ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸ Nicole ຂະຫຍາຍຕົວເປັນ ເຮີຣິເຄນ ຂະໜາດໃຫຍ່


ລົມ ແລະ ຄື້ນທະເລ ຮຸນແຮງຂຶ້ນໃນຂະນະທີ່ພາຍຸເຮີຣິເຄນ Nicole ຫຍັບໃກ້ເຂົ້າເຂດອະນຸລັກທຳມະຊາດຂອງເກາະ Cooper ໃນເມືອງ St. Georges, ເກາະ Bermuda, 12, ຕຸລາ, 2016.
ລົມ ແລະ ຄື້ນທະເລ ຮຸນແຮງຂຶ້ນໃນຂະນະທີ່ພາຍຸເຮີຣິເຄນ Nicole ຫຍັບໃກ້ເຂົ້າເຂດອະນຸລັກທຳມະຊາດຂອງເກາະ Cooper ໃນເມືອງ St. Georges, ເກາະ Bermuda, 12, ຕຸລາ, 2016.

ສູນກາງພາຍຸເຮີຣິເຄນແຫ່ງຊາດທີ່ມີຫ້ອງການຕັ້ງໃນ ສະຫະລັດ ຫຼື NHC ໄດ້ຍົກລະດັບ ເຮີຣິເຄນ Nicole ເປັນປະເພດ 3 ໃນຂະນະທີ່ມັນມີກຳນົດທີ່ຈະພັດເຂົ້າເກາະ Bermuda ໃນຕອນເຊົ້າວັນພະຫັດມື້ນີ້.

ເຖິງແມ່ນເກາະ Bermuda ຈະມີພື້ນຖານໂຄງລ່າງແຂງແກ່ນ ແລະ ຄຸ້ນເຄີຍກັບພາຍຸ ຕ່າງໆມາແລ້ວກໍຕາມ , ແຕ່ບັນດາເຈົ້າໜ້າທີ່ກໍໄດ້ຮຽກຮ້ອງໃຫ້ປະຊາຊົນກຽມພ້ອມສຳລັບ ພາຍຸເຮີຣິເຄນລູກນີ້ຢູ່ ທັງໃຫ້ພາກັນຢູ່ໃນຮົ່ມໃນວັນພະຫັດມື້ນີ້.

ນາຍົກລັດຖະມົນຕີທ່ານ Michael Dunkley ໄດ້ກ່າວໃນວັນພຸດວານນີ້ວ່າ “ພວກເຮົາ ຍັງມີຄ່ຳຄືນທີ່ຍາວນານຂວາງໜ້າພວກເຮົາຢູ່, ພວກເຮົາຕ້ອງກຽມພ້ອມສຳລັບການ ໂຈມຕີຂອງກຳລັງລົມຂອງພາຍຸເຮີຣິເຄນ ແຕ່ຖ້າພວກເຮົາເອົາໃຈໃສ່ກັບຄຳເຕືອນ, ພວກເຮົາຈະຢູ່ໃນຖານະທີ່ແຂງແກ່ນໃນເວລາທີ່ພາຍຸພັດຜ່ານ.”

ໃນຕອນຄ່ຳຂອງວັນພຸດວານນີ້ ພາຍຸ Nicole ເຊິ່ງມີລົມແຮງສູງສຸດ 185 ກິໂລແມັດຕໍ່ຊົ່ວ ໂມງ, ໄດ້ພັດຜ່ານຢູ່ປະມານ 335 ກິໂລແມັດທາງພາກຕາເວັນຕົກສຽງໃຕ້ຂອງເກາະ Bermuda, ເຊິ່ງເປັນອານາເຂດຂອງ ອັງກິດ ທີ່ຕັ້ງຫ່າງຈາກຊາຍຝັ່ງພາກຕາເວັນເວັນ ອອກຂອງ ສະຫະລັດ ປະມານ 1,500 ກິໂລແມັດ.

ພາຍຸເຮີຣິເຄນ Nicole ກຳລັງມຸ່ງໜ້າໄປສູ່ເກາະ Bermuda ໃນວັນພຸດວານນີ້, ພຽງບໍ່ເທົ່າໃດມື້ຫຼັງ ຈາກພາຍຸເຮີຣິເຄນ Matthew ໄດ້ເຮັດໃຫ້ປະຊາຊົນທີ່ອາໄສຢູ່ໃນທະເລ ຄາຣິບຽນ ເສຍຊີວິດຫຼາຍ ຮ້ອຍຄົນ, ສ່ວນໃຫຍ່ໃນປະເທດ ເຮຕີ.
ພາຍຸເຮີຣິເຄນ Nicole ກຳລັງມຸ່ງໜ້າໄປສູ່ເກາະ Bermuda ໃນວັນພຸດວານນີ້, ພຽງບໍ່ເທົ່າໃດມື້ຫຼັງ ຈາກພາຍຸເຮີຣິເຄນ Matthew ໄດ້ເຮັດໃຫ້ປະຊາຊົນທີ່ອາໄສຢູ່ໃນທະເລ ຄາຣິບຽນ ເສຍຊີວິດຫຼາຍ ຮ້ອຍຄົນ, ສ່ວນໃຫຍ່ໃນປະເທດ ເຮຕີ.

ສູນກາງ NHC ໄດ້ກ່າວວ່າ “ຄວາມໄວໃນການຂັບເຄື່ອນຂອງພາຍຸແມ່ນຄາດວ່າໄດ້ ເພີ່ມຂຶ້ນໃນຕອນຄ່ຳຂອງວັນພຸດວານນີ້, ຕາມດ້ວຍການຫັນທິດໄປທາງພາກຕາເວັນ ອອກສຽງເໜືອ ໂດຍເພີ່ມຄວາມໄວຂຶ້ນອີກໃນວັນພະຫັດມື້ນີ້.”

ພາຍຸເຮີຣິເຄນ Nicole ໄດ້ບັງຄັບໃຫ້ອົງການອາວະກາດ ສະຫະລັດ ເລື່ອນຖ້ຽວບິນນຳ ສົ່ງສະບຽງໄປສະຖານີອາວະກາດສາກົນ. ອົງການ NASA ກ່າວວ່າ ການປ່ອຍຍານອາ ວະກາດ, ໃນເບື້ອງຕົ້ນໄດ້ມີກຳນົດໃສ່ໃນວັນພະຫັດມື້ນີ້, ແຕ່ຕອນນີ້ຈະເປັນວັນອາທິດ ຈາກເກາະ Wallops, ລັດ Virginia.

ອົງການ NASA ໄດ້ກ່າວວ່າ ການເລື່ອນນັ້ນແມ່ນຈຳເປັນ ເພາະວ່າ ພາລະກິດດັ່ງກ່າວ ຕ້ອງການສະຖານີຕິດຕາມການປ່ອຍ ຍານອາວະກາດທີ່ມີຄວາມສຳຄັນທີ່ຕັ້ງຢູ່ໃນເກາະ Bermuda ນັ້ນ.

ສາຍການບິນ American Airlines ແລະ Air Canada ແມ່ນບັນດາສາຍການບິນທີ່ໄດ້ ຍົກເລີກຖ້ຽວບິນໄປຍັງເກາະດັ່ງກ່າວ, ແລະ ກໍ່າປັ່ນນຳທ່ວຫຼາຍລຳກໍແມ່ນໄດ້ຍົກເລີກ ການເດີນທາງເຊັ່ນກັນ.

ພາຍຸເຮີຣິເຄນນີ້ ແມ່ນກຳລັງພັດຄື້ນທະເລສູງໃນບັນດາເກາະຕ່າງໆທີ່ຕັ້ງຢູ່ພາກໃຕ້ຂອງ ເກາະ Bermuda ລວມທັງ Puerto Rico ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG