ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຕັດສິນຄະດີແກ໊ສຮົ່ວ ທີ່ອິນເດຍ


ໃນ​ວັນ​ຈັນ​ມື້​ນີ້ ສານແຫ່ງ​ນຶ່ງ​ຂອງ​ອິນ​ເດຍ​ໄດ້ຕັດສິນໂທດ​ຈຳ​ຄຸກ ຄົນ​ລະ​ສອງ​ປີ ຕໍ່​ຜູ້​ບໍລິຫານ​ລະດັບ​ອາວຸ​ໂສ 8 ຄົນ
ຂອງ​ບໍລິສັດນຶ່ງ ທີ່​ຖືກ​ຖີ້ມ​ໂທດ​ໃສ່​ວ່າ​ ຕົ້ນ​ເຫດ​ຂອງການ​ຮົ່ວ​ໄຫລ​ຂອງ​ແກ໊ສ​ເປັນ​ພິດ ທີ່​ເມືອງ Bhopal ​ໃນ​ຖານ
ລະ​ເລີຍ​ບໍ່​ເອົາ​ຫົວຊານຳ​ການຫາ​ທາງ​ປ້ອງ​ກັນອຸບັດ​ເຫດ​ທາງອຸດສາຫະກຳ​ຄັ້ງ​ຮ້າຍ​ແຮງ​ທ່ີ​ສຸດ​ຂອງໂລກ ທ່ີ​ໄດ້​ເຮັດໃຫ້
ມີຜູ້​ເສຍ​ຊີວິດ​ໄປ​ຫລາຍ​ພັນ​ຄົນ​ນັ້ນ.

ໃນ​ເດືອນ​ທັນວາ​ ປີ 1984 ​ແກ໊​ສ​ methyl ທ່ີເປັນອັນຕະລາຍ​ເຖິງ​ຕາຍ​ ໄດ້​ຮົ່ວ​ໄຫລ​ອອກ​ມາ​ຈາກ​ຖັງ​ເກັບ​ມ້ຽນ​ທີ່ີ​ໂຮງງານ
ຜະລິດ​ຝຸ່ນ​ປຸຍ ຂອງ​ບໍລິສັດ Union Carbide ທ່ີ​ Bhopal ເມືອງຫລວງ​ຂອງ​ແຄວ້ນ Madhya Pradesh​.

ລັດຖະບານ​ກ່າວ​ວ່າ ປະຊາຊົນ​ປະມານ 3500 ຄົນ​ເສຍ​ຊີວິດ​ໃນ​ມື້​ທຳ ອິດຫລັງ​ຈາກ​ອຸບັ​ດ​ເຫດ​ເກີດ​ຂຶ້ນ. ​ແຕ່ພວກ​ນັກ​ເຄື່ອນ​ໄຫວ
ກ່າວ​ວ່າ ມີ​ປະຊາ​ຊົນໃນ​ຈຳນວນ ລື່ນ​ຕົວ​ເລກ​ຂອງລັດຖະບານ​ ເກືອບ 3 ​ເທົ່າ ເສຍ​ຊີວິດ​ໃນ​ທັນທີ​ຫລັງ​ຈາກ​ເກີດໄພພິບັດ​ດັ່ງກ່າວ
ແລະ​ຢ່າງ​ນ້ອຍ​ອີກ 25 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປ​ນັບ​ແຕ່​ນັ້ນມາ ຍ້ອນ​ຜົນ​ກະທົບ​ທ່ີ​ຕິດຕາມ​ມາ​ຈາກ​ອາຍແກ​ສທ່ີ​ວ່າ​ນີ້.

ຄວາມ​ຜິດ​ຖານ​ທຳ​ຄວາມ​ເລີ້ນ​ເລີ້​ ຫລື​ລະ​ເຫລີງ ມີ​ໂທດຈຳ​ຄຸກ​ ຫລາຍ​ທ່ີ​ສຸດ​ 2 ປີ. ຄຳຕັດສິນໃນ​ມື້​ນີ້ ຊຶ່ງມີຂຶ້ນ​ລຸນ​ຫລັງການ​ດຳ​ເນີນ
ຄະ​ດີ​ມາ​ດົນ​ກວ່າ 2 ທົດ​ສ​ະວັດ​ ​ແມ່ນສາມາ​ດອຸທອນ​ໄດ້​ໃນ​ສານ​ສູງ.

XS
SM
MD
LG