົດບຸກຄົນຜູ້ນັ້ນ ອອກຈາກໜ້າທີ່ກ່ອນທີ່ສະໄໝໃນການເຂົ້າຮັບຕຳແໜ່ງຂອງຜູ້ກ່ຽວຈະໝົດລົງ. ພ້ອມໆກັບທ່ານນິວຊຳນັ້ນ ຍັງມີເຈົ້າໜ້າທີ່ເທດສະບານຫຼາຍໆຄົນຢູ່ໃນລັດດັ່ງກ່າວ ຖືກລົງຄະແນນສຽງໃຫ້ປົດອອກຈາກຕຳແໜ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG