ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທ​ຣຳ ພົບ​ປະ​ກັບ ຜູ້​ບໍ​ລິ​ຫານ​ໃຫຍ່ ຂອງ​ສື່​ສັງ​ຄົມ ທວິດ​ເຕີ


ຜູ້​ບໍ​ລິ​ຫານ​ໃຫຍ່ ບໍ​ລິ​ສັດ​ສື່​ສັງ​ຄົມ Twitter ທ່ານ ແຈັກ ດໍ​ຊີ ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳມະ​ການ​ສືບ​ລັບ ສະ​ພາ​ສູງ ກ່ຽວ​ກັບ ການ​ປະ​ຕິ​ບັດ​ການ​ສ້າງ​ອິດ​ທິ​ພົນ​ຂອງ​ຕ່າງ​ປະ​ເທດ ແລະ ການ​ໃຊ້​ສື່​ສັງ​ຄົມຂອງ​ເຂົາ​ເຈົ້າ, ລັດ​ຖະ​ສະ​ພາ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 5 ກັນ​ຍາ, 2018.
ຜູ້​ບໍ​ລິ​ຫານ​ໃຫຍ່ ບໍ​ລິ​ສັດ​ສື່​ສັງ​ຄົມ Twitter ທ່ານ ແຈັກ ດໍ​ຊີ ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳມະ​ການ​ສືບ​ລັບ ສະ​ພາ​ສູງ ກ່ຽວ​ກັບ ການ​ປະ​ຕິ​ບັດ​ການ​ສ້າງ​ອິດ​ທິ​ພົນ​ຂອງ​ຕ່າງ​ປະ​ເທດ ແລະ ການ​ໃຊ້​ສື່​ສັງ​ຄົມຂອງ​ເຂົາ​ເຈົ້າ, ລັດ​ຖະ​ສະ​ພາ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 5 ກັນ​ຍາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ພົບ​ປະ​ກັບ​ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ​ຂອງ
ທວິດເຕີ ໃນວັນອັງຄານວານນີ້, ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກໄດ້ຕຳນິສື່ສັງຄົມດັ່ງ
ກ່າວວ່າ ວ່າປະຕິບັດກັບທ່ານຢ່າງບໍ່ຍຸຕິທຳ.

ທ່ານ ທ​ຣຳ, ບໍ່​ດົນຫຼັງ​ຈາກ​ການ​ປະ​ຊຸມ​ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ກັບ ຜູ້​ບໍ​ລິ​ຫານ​
ໃຫຍ່ ທວິດເຕີ ທ່ານ ແຈັກ ດໍຊີ ໄດ້ສິ້ນສຸດລົງ, ທ່ານໄດ້ເອົາຮູບ ກ່ຽວກັບ ການສົນທະ
ນາດັ່ງກ່າວ ລົງໃນທວິດເຕີ ແລະ ໄດ້ໃຊ້ຄຳເວົ້າທີ່ເປັນແງ່ບວກຫຼາຍຂຶ້ນກວ່າເກົ່າ ຈາກ
ຂໍ້ຄວາມຂອງວັນອັງຄານວານນີ້.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ເອີ້ນ​ມັນ​ວ່າເປັນ “ການ​ປະ​ຊຸມ​ທີ່​ດີຫຼາຍ”, ໂດຍ​ເວົ້າ​ວ່າ​ພວກ​
ເພິ່ນໄດ້ຫາລືຫຼາຍຢ່າງໃນຫົວຂໍ້ ກ່ຽວກັບ ນະໂຍບາຍ ແລະ ສື່ສັງຄົມໂດຍທົ່ວໄປ.

​ຂໍ້​ຄວາມທວິດ​ເຕີຂອງ​ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ສະຫຼຸບ​ວ່າ “ຫວັງ​ວ່າ​ຈະ​ຈັດ​ການ​ສົນ​ທະ​ນາ​
ເປີດຕໍ່ໄປ.”

ທ່ານ ດໍ​ຊີ ໄດ້​ຂຽນ​ຂໍ້​ຄວາມ​ໃນ ທວິດ​ເຕີ ໃນ​ຕອນ​ແລງວັນ​ອັງ​ຄານ​ວານນີ້​ວ່າ, ໄດ້​ມີການ​
ປະຊຸມຂອງບັນດາຜູ້ບໍລິຫານເທັກໂນໂລຈີລະດັບສູງຂອງບໍລິສັດຕ່າງໆໃນເດືອນທັນ
ວາປີ 2016, ແຕ່ບໍ່ມີໃຜຈາກທວິດເຕີຖືກເຊີນ.

ການ​ພົບ​ປະ​ ລະ​ຫວ່າງ​ທ່ານ ທ​ຣຳ ກັບ ທ່ານ ດໍ​ຊີ ໃນ​ວັນ​ອັງ​ຄານ​ວານນີ້ ແມ່ນ​ການ​ເຊື້ອ
ເຊີນຂອງທ່ານປະທານາທິບໍດີ.

ໂຄ​ສົກ​ຂອງ​ທວິດ​ເຕີ ກ່າວ​ວ່າ “ເຂົາ​ເຈົ້າ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄຳ​ໝັ້ນ​ສັນ​ຍາ​ຂອງ
ທວິດເຕີ ທີ່ຈະປົກປ້ອງຄວາມສົມບູນຂອງການສົນທະນາໃນສາທາລະນະ ກ່ອນການ
ເລືອກຕັ້ງ ສະຫະລັດ ປີ 2020 ແລະ ຄວາມພະຍາຍາມຕ່າງໆແມ່ນໄດ້ດຳເນີນຂຶ້ນເພື່ອ
ຕອບໂຕ້ຕໍ່ວິກິດການຢາແກ້ປວດໂອປີອອຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG