ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໖ ມັງກອນ ໒໐໒໕

ທ. ເບີ​ນີ ແຊນ​ເດີ​ສ໌ ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຮັບການ​ຜ່າ​ຕັດ​ ຍ້ອນເສັ້ນ​ເລືອດ​ອຸດ​ຕັນ


ສະ​ມາ​ຊິກ​ສະ​ພາ​ສູງ ເບີ​ນີ ແຊນ​ເດີ​ສ໌ ແລະ​ຜູ້​ທີ່​ມີ​ຄວາມ​ຫວັງ​ຈະ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສ​ະ​ຫະ​ລັດ ໄດ້​ຢຸດ​ກ່າວ ຄຳ​ປາ​ໄສ​ຢູ່​ໃນ​ງານ ຫາ​ສຽງ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ Dartmouth College ໃນ​ເມືອງ Hanover ຂອງ​ລັດ New Hampshire ໃນ​ວັນ​ທີ 1 ຕຸ​ລາ, 2019
ສະ​ມາ​ຊິກ​ສະ​ພາ​ສູງ ເບີ​ນີ ແຊນ​ເດີ​ສ໌ ແລະ​ຜູ້​ທີ່​ມີ​ຄວາມ​ຫວັງ​ຈະ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສ​ະ​ຫະ​ລັດ ໄດ້​ຢຸດ​ກ່າວ ຄຳ​ປາ​ໄສ​ຢູ່​ໃນ​ງານ ຫາ​ສຽງ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ Dartmouth College ໃນ​ເມືອງ Hanover ຂອງ​ລັດ New Hampshire ໃນ​ວັນ​ທີ 1 ຕຸ​ລາ, 2019

ທ່ານ ເບີ​ນີ ແຊນ​ເດີ​ສ໌ (Bernie Sanders), ສະ​ມາ​ຊິກ​ສະ​ພາ​ສູງ ແລະ​ຜູ້​ທີ່​ມີ​ຄວາມ​ຫວັງ​ຈະ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສ​ະ​ຫະ​ລັດ ໄດ້​ມີ​ການ​ຜ່າ​ຕັດ​ໃນ​ວັນ​ພຸດ​ວານນີ້ ເພື່ອ​ປິ່ນ​ປົວ​ອາ​ການເສັ້ນ​ເລືອດ​ອຸດ​ຕັນ ທີ່​ສົ່ງ​ເລືອດ​ໄປ​ຫາ​ຫົວ​ໃຈ​ຂອງ​ທ່ານນັ້ນ, ອີງ​ຕາ​ມ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ.

ທ່ານແຈັ​ຟ ວີບ​ເວີ (Jeff Weaver), ທີ່​ປຶກ​ສາດ້ານ​ການ​ໂຄ​ສະ​ນາ​ຫາ​ສຽງ​ລະ​ດັບ​ສູງ​ເວົ້າ​ວ່າ ງານ​ຫາ​ສຽງ​ທຸກ​ຢ່າງ​ແມ່ນ​ຖືກ​ຍົກ​ເລີກ​ໝົດພາຍ​ຫລັງ​ທີ່​ທ່ານ​ແຊນ​ເດີ​ສ໌ (Sanders) "ພົບ​ວ່າ​ມີ​ການ​ອຸດ​ຕັນ​ຢູ່​ເສັ້ນເລືອດສາຍ​ນຶ່ງ​ຂອງ​ທ່ານ ແລະໄດ້ມີ​ການ​ໃຊ້​ເຄື່ອງ​ເປີດ​ໃຫ້​ເສັ້ນ​ເລືອດ​ເດີນ​ສອງ​ອັນ​ສອດ​ເຂົ້າ​ໄປໃນນັ້ນ."

ທ່ານ​ວີບ​ເວີ (Weaver) ຍັງ​ໄດ້​ກ່າວ​ອີກວ່າ ທ່ານ Sanders "ຍັງ​ມີວ​ຄາມ​ຮູ້​ສຶກສະ​ບາຍ​ດີ " ແລະ​ຈະ "ໄດ້​ພັກ​ຜ່ອນ​ຕໍ່​ໄປອີກ​ສອງ​ສາມມື້."

​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ດັ່ງ​ກ່າວ​ຍັງ​ເວົ້າ​ວ​ອີກວ່າ ທ່ານ​ແຊນ​ເດີ​ສ໌ (Sanders) ໄດ້​ຫາ​ທາງ​ປິ່ນ​ປົວ​ອາ​ການ​ຂອງ​ທ່ານ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ເມື່ອ​ທ່າ​ນ​ຮູ້​ສຶກວ່າ ບໍ່ຄ່ອຍ​ສະບາຍ​ຢູ່ໜ້າ​ເອິກ​ຂອງ​ທ່ານ ໃນ​ໄລ​ຍະ​ທີ່​ຢູ່​ໃນ​ງານ​ຫາ​ສຽງ​ຄັ້ງ​ນຶ່ງ.

ໂດຍ​ທີ່​ມີ​ອາ​ຍຸ​ໄດ້ 78 ປີ ທ່ານ​ແຊນ​ເດີ​ສ໌ (Sanders) ເປັນ​ຜູ້​ສະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີອ​າ​ຍຸ​ສູງກວ່າ​ໝູ່​ທີ່​ສຸດ ທີ່​ພະ​ຍາ​ຍາມຈະ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ລົງ​ຈາກ​ຕຳ​ແໜ່ງ ​ຢູ່ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2020 ນີ້​ໃຫ້​ໄດ້.

ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເ​ວີມອນ​ຂອງ​ສະ​ຫະ​ລັດ​ທ່ານນີ້ ໄດ້​ລົງ​ທະ​ບຽນ​ເປັນ​ຜູ້​ສະ​ໝັກ​ອິດ​ສະ​ລະ ແຕ່​ວ່າກຳ​ລັງ​ຫາ​ທາງແຂ່ງ​ຂັນ​ກັບ​ຄົນ​ອື່ນ​ໆ ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຜູ້​ຕາງ​ໜ້າ​ຈາກ​ພັກ​ເດ​ໂມ​ແຄ​ຣັດເພື່ອ​ເຂົ້າ​ແຂ່ງ​ຂັນເປັນ​ປະ​ທານ​າ​ທິ​ບໍ​ດີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG