ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

Napa Valley ບໍ່ພຽງແຕ່ ໂດ່ງດັງ ເລື່ອງອະງຸ່ນເທົ່ານັ້ນ ໝາກອຶກໍເຊັ່ນກັນ (ວີດີໂອ)


Better Known For Grapes, Napa Valley Also Produces Giant Pumpkins
please wait

No media source currently available

0:00 0:00:33 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້

ເຂດ​ຮ່ອມ​ພູ Napa ​ໃນ​ລັດ California ທາງ​ພາກ​ຕາ​ເວັນ​ຕົກ​
ຂອງ​ສະຫະລັດນັ້ນ ​ອາດ​ຈະມີ​ຊື່​ສຽງ​ໂດ່​ງດັງ​ຍ້ອນໜາ​ກອະ​ງຸ່ນ
​ທີ່​ໃຊ້ເຮັດ​ເຫຼົ້າ​ໄວ​ນ໌ນັ້ນ​ ​ແຕ່​ວ່າ​ ມາ​ບັດ​ນີ້​ Napa Valley ​ແມ່ນ
​ດັງຍ້ອນ​ດາວດວງໃໝ່​ແລ້ວ. ນັ້ນ​ກໍ​ຄື​ໝາກ​ອຶຍັກ ​ທີ່​ໃຫຍ່​ທີ່​ສຸດ​
ໃນ​ໂລກ

ຜູ້​ຊະນະ 3 ລາຍທໍາ​ອິດຂອງ​ການ​ປະ​ກວດຊະນະ​ເລີດ ໝາກ
ອຶທີ່​ໃຫຍ່​ທີ່​ສຸດ ປະ​ຈໍາປີຂອງ​ໂລກ ຄັ້ງ​ທີ່ 40 ທີ່​ໄດ້​ມີ​ການຈັດ​
ແຂ່ງຂັນ​ຂຶ້ນ​ ໃນ​ວັນ​ຈັນ​ວານ​ນີ້​ ​ໃນ​ເມືອງ​ Half Moon Bay
ລັດ California ນັ້ນ ​ແມ່​ນມາຈາກ​ເຂດຮ່ອມ​ພູ Napa.

ໝາກອຶຍັກ​ທີ່​ຊະນະ​ອັນ​ທີ​ນຶ່ງ​ນັ້ນ​ແມ່ນ ມີຄວາມ​ໜັກ​ເຖິງ 900 ກິ​ໂລ ຫຼື 1,985 ປອນ​ດ໌.

​ແຕ່​ວ່າ ​ນັ້ນກໍ​ຍັງໜັກ​ນ້ອຍ​ກວ່າ ໜ່ວຍທີ່​ໜັກ 920 ກິ​ໂລ ທີ່​ໄດ້​ທໍາສະຖິຕິໂລກ ​ເມື່ອ​ຕົ້ນ​ເດືອນ​ນີ້​
​ໃນ​ການ​ແຂ່ງຂັນ​ລະດັບ​ນ້ອຍ​ກວ່າ ​ໃນເມືອງ Morgan Hill ​ລັດ California ​ ຊຶ່ງໝາກອຶຍັກ
ໜ່ວຍນັ້ນ ກໍ​ປູກ​ຢູ່​ເຂດ​ຮ່ອມ​ພູ Napa ​ເຊັ່ນ​ກັນ.
XS
SM
MD
LG