ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສັນຕິພາບຄືເນື້ອໃນຂອງການ ສະຫຼອງຄຣິສຕ໌ມາສຢູ່ເບັດເລແຮັມ


ພວກສະແຫວງບຸນ ພາກັນສວດມົນພາວະນາ ຢູ່ທີ່ທາງເຂົ້າວັດ Nativity ໃນເມືອງເບັດເລແຮັມ (24 ທັນວາ 2010)
ພວກສະແຫວງບຸນ ພາກັນສວດມົນພາວະນາ ຢູ່ທີ່ທາງເຂົ້າວັດ Nativity ໃນເມືອງເບັດເລແຮັມ (24 ທັນວາ 2010)

ຜູ້ນຳຂອງສາສະໜາກາໂຕລິກໃນດິນແດນສັກສິດໄດ້ຮຽກ
ຮ້ອງໃຫ້ມີສັນຕິພາບແລະການສົນທະນາຫາລື ລະຫວ່າງ
ສາສະໜາຕ່າງໆ ໃນລະຫວ່າງການປະກອບພິທີທາງສາ
ສະໜາ ໃນຕອນທ່ຽງຄືນ ກ່ອນມື້ວັນບຸນຄຣິສຕ໌ມາສ ທີ່
ເມືອງເບັດເລແຮັມຊຶ່ງເປັນສະຖານທີ່ປະສູດຂອງພະເຢຊູ
ນັ້ນ.

ພະສັງຄະຣາດ Fouad Twal ໄດ້ເປັນຜູ້ນຳພາການປະ
ກອບພິທີທາງສາສະໜາ ຕໍ່ໜ້າແຂກຜູ້ມີກຽດທີ່ເຂົ້າຮ່ວມ
ແລະພວກສະແຫວງບຸນຈາກທົ່ວໂລກ ທີ່ໂບດ Nativity ໃນຕອນເຊົ້າຂອງວັນເສົາມື້ນີ້.

ພະສັງຄະຣາດ Twal ກ່າວວ່າ ຄວາມຫວັງຂອງສາສະໜາໂຣມັນກາໂຕລິກ ເນື່ອງໃນ
ໂອກາດວັນບຸນຄຣິສຕ໌ມາສກໍຄືຢາກໃຫ້ນະຄອນເຈຣູຊາແລັມທີ່ຕັ້ງຢູ່ໃກ້ຄຽງນີ້ບໍ່ພຽງແຕ່
ເປັນນະຄອນຫຼວງ ຂອງ 2 ປະເທດເທົ່ານັ້ນ ແຕ່ຫາກຍັງເປັນ ບົດບາດແບບຢ່າງ ຂອງ
ຄວາມກົມກືນປະສົມປະສານ ແລະການຢູ່ຮ່ວມກັນ.

ນອກນັ້ນພະສັງຄະຣາດ Twal ຍັງໄດ້ສະແດງຄວາມຫວັງອອກມາວ່າ ສຽງລະຄັງຂອງ
ໂບດ ໃນລະຫວ່າງເທດສະການຄຣິສຕ໌ມາສ ຈະດັງຖ້ວມສຽງອາວຸດ ຢູ່ໃນພາກຕາເວັນ
ອອກກາງ ທີ່ເຕັມໄປດ້ວຍຄວາມບອບຊໍ້ານັ້ນ.

ມີພວກນັກທ່ອງທ່ຽວຫຼາຍກວ່າ 10 ພັນຄົນ ໄດ້ໄປຢ້ຽມຢາມເມືອງເບັດເລແຮມໃນວັນ
ສຸກວານນີ້ ເຮັດໃຫ້ພວກທີ່ໄປຮ່ວມ ເທດສະການບຸນຄຣິສຕ໌ມາສຢູ່ທີ່ເມືອງດັ່ງກ່າວ ມີ
ລະດັບສູງສຸດໃນຮອບຫຼາຍໆປີ. ເຈົ້າໜ້າທີ່ຄາດວ່າ ຈະມີພວກນັກທ່ອງທ່ຽວ ປະມານ
90,000 ຄົນໄປຢ້ຽມຢາມ ໃນໂອກາດວັນພັກດັ່ງກ່າວ ເພີ່ມຂຶ້ນຈາກ 70 ພັນຄົນໃນປີ
ກາຍນີ້.

XS
SM
MD
LG