ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຮັກສາຄວາມສະຫງົບ ຂອງເບລາຣຸສ ຍິງແກັສນຳ້ຕາ ແລະທຸບຕີ ພວກເດີນຂະບວນປະທ້ວງ ໃນນະຄອນຫຼວງມິງສ໌


ພວກສະໜັບສະໜຸນຝ່າຍຄ້ານຂອງເບລາຣຸສ ພາກັນອອກມາຍ່າງປະທ້ວງ ໃນລະຫວ່າງການໂຮມຊຸມນຸມເພື່ອປະຕິເສດ ຕໍ່ຜົນການເລືອກຕັ້ງປະທານາທິບໍດີ ໃນນະຄອນຫຼວງ ມິງສ໌ ຂອງເບລາຣຸສ, ວັນທີ 1 ພະຈິກ 2020.
ພວກສະໜັບສະໜຸນຝ່າຍຄ້ານຂອງເບລາຣຸສ ພາກັນອອກມາຍ່າງປະທ້ວງ ໃນລະຫວ່າງການໂຮມຊຸມນຸມເພື່ອປະຕິເສດ ຕໍ່ຜົນການເລືອກຕັ້ງປະທານາທິບໍດີ ໃນນະຄອນຫຼວງ ມິງສ໌ ຂອງເບລາຣຸສ, ວັນທີ 1 ພະຈິກ 2020.

ກຳລັງຮັກສາຄວາມສະຫງົບໃນນະຄອນຫຼວງຂອງເບລາຣຸສໄດ້ຈັບກຸມປະຊາຊົນ ຫຼາຍກວ່າ 200 ຄົນ ໃນການປະທ້ວງຕໍ່ຕ້ານລັດຖະບານຄັ້ງຫຼ້າສຸດ ທີ່ເກີດຂຶ້ນຈາກຂໍ້ຂັດແຍ້ງໃນການເລືອກຕັ້ງປະທານາທິບໍດີ ເມື່ອ 12 ອາທິດທີ່ຜ່ານມາ.

ການເດີນຂະບວນປະທ້ວງທີ່ປະຊາຊົນຫຼາຍພັນຄົນໄດ້ເຂົ້າຮ່ວມໃນວັນອາທິດ ທີ 1 ພະຈິກວານນີ້ ຢູ່ໃນນະຄອນຫຼວງ ມິງສ໌ ເປັນສ່ວນນຶ່ງຂອງການປະທ້ວງເກືອບທຸກວັນ ເພື່ອຮຽກຮອງໃຫ້ ທ່ານອາເລັກແຊນເດີ ລູຄາເຊັນໂກ ລາອອກຈາກຕຳແໜ່ງ ແລະໃຫ້ມີການປ່ອນບັດໃໝ່.

ອີງຕາມບັນຊີລາຍຊືທີ່ໄດ້ຖືກພິມເຜີຍແຜ່ໂດຍກຸ່ມປົກປ້ອງສິດທິມະນຸດ Vyasna ເກືອບວ່າໝົດທຸກຄົນທີ່ໄດ້ຖືກຈັບກຸມ ໄດ້ຖືກນຳໄປຄວບຄຸມໂຕໄວ້ຢູ່ໃນນະຄອນ ຫຼວງມິງສ໌.

ອີງຕາມອົງການຂ່າວ RFE/RL ຂອງພະແນກພາສາເບລາຣຸສ ແລ້ວ ນັກຂ່າວສີ່ຄົນ ກໍລວມຢູ່ໃນພວກກຸ່ມຄົນເຫຼົ່ານັ້ນ ທີ່ໄດ້ຖືກຄວບຄຸມໂຕ ແລະສອງຄົນໃນນັ້ນ “ໄດ້ຖືກທຳຮ້າຍຢ່າງສາຫັດ” ອີງຕາມການກ່າວຂອງທ່ານບໍຣິສ ກໍເຣສກີ ຈາກສະມາຄົມນັກຂ່າວຂອງເບລາຣຸສ.

ພວກລົດກະບະແລະລົດເມທັງຫຼາຍຂອງກຳລັງຮັກສາຄວາມສະຫງົບທີ່ຈອດລຽນກັນເປັນແຖວ ເພື່ອໃຊ້ເປັນບ່ອນຂັງພວກທີ່ຖືກຄຸມໂຕໄວ້ນັ້ນ ສາມາດແນມເຫັນໄດ້ຢູ່ທົ່ວຕົວເມືອງ ໃນຂະນະທີ່ປະຊາຊົນພາກັນເດີນຂະບວນໄປຍັງອະນຸສາວະ ລີຂອງພວກຜູ້ເຄາະຮ້າຍຈາກການປາບປາມໃນສະໄໝໂຊຫວຽດທີ່ຮູ້ຈັກກັນດີ ຢູ່ຊານເມືອງຂອງນະຄອນຫຼວງ.

ພວກປະທ້ວງໄດ້ຕົກເປັນເປົ້າໝາຍ ໃນການໃຊ້ລະເບີດແສງແລະສຽງ ແລະພ້ອມກັບເຈົ້າໜ້າທີ່ປະຕິບັດກົດໝາຍ ທີ່ໃຊ້ແກັສນ້ຳຕາ ແລະໄມ້ຄ້ອນຕໍ່ພວກເຂົາເຈົ້າ ເພື່ອຂັບໄລ່ໃຫ້ຝຸງຄົນສະຫຼາຍໄປ.

ບັນດາເຈົ້າໜ້າທີ່ ໄດ້ຍອມຮັບວ່າ ພວກເຈົ້າໜ້າທີ່ຕຳຫຼວດ ຍັງໄດ້ຍິງປືນຂຶ້ນທ້ອງຟ້າເພື່ອເຕືອນ ໃນລະຫວ່າງການເດີນຂະບວນຢູ່ໃນນະຄອນຫຼວງມິງສ໌.

ຖະແຫລງການສະບັບນຶ່ງ ຂອງຄະນະກຳມະການບໍລິຫານນະຄອນມິງສ໌ ທີ່ໄດ້ຖືກອ້າງເອົາຄຳເວົ້າຂອງຖະແຫລງການໂດຍສົ່ງຜ່ານທາງອິນເຕີແຟັກ-Zapad ນັ້ນ ກ່າວວ່າ ສິ່ງເຫຼົ່ານີ້ເປັນ “ມາດຕະການທີ່ຈຳເປັນ ເພື່ອຮັກສາຄວາມເປັນລະບຽບໃນນະຄອນຫຼວງ ແລະຮັບປະກັນຄວາມປອດໄພຂອງມະຫາຊົນ ໃນລະຫວ່າງເຫດການຂະໜາດໃຫຍ່ທີ່ບໍ່ໄດ້ຮັບອານຸຍາດ.”

ຖະແຫລງການ ໄດ້ກ່າວອ້າງເຖິງປະຊາຊົນຜູ້ທີ່ບໍ່ສົນໃຈນຳກົດລະບຽບຂອງການສັນຈອນ ແລະເຕືອນໃຫ້ພວກເຈົ້າໜ້າທີ່ຕຳຫຼວດຊາບ ກ່ຽວກັບພວກຄົນເຫຼົ່ານັ້ນ ຜູ້ທີ່ໄດ້ກີດຂວາງການສັນຈອນ.

ພວກຂັບລົດບາງສ່ວນ ປາກົດວ່າ ໄດ້ພະຍາຍາມທີ່ຈະກີດຂວາງການເຄື່ອນໂຕ ຂອງບັນດາລົດຍົນທີ່ບັນທຸກພວກຖືກຄວບຄຸມໂຕ ເພື່ອບໍ່ໃຫ້ອອກໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG