ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະຄ່ອຍໆ ຫຼຸດຜ່ອນ​ ການກະຕຸກ ຊຸກຍູ້ ​ເສດຖະກິດ (ວີດີໂອ)


Fed Reassures Congress, Financial Markets on Bond Buying Program
please wait

No media source currently available

0:00 0:02:02 0:00
ລິງໂດຍກົງ

ຄໍາໃຫ້ການຂອງທ່ານ Bernanke ຕໍ່ຄະນະ​ກໍາມາ​ທິການ ລັດຖະສະພາ​ ​

ຫົວໜ້າທະນາຄານ​ກາງຂອງ​ສະຫະລັດ ທີ່​ເອີ້ນ​ວ່າ Federal
Reserve ນັ້ນກ່າວ​ວ່າ ​ ທາງ​ທະນາຄານ​ກາງຈະຫຼຸດຜ່ອນ​
ຄວາມ​ພະຍາຍາມ​ເພື່ອ​ກະຕຸກຊຸກຍູ້​ເສດຖະກິດນັ້ນ​ລົງ​ໃນ​ທີ່​ສຸດ
​ແຕ່​ວ່າ​ຈະເຮັດເຊັ່ນ​ນັ້ນ​ແບບ​ຄ່ອຍ​ເປັນ​ຄ່ອຍໄປ ​ແລະ​ກໍ​ຕໍ່ເມື່ອ
ເສດຖະກິດໄດ້ເຂັ້ມແຂງຢ່າງພຽງພໍ ​ແລະ​ເປັນ​ທີ່ແຈ້ງ​ຂາວ​ວ່າ
​ບໍ່ຕ້ອງການ​ການ​ຊ່ອຍ​ເຫຼືອຫຼາຍ​ແລ້ວ​ເທົ່າ​ນັ້ນ.

ປະທານ​ທະນາຄານ​ກາງ​ ທ່ານ Ben Bernanke ​ໄດ້ກ່າວ​ເຊັ່ນ​ນັ້ນ
​ໃນ​ຂະນະໃຫ້​ການ​ຕໍ່ຄະນະ​ກໍາມາ​ທິການລັດຖະສະພາ​ໃນ​ວັນ​ພຸດ
ວານ​ນີ້​ ແລະ​ວັນ​ພະຫັດ​ມື້​ນີ້ນໍາ​.

ປະກົດ​ວ່າທ່ານ Bernanke ກໍາລັງ​ພະຍາຍາມ​ຈະ​ຊີ້​ແຈງ​ໃຫ້​ເປັນ​ທີ່​ແຈ້ງ​ຂາວ ກ່ຽວ​ກັບ​
ແນວທາງ​ທີ່​ທະນາຄານ​ກາງ​ຈະ​ດໍາ​ເນີນ​ກ່ຽວ​ກັບ​ເສດຖະກິດ​ນັ້ນ ຫຼັງຈາກ​ທີ່​ຄວາມ​ເຫັນ​ຂອງ
ທ່ານ​ທີ່​ກ່າວ​ກ່ອນ​ໜ້າ​ນີ້ ​ໄດ້​ສ້າງ​ຄວາມ​ວິຕົກ​ໃຫ້ແກ່​ພວກ​ນັກ​ລົງທຶນ ​ແລະ​ສ້າງ​ຄວາມ​ປັ່ນ​ປ່ວນ​
ໃຫ້​ແກ່​ຕະຫຼາດການ​ເງິນ.

​ໂຄງການ​ນຶ່ງ​ທີ່​ທະນາຄານກາງໄດ້​ດໍາ​ເນີນ​ມານັ້ນ​ ແມ່ນແນ​ໃສ່ເພື່ອ​ສົ່ງ​ເສີມເສດຖະກິດ
ໂດຍ​ການ​ກົດ​ອັດຕາ​ດອກ​ເບ້ຍ​ໄລຍະ​ຍາວ ​ໃຫ້​ຕໍ່າລົງ ​ເພື່ອ​ໃຫ້​ເປັນ​ການ​ງ່າຍ​ຂຶ້ນສໍາລັບ
ບັນດາ​ນັກທຸລະກິດ​ ທີ່ຊື້ເຄື່ອງ​ອຸບປະກອນຂອງ​ໃຊ້​ຕ່າງ​ໆສໍາລັບ​ໂຮງ​ຈັກ​ໂຮ​ງງານ​ຫຼືບໍລິສັດ
​ຂອງເຂົາ​ເຈົ້າ ​ແລະ​ສໍາລັບພວກ​ຄອບຄົວ​ໃນ​ການ​ທີ່​ຈະສາມາດ​ຊື້ບ້ານ​ເຮືອນ​ແລະ​ລົດ​ໄດ້.
ຂັ້ນ​ຕອນ​ດັ່ງກ່າວ​ນີ້​ແມ່ນສະ​ລັບ​ສັບ​ຊ້ອນ​ ຊຶ່ງພົວ​ພັນ​ກັບ​ການ​ຊື້​ຫຼັກຊັບ ໃນຈໍານວນ 85 ພັນ
​ລ້ານໂດ​ລ່າໃນ​ແຕ່ລະ​ເດືອນ ​ເພື່ອ​ປ່ອຍ​ເງິນ​ອອກ​ສູ່​ເສດຖະກິດ.​

ທະນາຄານ​ກາງສະຫະລັດ​ອາດ​ຈະ​ຫຼຸດຜ່ອນ​ການ​ຊື້ຫຼັກຊັບ​ໃຫ້​ນ້ອຍ​ລົງໃນ​ທ້າຍ​ປີ ​ແຕ່ທ່ານ
Bernanke ​ ​ກ່າວ​ວ່າ​ ຍັງ​ບໍ່​ໄດ້​ມີ​ການ​ຕັ້ງຕາຕະລາງ​ເວລາ​ເທື່ອ.
XS
SM
MD
LG