ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ກະຊວງພາຍໃນ ຝຣັ່ງ ທ່ານ Bernard Cazeneuve ເລື່ອນຕຳແໜ່ງ ເປັນນາຍົກ


ລັດຖະມົນຕີກະຊວງພາຍ​ໃນ ຂອງຝຣັ່ງ ທ່ານ Bernard Cazeneuve ຈັດກອງປະຊຸມຖະແຫລງຂ່າວ ຢູ່ທີ່ Elysee Palace ຫຼັງຈາກກອງປະຊຸມດ້ານຄວາມໝັ້ນຄົງສຸກເສີນ ໃນນະຄອນຫຼວງປາຣີ ຂອງຝຣັ່ງ.
ລັດຖະມົນຕີກະຊວງພາຍ​ໃນ ຂອງຝຣັ່ງ ທ່ານ Bernard Cazeneuve ຈັດກອງປະຊຸມຖະແຫລງຂ່າວ ຢູ່ທີ່ Elysee Palace ຫຼັງຈາກກອງປະຊຸມດ້ານຄວາມໝັ້ນຄົງສຸກເສີນ ໃນນະຄອນຫຼວງປາຣີ ຂອງຝຣັ່ງ.

ລັດຖະມົນຕີ ກະຊວງພາຍໃນຂອງຝຣັ່ງ ທ່ານ Bernard Cazeneuve ໄດ້ຖືກຄັດ
ເລືອກ ໂດຍປະທານາທິບໍດີ Francois Hollande ໃຫ້ເຂົ້າຮັບຕຳແໜ່ງເປັນ ນາຍົກ ລັດຖະມົນຕີ.

ທ່ານ Cazeneuve ເຂົ້າຮັບຕຳແໜ່ງແທນ ທ່ານ Manuel Valls ຜູ້ທີ່ໄດ້ລາອອກ ໃນວັນອັງຄານມື້ນີ້ ເພື່ອຈະໄດ້ຮັບການສະເໜີຊື່ໂດຍພັກສັງຄົມນິຍົມໃຫ້ ລົງແຂ່ງຂັນ ເລືອກຕັ້ງປະທານາທິບໍດີ ໃນປີໜ້າ. ທ່ານ Valls ອາຍຸ 54 ປີໄດ້ ສະເໜີຊື່ ເພື່ອ​ເຂົ້າ
ຮັບ ຕຳແໜ່ງແທນທ່ານ Hollande ຜູ້​ຊຶ່ງ​ໄດ້​ປະກາ ​ໃນສັບປະດາແລ້ວ ລະຫວ່າງ ການກ່າວຄຳປາໄສທາງໂທລະພາບ ວ່າ ທ່ານຈະບໍ່ລົງແຂ່ງເອົາຕຳແໜ່ງ ເປັນ ສະໄໝທີສອງ.

ໃນຖານະທີ່ເປັນລັດຖະມົນຕີກະຊວງພາຍ​ໃນນັ້ນ ທ່ານ Cazeneuve ​ແມ່ນຢູ່ໃນ ແຖວໜ້າ ​ເພື່ອຮັບມືກັບການໂຈມຕີຫຼາຍຄັ້ງຕິດຕໍ່ກັນ ໂດຍກຸ່ມຫົວຮຸນແຮງ ອິສລາມ ທີ່ໄດ້ສັງຫານຫຼາຍກວ່າ 200 ຄົນ ​ໃນລະຍະສອງປີຜ່ານມາ ລວມທັງ ການໂຈມຕີ
ແບບປະສານງານກັນ ເມື່ອປີກາຍນີ້ ຢູ່ນະຄອນຫຼວງປາຣີ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ
130 ຄົນ.

ຖ້າທ່ານ Valls ຫາກໄດ້ຮັບໄຊຊະນະ ໃນການເລືອກຕັ້ງຂັ້ນຕົ້ນຂອງພັກສັງຄົມນິຍົມ​ ໃນເດືອນມັງກອນຈະມາເຖິງນີ້ ທ່ານກໍຈະລົງແຂ່ງຂັນ ສູ້ກັບທ່ານ Francois Fillon
ອາຍຸ 62 ປີ ອະດີດນາຍົກລັດຖະມົນຕີ ຜູ້ທີ່ໄດ້ຮັບໄຊຊະນະ ຢ່າງຂາດລອຍ ເມື່ອ ສັບປະດາແລ້ວນີ້ ເປັນຜູ້ສະໝັກ ເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ທີ່ນິຍົມ ແນວທາງປານການອຽງຂວາ.

ການເລືອກຕັ້ງປະທານາທິບໍດີ ຂອງຝຣັ່ງ ຈະມີຂຶ້ນສອງ​ຮອບ ໃນເດືອນເມສາ ແລະ ພຶດສະພາ ຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

France Politics
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG