ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກຝ່າຍຄ້ານ ຂອງພູຖານ ຊະນະ ການເລືອກຕັ້ງ


ຜຸ້ຍິງຄົນນຶ່ງປ່ອນປັດຂອງລາວ ຢູ່ສະຖານີປ່ອນບັດ ໃນເມືອງຫລວງ Thimphu ຂອງພູຖານ
ຜຸ້ຍິງຄົນນຶ່ງປ່ອນປັດຂອງລາວ ຢູ່ສະຖານີປ່ອນບັດ ໃນເມືອງຫລວງ Thimphu ຂອງພູຖານ
ທີ່​ປະ​ເທດ​ພູ​ຖານ ປະກົດວ່າ ພັກປະຊາທິປະ​ໄຕປະຊາຊົນພູ​
ຖານ ທີ່ເປັນພັກຝ່າຍຄ້ານນັ້ນ ໄດ້ຮັບໄຊຊະນະແບບບໍ່​ມີ​ໃຜ
ຄາດ​ຄິດໃນການເລືອກຕັ້ງສະພາແຫ່ງຊາດໃນວັນເສົາວານນີ້.

ຄະນະກໍາມະການເລືອກຕັ້ງຂອງພູ​ຖານເວົ້າຢູ່ໃນເວັບໄຊ້ຂອງ
ຕົນວ່າ ພັກຝ່າຍ​ຄ້ານຍາດໄດ້ຢ່າງໜ້ອຍ 31 ບ່ອນ​ນັ່ງໃນຈໍາ
ນວນທັງໝົດ 47 ບ່ອນ ທີ່​ມີ​ການ​ປ່ອນ​ບັດ​ເອົານັ້ນ ໃນຂະນະທີ່
ພັກສັນຕິພາບແລະຄວາມວັດທະນາຖາວອນ ຫລື PDP ທີ່ກໍາອໍານາດຢູ່ໃນເວລານີ້ ຍາດໄດ້ຢ່າງໜ້ອຍ 14 ບ່ອນນັ່ງ.

ເຈົ້າໜ້າທີ່ຈາກຄະນະກໍາມະການເລືອກຕັ້ງ ຈະປະກາດຜົນ
ການເລືອກຕັ້ງຢ່າງເປັນທາງການໃນວັນອາທິດມື້ນີ້ ຊຶ່ງ​ໃນ​ເວລາ​ລາຍງານ​ຂ່າວ​ນີ້ ຍັງ​ບໍ່​ມີ​
ອອກ​ມາ​ເທື່ອ. ພັກ PDP ຕ້ອງການ 24 ບ່ອນນັ່ງ ຈາກ 47 ບ່ອນນັ່ງທັງໝົດ ເພື່ອຈະສາ
ມາດສ້າງຕັງລັດຖະບານຊຸດຕໍ່ໄປໄດ້.

ບໍ່​ຮອດ 4 ແສນຄົນ ມີສິດປ່ອນບັດລົງຄະແນນສຽງ​ໃນ​ການເລືອກຕັ້ງຄັ້ງນີ້.

ການປ່ອນບັດໄດ້ຮັບປະກັນ ໃຫ້ມີລັດຖະບານຊຸດໃໝ່ທີ່ຖືກເລືອກຕັ້ງຂຶ້ນມາ ຢ່າງມີປະຊາ
ທິປະໄຕ ພຽງຊຸດ​ທີສອງເທົ່ານັ້ນ ຢູ່ໃນປະຫວັດສາດຂອງພູ​ຖານ ຊຶ່ງປະເທດທີ່ບໍ່ມີທາງ
ອອກສູ່ທະເລ ແລະນັບຖືສາສະໜາພຸດນັ້ນ.

ກະສັດ Jigme Khesar Namgyel Wangchuck ໄດ້ຊົງສະມັກໃຈ ສະລະບັນລັງ​ແລະ
ອໍານາດຂອງພະອົງຢ່າງສິ້ນເຊີງ ໃນປີ 2008 ແລະນໍາ​ເອົາລະບອບປະຊາທິໄປະໄຕ ເຂົ້າ​
ມາ​ປົກຄອງ​ປະ​ເທດ.
XS
SM
MD
LG