ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ຜູ້ຕ້ອງສົງໄສເປັນຫົວໜ້າ ໂຈມຕີກົງສູນ ສຫລ ທີ່ Benghazi ໃຫ້ການວ່າ ຕົນບໍ່ມີຄວາມຜິດ (ວີດີໂອ)


ພວກຕຳຫຼວດຍາມສານ ຢືນຍາມຢູ່ນອກສານລັດຖະບານກາງ ແຫ່ງນຶ່ງ ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ມິຖຸນາ 2014, ກ່ອນນາຍ Ahmed Abu Khattalah ຜູ້ຕ້ອງຫາ ເດີນທາງໄປຮອດ.

ຜູ້​ຕ້ອງ​ສົງ​ໄສ ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ຫົວໜ້າ​ໃນ​ການ​ໂຈມ​ຕີ​ກົງ​ສຸລ
ສະຫະລັດ​ ທີ່​ເມືອງ Benghazi ລີ​ເບຍ​ ທີ່​ຍັງ​ຜົນ​ໃຫ້​ມີຜູ້ຄົນ​ເສຍ
​ຊີວິດ​ໃນ​ປີ 2012 ນັ້ນ ​ໄດ້​ໄປ​ປາກົດ​ໂຕ ຢູ່​ສານ​ລັດຖະບານ​ກາງ​
ແຫ່ງ​ນຶ່ງ ​ແລະໃຫ້ການ​ວ່າ ​ຕົນ​ບໍ່​ມີ​ຄວາມ​ຜິດ​ຕໍ່​ຂໍ້​ກ່າວ​ຫາ​ຖານທຳ​
ການ​ກໍ່​ການ​ຮ້າຍ​ນັ້ນ.

ນາຍ Ahmed Abu Khatallah ​ໄດ້​ຖືກ​ສົ່ງ​ໂ​ຕ​ໂດຍ​ທາງ​ເຮືອບິນ
​ເຮ​ລີ​ຄອບ​ເຕີ ມາ​ຍັງນະຄອນຫຼວງ​ວໍ​ຊິງ​ຕັນ ​ໃນ​ວັນ​ເສົາ​ວານ​ນີ້ ​
ຈາກກຳ​ປັ່ນກອງທັບ​ເຮືອ​ສະຫະລັດ​ລຳ​ນຶ່ງ. ​ໃນລະຫວ່າງ​ການ
ຮັບ​ຟັງ​ຄຳ​ໃຫ້ການຕໍ່​ສານ​ເປັນເວລາ 10 ນາທີນັ້ນ ນາຍ Khatallah ​ໄດ້​ຖືກ​ກ່າວ​ຫາ​ວ່າ ສົມ​ຮູ້ຮ່ວມ​ຄິດ​ແລະ​ວາງ​ແຜນໃຫ້ການ​ສະໜັບ​ສະໜຸນ​ທາງດ້ານ​ວັດຖຸ​ແກ່​ ພວກກໍ່​ການ​ຮ້າຍ
ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດນັ້ນ. ຂໍ້​ກ່າວ​ຫາ​ຕໍ່ນາຍ Khatallah ມີ​ໂທດຈຳ​ຄຸກຕະຫຼອດ
​ຊີວິດ​ໄດ້ ຖ້າ​ມີຄວາມ​ຜິດ​ແທ້.

​ຄາດ​ວ່າ ລັດຖະບານຈະ​ຕັ້ງ​ຂໍ້​ກ່າວ​ຫາ​ຕື່ມ​ອີກ ຊຶ່ງອາດສາມາດ​ນຳພາ​ໄປ​ສູ່​ໂທດ​ປະຫານ​
ຊີວິດ​ໄດ້.

ໜ່ວຍກຳລັງ​ພິ​ເສດ ​ແລະ​ອົງການສືບສວນ​ກາງ FBI ຂອງ​ສະຫະລັດ ​ໄດ້​ທຳ​ການ​ຈັບ​ກຸມ
​ນາຍ Khatallah ເມື່ອ​ຕົ້ນ​ເດືອນ​ນີ້ ​ໃກ້ໆ​ກັບ​ເມືອງ Benghazi. ບັນດາ​ເຈົ້າ​ໜ້າທີ່​ໄດ້
ສອບປາກຄຳ​ຜູ່​ກ່ຽວ​ຢູ່​ໃນ​ເຮືອລຳ​ນຶ່ງ ທີ່​ພາຜູ້ກ່ຽວ​ເຂົ້າ​ມາ​ຍັງ​ດິນ​ແດນຂອງ​ສະຫະລັດ.
ນາຍ Khatallah ມີ​ໝາຍກຳນົດ​ທີ່​ຈະ​ໄປ​ປາກົດ​ໂຕ​ຕໍ່​ສານ​ອີກ​ ໃນ​ວັນ​ພຸດ​ສັບປະດາ​ນີ້.

ສະຫະລັດ​ກ່າວ​ຫາ​ນາຍ Khatallah ວ່າ ​ເປັນ​ຫົວໜ້າ​ກຸ່ມ​ໃນ​ການ​ໂຈມ​ຕີ ​ເມື່ອ​ວັນ​ທີ 11
ກັນຍາ 2012 ທີ່​ໄດ້​ສັງຫານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ Christopher Stevens ​
ແລະ​ເຈົ້າ​ໜ້າ​ທີ່​ອະ​ເມຣິກັນ​ອີກ 3 ຄົນ.

ພວກ​ສະມາຊິກ​ສະພາ​ສັງກັດ​ພັກ Republican ກ່າວ​ຫາ​ລັດຖະບາ​ໂອ​ບາ​ມາ ​ແລະ​ກະຊວງ
​ການ​ຕ່າງປະ​ເທດ ວ່າລະ​ເລີຍ​ຕໍ່ໜ້າ​ທີ່ ​ໂດ​ຍບໍ່ໄດ້ສະໜອງຄວາ​ມປອດໄພ​ໃຫ້​ຢ່າງ​ພຽງພໍໃນ​
ຂົງ​ເຂດ​ທີ່ມີ​ແນວ​ໂນ້ມທີ່​ມັກ​ຖືກພວກ​ກໍ່​ການ​ຮ້າຍ​ ໂຈມ​ຕີໄດ້​ງ່າຍໆ​ນັ້ນ.

US Benghazi29june14
please wait
Embed

No media source currently available

0:00 0:00:45 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG