ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ເປັນເປົ້າໝາຍ ສຳລັບ ຄະນະ ກຳມະການ Bengazi


ທ່ານນາງ Hillary Clinton, ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ໃຫ້ການເປັນພະຍານໃນລັດຖະສະພາ ທີ່ນະຄອນຫຼວງ Washington, 23 ມັງກອນ, 2013, ກ່ອນການພິຈາລະນາກ່ຽວກັບ ເຫດການໂຈມຕີທາງການທູດ ສະຫະລັດ ນະຄອນ Bengazi ປະເທດ ລີເບຍ ໂດຍ ຄະນະກຳມະການສະມາຊິກສະພາ ພົວພັນຕ່າງປະເທດ.
ທ່ານນາງ Hillary Clinton, ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ໃຫ້ການເປັນພະຍານໃນລັດຖະສະພາ ທີ່ນະຄອນຫຼວງ Washington, 23 ມັງກອນ, 2013, ກ່ອນການພິຈາລະນາກ່ຽວກັບ ເຫດການໂຈມຕີທາງການທູດ ສະຫະລັດ ນະຄອນ Bengazi ປະເທດ ລີເບຍ ໂດຍ ຄະນະກຳມະການສະມາຊິກສະພາ ພົວພັນຕ່າງປະເທດ.

ອະດີ​ດນັກ​ສື​ບສວນ​ສອບ​ສວນ​ຄົນ​ໜຶ່ງ ພ້ອມ​ດ້ວຍ​ຄະນະ​ກຳມະ ການ ລັດຖະສະພາ ນຳ​ໜ້າ​ໂດຍ​ພັກ ຣີພັບ​ບລີກັນ ​ພິຈາລະນາ​ເບິ່ງ​ການ​ໂຈມ​ຕີ​ຫຼາຍ​ຄັ້ງ​ໃນນະ​ຄອນ Benghazi, ປະ​ເທດ
ລີ​ເບຍ, ​ປີ 2012 ກ່າວ​ວ່າ ​ເພິ່ນໄດ້​ຖືກ​ໄລ່​ອອກ​ຈາກ​ວຽກ ຫຼັງ​ຈາກ​ໄດ້​ຕໍ່ຕ້ານ​ຄວາມ​ກົດ​ດັນ​ ເພື່ອ​ເພັ່ງ​ເລັງ​ວຽກ​ການ​ສື​ບສວນ​ສອບ​ສວນ​ຂອງເພິ່ນ ​ໃສ່​ເລື້ອງ ທ່ານ​ນາງ Hillary Rodham Clinton ​ແລະ ກະຊວງ​ການ​ຕ່າງປະ​ເທດ.

ພັນ​ຕີທະຫານ​ອາກາດ​ສຳຮອງ Bradley Podliska, ຜູ້​ທີ່​ໄດ້ບັນ​ລະຍາຍ​ຕົນ​ເອງ​ວ່າ​ເປັນ​ຜູ້​ອະນຸ​ລັກ​ນິຍົມ​ ພັກຣີພັບ​ບລີ​ກັນ, ​ໄດ້​ກ່າວ​ຕໍ່ໜັງສືພິມ The New York Times ​ແລະ CNN ວ່າ​ໃນ​ເດືອນ​ມີນາ​ທີ່​ຜ່ານ​ມາ ຄະນະ​ກຳ​ມະ​ການ​ໄດ້ປະ​ຖິ້ມ​ການ​ສື​ບສວນ​ສອບ​ສວນ​ທີ່​ກວ້າງ​ຂວາງ​ຂອງ​ຕົນ ​ໃນ​ກໍລະ​ນີທີ່ນໍາ​ໄປ​ສູ່​ການ​ຕາຍ​ຂອງ​ຊາວ​ ອາ​ເມຣິກາ 4 ຄົນ​ລວມທັງ​ເອກ​ອັກຄະ​ລັດຖະທູດ J. Christopher Stevens ໃນ ນະຄອນ Benghazi.

ທ່ານ Podliska ​ໄດ້​ກ່າວ​ວ່າ ຄະນະ​ກຳມະ​ການ​ໄດ້​ຫັນ​ຄວາມ​ສົນໃຈ​ໄປໃສ່ທ່ານ​ນາງ Clinton ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫຼັງ​ຈາກ​ພວກ​ເຂົາເຈົ້າ​ໄດ້​ເປີດ​ເຜີ​ຍວ່າ ທ່ານ​ນາງ​ໄດ້້ໃຊ້ເຄື່ອງ​ບໍ​ລິ​ການ ອີ​ເມ​ລ ສ່ວນ​ຕົວ​ໃນ​ເວລາ​ທີ່​ທ່ານ​ນາງ​ເປັນ​ລັດຖະມົນຕີ​ຕ່າງປ​ະ​ເທດ​ຢູ່ນັ້ນ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ຫຼຸດການ​ເນັ້ນ​ໜັກ​ໃສ່​ອົງ​ກອນ​ທີ່​ມີ​ສ່ວນ​ຮ່ວມ​ກັບ​ການ​ໂຈມ​ຕີ​ໃສ່​ກົງ​ສຸນ ສະຫະລັດ ​ໃນ​ວັນ​ທີ 11 ກັນ​ຍາ 2012.

ທ່ານ Podliska ​ໄດ້​ກ່າວ​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ຄະດີ​ສຳລັບ​ກາ​ນ ສິ້ນສຸດ​ໃນ​ທາງ​ທີ່​ຜິດໄວໆ​ນີ້. ​ເຊິ່ງກໍ​ຍັງຈະ​ສ້າງ​ກໍລະ​ນີ ທີ່​ທ່ານ​ໄດ້​ຖືກ​ໄລ່​ອອກ​ຈາກ​ວຽກ ຍ້ອນ​ວ່າ ທ່ານ​ມີ​ສ່ວນ​ຮ່ວມ​ໃນ​ການຮຽກຮ້ອງໃຫ້ດຳ​ເນີນ​ການ​ຝຶກ​ຊ້ອມ​ການປ້ອງ​ກັນ​ປະ​ເທດ.

ທ່ານ​ນາງ Clinton ຜູ້ນຳ​ໜ້າໃນການ​ຖືກ​ເລືອກ​ໃຫ້​ເປັນ​ປະທານາ ທິບໍດີ​ຂອງ​ພັກ ​ເດໂມແຄ​ຣັດ, ​ແລະ ບັນດາ​ຜູ້​ສະໜັບສະໜູນ​ຂອງ​ທ່ານ ​ໄດ້​ກ່າວ​ຫາ​ບັນດາ​ສະມາຊິກ​ສະພາ​ຕ່ຳ​ສັງ​ກັດ​ ພັກຣີພັບ​ບລີ​ກັນວ່າ ພະຍາຍາມ​ໃຊ້​ຄະ​ກຳມະການ Benghazi ​ເພື່ອ​ເຮັດ​ໃຫ້ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ດຳ​ເນີນ​ໄປ​ຢ່າງ​ບໍ່​ລ່ຽນ​ໄຫຼ. ຊຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ເອີ້ນ​ມັນ​ວ່າ “ບໍ່​ມີ​ຫຍັງ​ຫຼາຍ​ໄປ​ກວ່າເປັນ​ການ​ກະທຳ​ທີ່​ຖື​ພັກ​ຖື​ພວກ​ເທົ້າ​ນັ້ນ.”

ຄະນະ​ກຳມະການ​ໃນ​ວັນ​ເສົາ​ວານ​ນີ້​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ຢ່າງ​ແຮງ. ພວກ​ເຂົາ​ເຈົ້າ​ໄດ້​ກ່າວ​ໃນ​ຖະ​ແຫຼ​ງການ​ວ່າ ທ່ານ Poliska ບໍ່ ​ເຄີ​ຍຍົກ​ຄວາມ​ເປັນ​ຫ່ວງ​ດັ່ງ​ກ່າວ​ໃນ​ເວລາ​ທີ່​ລາວ​ຢູ່​ກັບ​ຄະນະ​ກຳມະການ, ແລະ​ວ່າໂຕ​ລາວ​ເອງ ​ໄດ້​ໃຊ້​ຊັບພະຍາກອນ​ຂອງ​ຄະນະ​ກຳມະການ​ຢາງ​ບໍ່​ເໝ​າະສົມ​ເພື່ອ​ສ້າງບົດ​ລາຍ​ງານ PowerPoint ທີ່​ເອີ້ນ​ວ່າ “Hit Piece” ກ່ຽວ​ກັບ​ສະມາຊິກ​ຂອງ​ລັດຖະບານ ​ໂອ​ບາ​ມາ, ລວມທັງ​ທ່ານ​ນາງ Clinton ​ເຊິ່ງ​ເຄີຍ​ເປັນ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ໃນ​ເວລາ​ນັ້ນ.

ປະທານ​ສະພາ​ຕ່ຳ​ສຽງ​ສ່ວນ​ຫຼາຍທ່ານ Kevin McCarthy ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ເຊື່ອມ​ຕໍ່​ວຽກ​ງານ​ຂອງ​ຄະນະ​ກຳມະການ ​ໃສ່​ຕົວ​ເລກ​ການ​ຢັ່ງ​ຫາງ​ສຽງ​ທີ່​ລ່ຽນໄຫຼ​ຂອງທ່າ​ນນາງ Clinton ​ແລະ ​ໄດ້​ພັນ​ລະ​ນາ​ການ​ທົບ​ທວນ​ທີ່​ບໍ່ດີ​ຈາກ​ພັກ ຣີພັບ​ບລີ​ກັນ ​ແລະ ​ເດ​ໂມ​ແຄຣັດ. ສະມາຊິກ ພັກ​ຣີພັບ​ບລີ​ກັນ ລັດ​ຄາ​ລີ​ຟໍ​ເນຍ ​ໄດ້​ຖອຍຫຼັງ​ຈາກ​ການ​ວິພາກ​ວິຈານ​ດັ່ງກ່າວ​ນັ້ນ, ​ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ຄວາມ​ພະຍາຍາມ​ຂອງ​ທ່ານ​ເພື່ອ​ກາ​ຍ​ເປັນ​ປະທານ​ສະພາ​ຕ່ຳ​ ​ແລະ ​ໄດ້​ຖອນ​ຕົວ​ອອກ​ຈາກການ​ແຂ່ງຂັນ​ເພື່ອ​ສືບ​ທອດ​ທ່ານ John Boehner ທີ່​ໄດ້​ລາ​ອອກ​ຈາກຕຳ​ແໜ່​ງ.

XS
SM
MD
LG