ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Bernanke ກ່າວປ້ອງກັນ ນະໂຍບາຍຂອງ ທະນາຄານກາງສະຫະລັດ


ທ່ານ Ben Bernanke ຫົວໜ້າ​ທະນາຄານ​ກາງ​ສະຫະລັດ ກ່ອນເຂົ້າຮ່ວມ ກອງປະຊຸມປະຈໍາປີ ຂອງກກອງທຶນສາກົນ ກັບ ທະນາຄານໂລກ ທີ່ໂຕກຽວ, ວັນທີ 13 ຕຸລາ 2012.
ທ່ານ Ben Bernanke ຫົວໜ້າ​ທະນາຄານ​ກາງ​ສະຫະລັດ ກ່ອນເຂົ້າຮ່ວມ ກອງປະຊຸມປະຈໍາປີ ຂອງກກອງທຶນສາກົນ ກັບ ທະນາຄານໂລກ ທີ່ໂຕກຽວ, ວັນທີ 13 ຕຸລາ 2012.
ຫົວໜ້າ​ທະນາຄານ​ກາງ​ສະຫະລັດ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ໂຕ້​ແຍ້​ງທີ່​ວ່າມາດຕະ ການ​ຜ່ອນຜັນ​ດ້ານ​ການ​ເງິນ​ຂອງ​ທະນາຄານ​ກາງ​ ແມ່ນ​ກໍາລັງ​ສ້າງ​ຄວາມ​ເດືອດຮ້ອນ ​ໃຫ້​ແກ່​ພວກເສດຖະກິດ​ທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນມາ.

ທ່ານ Ben Benanke ຫົວໜ້າ​ທະນາຄານ​ກາງ​ສະຫະລັດ ກ່າວ​ເມື່ອວັນ​ອາທິດ​ມື້​ນີ້​ວ່າ ຄວາມ​ພະຍາຍາມ ຜ່ອນຜັນ​ການ​ເງິນ​ສະຫະລັດ ກໍາລັງ ສ້າງ​ຄວາມ​ເຂັ້ມ​ແຂ​ງ​ໃຫ້​ແກ່ເສດຖະກິດ​ອະ​ເມ​ຣິກັນ. ທ່ານ​ເບີ​ນັນ​ເກ ກ່າວ​ອີກ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ຍັງ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ເສດຖະກິດ​ໂລກ ​ໂດຍ​ການ​ຊຸກຍູ້​ການເຕີບ​ໂຕ ​ແລະສະໜອງ​ຕະຫຼາດທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ ສໍາລັບ​ສິນຄ້າ​ຕ່າງໆ​ຂອງ ຕະຫຼາດທີ່​ກໍາລັງ​ພັດທະນາ.

ບັນດາ​ເຈົ້າໜ້າ​ທີ່​ຕ່າງປະ​ເທດ​ບາງ​ຄົນ ​ໄດ້​ຕໍາ​ໜິຕິຕຽນ​ນະ​ໂຍບາຍຂອງ ທະນາຄານ​ແຫ່ງ​ຊາດ​ສະຫະລັດ ​ໂດຍ​ໂຕ້​ແຍ້​ງວ່າ ອັດຕາດອກ​ເບ້ຍ​ທີ່​ຕໍ່າ​ຫຼາຍ​ເປັນ​ພິ​ເສດນັ້ນ ຜົນ​ສຸດ​ທ້າຍແລ້ວແມ່ນເຮັດ​ໃຫ້ການ​ຄ້າຂອງ​ສະຫະລັດ​ ໄດ້​ປຽບ​ ໂດຍ​ການ​ເຮັດ​ໃຫ້ຄ່າ​ເງິນໂດ​ລາ​ສະຫະລັດ​ອ່ອນ​ລົງ. ຄ່າ​ເງິນ​ໂດ ລາ​ຕໍ່າ ກໍ​ໝາ​ຍ​ເຖິງ​ວ່າ ສິນຄ້າຂອງ​ສະຫະລັດ​ມີ​ລາຄາ​ຖືກ​ກວ່າ​ຢູ່​ໃນ​ປະ​ເທດ​ອື່ນໆ.

ທະນາຄານກາງ​ໄດ້​ດໍາ​ເນີນນະ​ໂຍບານ​ດອກ​ເບ້ຍ​ຕໍ່າ​ທີ່​ສຸດ ມາ​ໄດ້ຫຼາຍປີ ​ໂດຍ​ການ​ທຸ່ມເງິນຫຼາຍພັນ​ຕື້​ໂດ​ລາ​ເຂົ້າ​ໃສ່​ເສດຖະກິດ​ສະຫະລັດ​ ເພື່ອ​ກະ​ຕຸ້ກຊຸກຍູ້​ການ​ເຕີບ​ໂຕ.
XS
SM
MD
LG